ວັດພຣະພຸດທະບາດໂພນຄ້ອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ພຣະພຸດທະບາດໂພນຄ້ອງ ຕັ້ງຢູ່ໂນນດານຫີນຂອງພູກໍ່າພ້າ ຈາກປາກທາງເຂົ້າໄປຫາວັດປະມານ 4 ກິໂລເມັດ ໃນເຂດບ້ານນາຂ່າ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ. ວັດແຫ່ງນີ້ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ຄື ຫຼັງຈາກພຣະພຸດທະເຈົ້າໄດ້ສະເດັດໄປສໍາຫຼວດພູມປະເທດ ທາງພາກໃຕ້ຂອງປະເທດຈີນເເລ້ວ ພຣະອົງໄດ້ສະເດັດລຽບລົງມາຕາມລໍາເເມ່ນໍ້າຂອງ ແລະ ໄດ້ມາເເວ່ພັກຜ່ອນ ທີ່ ພູກໍ່າພ້າແຫ່ງນີ້, ໃນເວລານັ້ນໄດ້ມີພະຍານາກຕົວໜຶ່ງຊື່ວ່າ ສຸກາຣະຫັດຖີນາກ ເຊິ່ງເດີນທາງມາຈາກນໍ້າຊວງ ມາພົບເຫັນພຣະພຸດທະເຈົ້າ, ພະຍານາກຕົວນີ້ ເມື່ອເຫັນພຣະພຸດທະເຈົ້າເເລ້ວ ກໍເກີດມີຄວາມເຫຼື້ອມໃສຫຼາຍໃນພຣະພຸດທະອົງ ຈຶ່ງໄດ້ແປງກາຍເພດເປັນຊ້າງເຜືອກ ເຂົ້າໄປເຄົາລົບຂາບໃຫວ້ ເເລ້ວໄດ້ຂໍຮ້ອງໃຫ້ພຣະພຸດທະເຈົ້າ ຢຽບຮອຍພະບາດຂອງພຣະອົງໄວ້ ເພື່ອເຄົາລົບບູຊາຕໍ່ໄປ.

ການຄົ້ນພົບຮອຍພຣະພຸດທະບາດ

ໃນປີ 1806 ມີຊາວບ້ານນາຂ່າ ຜູ້ໜຶ່ງຊື່ວ່າ ພໍ່ຕູ້ທອງຕາ ໄດ້ໄປຊອກຫາເຄື່ອງປ່າຂອງດົງ ເພື່ອທໍາມາຫາກີນລ້ຽງຊີວິດ ລາວໄດ້ມາພົບເຫັນສະຖານທີ່ຮອຍພຣະພຸດທະບາດຕັ້ງຢູ່ ມີຟຸ່ມໄມ້ຂຽວງາມປົກຫຸ້ມຢູ່ ເຊິ່ງກໍ່ເປັນຕາປະຫຼາດໃຈຫຼາຍ ເພາະໃນບໍລິເວນນັ້ນເປັນດານຫີນໄປໝົດ ເເຕ່ເປັນຫຍັງຈິ່ງມີຟຸ່ມໄມ້ ລາວຈິ່ງຖາງປ່າເຂົ້າໄປເບີ່ງ ຈິ່ງເຫັນວ່າບ່ອນທາງກາງນັ້ນ ມີໃບໄມ້ແຫ້ງປົກຫຸ້ມເຕັມ ມີລັກສະນະເປັນຮູບຄືຂຸມ ລາວຕັດເອົາໄມ້ມາເຂ່ຍໃບໄມ້ແຫ້ງນັ້ນອອກໝົດເເລ້ວ ກໍເຫັນວ່າເປັນຮູບຮອຍພຮະພຸດທະບາດ ຈາກນັ້ນລາວ ກໍ່ກັບມາບ້ານເເລ້ວເລົ່າໃຫ້ຊາວບ້ານຟັງ ຊາວບ້ານນາຂ່າ ບ້ານໂພນມວ່ງ ແລະ ບ້ານໄກ້ຄຽງ ກໍ່ໄປອຸປະຖາກຮັກສາ ຂາບໃຫວ້ສັກກາລະບູຊາ ແລະ ໄດ້ຕັ້ງຊື່ວ່າ ພຣະພຸດທະບາດໂພນຄ້ອງ ກໍ່ເພາະວ່າໂນນທີ່ພຣະບາດຕັ້ງຢູ່ນັ້ນ ມີລັກສະນະສັນຖານຄືກັບຄ້ອງ.

