ການເຮັດກິດຈະກໍາຄົນດຽວບໍ່ໄດ້ໝາຍຄວາມວ່າເປັນຄົນເຫງົາສະເໝີໄປ ແລະ ບໍ່ແມ່ນເລື່ອງທີ່ເປັນຕາຢ້ານ ຫຼື ໜ້າເບື່ ເຖິງວ່າປີນີ້ຈະບໍ່ມີແຟນ ຄົນຮູ້ໃຈ ໝູ່ເພື່ອຫາຍໄປຢູ່ກັບຄົນຮັກກັນໝົດ ແຕ່ເຮົາສາມາດໃຫ້ຄວາມສຸກ ຄວາມຮັກໃຫ້ກັບຕົນເອງໄດ້ຄືກັນເພາະມີຜົນວິໄຈ ແລະ ຫຼັ້ກຖານທາງວິທະຍາສາດຫຼວງຫຼາຍທີ່ຢືນຢັນວ່າການເຮັດກິດຈະກໍາບາງຢ່າງຄົນດຽວນັ້ນເປັນຜົນດີຕໍ່ສຸຂະພາບຫຼາຍຂື້ນ
ປູກຜັກດູແລສວນ

ນອກຈາກຈະໄດ້ຊ່ວຍເພີມອົກຊີແຊນໃຫ້ກັບໂລກແລ້ວ ຍັງສ້າງຄວາມເພີດເພີນ ສະບາຍໃຈໃຫ້ກັບຄົນເຮັດອີກດ້ວຍ ຍິ່ງຖ້າປູກພືດຜັກສວນຄົວແບບອໍແກນິກເອົາໄວ້ກິນເອງ ຍິ່ງດີ ສະບາຍໃຈໄດ້ເລີຍວ່າເຮົາຈະຫຼໍ່ງາມ ສຸຂະພາບດີແບບຫ່າງໄກສານເຄມີ ເພາະປູກເອງ ບົວລະບັດເອງ ສຸຂະພາບດີເອງໄປເລີຍ
ອາສາະໝັກເພື່ອສັງຄົມ

ຄົນຮຸ່ນໃໝ່ແບບເຮົາໆ ການເຮັດຽກເພື່ອສັງຄົມ ນອກຈາກຈະຊ່ວຍບັນເທົາອາການເງົາຂອງຄົນໂສດໄດ້ດີແລ້ວ ຍັງໄດ້ເຮັດປະໂຫຍດໃຫ້ແກ່ສາທາລະນະນໍາອີກ ລອງເລີ່ມຈາກງ່່າຍໆ ເກັບຂີ້ເຫຍື້ອໃນງານຕ່າງໆ ເຕົ້າໂຮມບໍລິຈາກຍາມມີໄພພິບັດ ຊ່ວຍເຫຼືອສັດຕ່າງໆ ຫຼື ຈະໄປສອນໜັງສືໃຫ້ຊົນເຜົ່າເທິງດອຍກໍໄດ້
ອ່ານປື້ມ

ຂໍ້ດີຂອງການເປັນຄົນໂສດກໍຄືມີເວລາຢູ່ກັບຕົນເອງຫຼາຍຂື້ນ ມີເວລາດູແລຕົນເອງ ເຮັດສິ່ງຕ່າງໆທີ່ຢາກເຮັດ ຍິ່ງຖ້າໄດ້ໃຊ້ເວລາອ່ານປື້ມ ຫຼື Ebook ເພື່ອເສີມທັກສະພັດທະນາຕົນເອງ
ຊອກເຝິກ Skill ໃໝ່ໆ

ບໍ່ວ່າຈະສະໝັກຮຽນ Workshop ຫຼືຈະຮຽນຕາມວິດິໂອສອນອອນລາຍ ກໍມີຢູ່ທົ່ວໄປ ຮຽນໄດ້ທຸກບ່ອນທີ່ມີເນັດ ສະນັ້ນຢ່າຫາຂໍ້ອ້າງໃຫ້ຕົນເອງ ແຕ່ໃຫ້ລຸກໄປເຮັດເລີຍ ລອງເບິ່ງ ຮູ້ໂຕອີກເທື່ອກໍໄດ້ຄວາມສາມາດໃໝ່ໆຕິດໂຕມາເພີ່ມຄຸນຄ່າໃຫ້ກັບຕົນເອງຕື່ມອີກ
ຮຽນເຮັດອາຫານ ແລະ ເຂົ້າໜົມເພື່ອສຸຂະພາບ

ສໍາລັບຄົນທີ່ບໍ່ມີຝີມືໃນການເຮັດອາຫານກໍລອງສະໜັກຮຽນ ຫຼື ຮຽນນໍາອິນເຕີເນັດ ທີ່ມີສູດຫຼາກຫຼາຍໂດຍສະເພາະພວກເຂົ້າໜົມ ຫຼື ເບເກີລີ້ຕ່າງໆ ເພື່ອອະນາຄົດໄດ້ເປີດຮ້ານຄ່າເຟ ຂາຍເຂົ້າເຂົ້າໜົມໄດ້ລາຍໄດ້ເສີມ
ເຫັນບໍ່ເລື່ອງດີຂອງຄວາມໂສດກໍມີຫຼວງຫຼາຍຊິ່ງຄວາມສຸກຈາກການເປັນໂສດບໍ່ໄດ້ແຕກຕ່າງໄປຈາກການມີຄວາມສຸກພາຍໃຕ້ສະຖານນະການອື່ນໆເລີຍ ດັ່ງນັ້ນ ການຮັບມືກັບຊີວິດໂສດໃຫ້ມີຄວາມສຸກນັ້ນຂື້ນຢູ່ກັບການຄົ້ນພົບໃຫ້ໄດ້ວ່າ ທ່ານຫຼົງໄຫຼໃນຫຍັງ ແລະ ຈົ່ງຕັກຕວງມັນເຂົ້າມາໃນຊີວິດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.