Sunday, March 23, 2025

ລາວ ກຽມເປັນເຈົ້າພາບແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18

ໃນລະຫວ່າງວັນທີ 16-20 ພຶດສະພາ 2024 ນີ້ ສປປ ລາວ ກຽມເປັນເຈົ້າພາບຈັດການແຂ່ງຂັນ ກິລາເພາະກາຍ ຊີງແຊັມອາຊຽນ ຄັ້ງທີ 18, ທ່ານ ຄໍາພະໄພວັນ ວົງໄຊ, ຮອງປະທານ-ເລຂາທິການ ສະຫະພັນກີລາເພາະກາຍແຫ່ງຊາດລາວ ກ່າວວ່າ:ການຈັດແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ນີ້ ເພື່ອເປັນການເພີ່ມທະວີການຍົກລະດັບ ແລະ ພັດທະນານັກກີລາເພາະກາຍທີມຊາດລາວ ເພື່ອເປັນການກະຕຸ້ນການທ່ອງທ່ຽວລາວ ປີ 2024 ແລະ ເພີ່ມທະວີການປະຊາສໍາພັນການທ່ອງທ່ຽວລາວຍິ່ງຂຶ້ນ ນອກຈາກນີ້ ຍັງເປັນການສ້າງຂະບວນການແຂ່ງຂັນກີລາໃນອາຊຽນ ແລະ ຄໍານັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ປີ 2024 ທີ່ ສປປລາວ ເປັນເຈົ້າພາບ ພ້ອມທັງເປັນການນໍາລ້ອງຕໍ່ການສະເໜີເປັນເຈົ້າພາບ ຈັດການແຂ່ງຂັນເພາະກາຍຊີງແຊັມທະວີບອາຊີ ແລະ ຊີງແຊັມໂລກ ໃນ 4 ປີຕໍ່ໜ້າ.

ປັດຈຸບັນ ບັນດາປະເທດອາຊຽນ ຕອບຮັບເຂົ້າຮ່ວມແຂ່ງຂັນ ລວມມີ 9 ປະເທດ ຄື: ໄທ ສສ ຫວຽດນາມ ມາເລເຊຍ ອິນໂດເນເຊຍ ກໍາປູເຈຍ ບຣູໄນ ມຽນມາ ສິງກະໂປ ແລະ ສປປ ລາວ ຊີງໄຊ 25 ຫຼຽນຄໍາ 25 ຫຼຽນເງິນ ແລະ 25 ຫຼຽນທອງ ປະກອບມີ 8 ປະເພດ ຄື:ເພາະກາຍຊາຍ 9 ຮຸ່ນ ເພາະກາຍຊີງແຊັມ Mr South east Asia 1 ຮຸ່ນ ຊາຍຫຸ່ນງາມ 4 ຮຸ່ນ ຍິງຫຸ່ນງາມ 4 ຮຸ່ນ ເພາະກາຍຍິງ 1 ຮຸ່ນ ເພາະກາຍຊາຍ Athletic 4 ຮຸ່ນ ເພາະກາຍຊາຍ ສະແດງລີລາປະກອບເພງ 1 ຮຸ່ນ ແລະ ສະແດງລີລາປະກອບເພງ ຄູ່ ຍິງ-ຊາຍ 1 ຮຸ່ນ ການແຂ່ງຂັນຈະຈັດຂຶ້ນວັນທີ 16-20 ພຶດສະພາ 2024 ຢູ່ໂຮງແຮມດອນຈັນພາເລດ.

ພິທີຖະແຫຼງຂ່າວ ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ 2024, ຢູ່ໂຮງແຮມດອນຈັນພາເລດ ເຂົ້າຮ່ວມໂດຍ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ, ທ່ານ ດາໂຕະ ພໍຊົວ, ປະທານສະຫະພັນກີລາເພາະກາຍໂລກ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກ, ຄະນະບໍລິຫານສະຫະພັນເພາະກາຍແຫ່ງຊາດລາວ, ປະທານບໍລິສັດທີ່ໃຫ້ການສະໜັບສະໜູນ ຜູ້ອໍານວຍການສູນອອກກໍາລັງກາຍ ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມ.

ທີ່ມາ: ສະຫະພັນກິລາເພາະກາຍແຫ່ງຊາດລາວ/Lao BBF

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່