ມະຫາກຳບຸນຊ້າງ 2024 ມີຊ້າງເຂົ້າຮ່ວມ 75 ເຊືອກ.

ງານມະຫະກຳບຸນຊ້າງປີ 2024 ເລີ່ມມີການຄົບງັນ ຫຼື ມີການເປີດງານຕະຫຼາດນັດ ແລະ ມີການສະແດງສິລະປະ ໃນມື້ວັນທີ 12 ທີ່ຜ່ານມາ ທີ່ເດີ່ນສະໜາມຫຼວງ ບ້ານນາໄຮ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ແລະ ຈະດໍາເນີນໄປຮອດວັນທີ 18 ກຸມພາ 2024 ໂດຍຈະມີພິທີເປີດຢ່າງເປັນທາງການໃນວັນທີ 17 ກຸມພາ 2024 ທີ່ຈະມາເຖິງນີ້ ແລະ ຈະມີພິທີເປີດປີທ່ອງທ່ຽວແຂວງໄຊຍະບູລີ 2024 ໄປພ້ອມໆກັນ ຊຶ່ງໃນປີນີ້ ຈະມີຊ້າງເຂົ້າຮ່ວມທັງໝົດ 75 ເຊືອກ.

ຕະຫຼອດ 7 ວັນຂອງ ງານມະຫະກຳດັ່ງກ່າວຈະມີງານວາງຂາຍສິນຄ້າປະເພດຕ່າງໆ, ການສະແດງສິລະປະ ໃນທຸກໆຄໍ່າຄືນ, ງານປະກວດນາງສາວທິດາ ຊ້າງປະຈຳປີ 2024 ຈະຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 15, ວັນທີ 16 ຈະມີພິທີໃສ່ບາດສູດບຸນກຸສົນໃຫ້ແກ່ບັນດາຊ້າງ ແລະ ບາສີສູ່ຂວັນຊ້າງ ວັນທີ 17 ຈະມີພິທີເປີດຢ່າງເປັນທາງການງານມະຫາກຳບຸນຊ້າງ ແລະ ເປີດປີທ່ອງທ່ຽວແຂວງໄຊຍະບູລີ 2024 ໂດຍຈະມີຂະບວນຖືປ້າຍເປີດງານບຸນຊ້າງ, ຂະບວນອໍານາດການປົກຄອງ, ຂະບວນພາຂວັນ, ຂະບວນຊົນເຜົ່າ, ຂະບວນຊ້າງ, ມີການສະແດງຊ້າງຄໍາຮູ້ ແລະ ໃນຕອນບ່າຍຈະມີການໂຊສະແດງການໂດດຈ້ອງຈາກກອງທັບປະຊາຊົນລາວ, ວັນທີ 18 ຊຶ່ງເປັນມື້ສຸດທ້າຍຂອງງານຈະມີກິດຈະກຳຊ້າງອາບນ້ຳ, ຂີ່ຊ້າງ, ເປີດສູນອະນຸລັກຊ້າງພູແຄນ, ໃຫ້ອາຫານບຸບເຟຊ້າງ, ສະແດງກາຍຍະສິນ ແລະ ອື່ນໆ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...