ຫຼັງຈາກນັ້ນມາອີກ 50 ປີ ເມື່ອສີ້ນບຸນຂອງພໍ່ຕູ້ທອງຕາເເລ້ວກໍ່ບໍ່ມີຜູ້ນໍາພາໄປບົວລະບັດຮັກສາ ແລະ ຂາບໃຫວ້ສັກກະລະບູຊາ ເນື່ອງຈາກເປັນສະຖານທີ່ຫ່າງໄກຈາກບ້ານເຖິງ 4 ກິໂລແມັດ ດັ່ງນັ້ນ ຮອຍພຮະພຸດທະບາດໂພນຄ້ອງກໍຈຶ່ງຖືກປ່ອຍປະລະເລີຍ ແລະ ເຮັດໃຫ້ມີການຮົກເຮື້ອຄືນມາໃໝ່ ອີກເປັນເວລາຍາວນານປະມານ 50 ປີ

ມາຮອດປີ 1860 ໄດ້ເກີດມີໄຟໃໝ້ປ່າຢ່າງຮ້າຍເເຮງໃນບໍລິເວນພູກໍາ່ພ້າ ເຮັດໃຫ້ພູກໍ່າພ້າເປົ່າແປນໂລ່ງ ໃນເວລານັ້ນມີຊາວບ້ານນາຂ່າ ອີກຜູ້ໜຶ່ງຊື່ວ່າ ພໍ່ຕູ້ບຸນທາ ໄດ້ໄປຊອກລ່າເນື້ອ ໄດ້ພົບເຫັນຮອຍພຣະບາດແຫ່ງນີ້ອີກ ຈາກນັ້ນລາວຈຶ່ງໄດ້ຊັກຊວນເອົາຊາວບ້ານ ລູກຫຼານ ແລະ ຊາວບ້ານໃກ້ຄຽງອອ້ມແອ້ມບ້ານນາຂ່າ ໄປກວດທໍາຄວາມສະອາດໃຫ້ຈົບງາມ ແລະ ອຸປະຖາກປົກປັກຮັກສາ.

1890 (30ປີຕໍ່ມາ) ຮອຍພຣະບາດໂພນຄ້ອງໄດ້ຖືກທໍາລາຍໄປບາງສວ່ນ ໄດ້ຖືກໂຈນໃຈບາບໄປຂຸດຄົ້ນ ເພື່ອຫວັງຈະໄດ້ວັດຖຸມຸງຄຸນອັນມີຄ່າສູງ ຈິ່ງເຮັດໃຫ້ຮອຍພຮະບາດເສຍຮູບຊົງທີ່ພົບເຫັນໃນເບື້ອງຕົ້ນໄປ.

ປີ 1950 ໄດ້ມີພຣະກໍາມະຖານ ຄື ຫຼວງປູເພັດ ໄດ້ເດີນທາງມາບ້ານນາຂ່າເພື່ອສອບຖາມເບີ່ງວ່າ ມີຮອຍພຣະພຸດທະບາດຕັ້ງຢູ່ພະລານຫີນຂອງ ພູກໍ່າພ້າແທ້ຫຼືບໍ ຊາວບ້ານໄດ້ລາຍງານໃຫ້ຫຼວງປູຊາບວ່າ ມີຮອຍພຣະບາດຢູ່ພະລານຫີນແທ້ ດັ່ງນັ້ນ ເພື່ອຄວາມເເນ່ນອນ ຫຼວງປູໄດ້ມາສໍາຫຼວດເບີ່ງວ່າມີຮອຍພຣະບາດແທ້ ແລະ ຕໍ່ມາຫຼວງປູ ພ້ອມດວ້ຍອອກຕົນຍາດໂຍມ ບ້ານ ນາຂ່າ ແລະ ບ້ານໂພນມວ່ງ ໄດ້ທໍາການບູລະນະສ້ອມແປງ ພາກສວ່ນທີ່ຖືກທໍາລາຍເສຍຫາຍຄືນໃໝ່ ພ້ອມທັງປູກຫໍງວມ ( ເຈດີທາດ) ຮອຍພຣະພຸດທະບາດນັ້ນໄວ້.

ປີ 1954 ພສ 2497 ຫຼວງປູເພັດ ປະທີໂປ (ພຸດທະວົງ) ໄດ້ບູລະນະສ້ອມແປງສ້າງສາ ວັດພຣະພຸດທະບາດ ອານາໄມໃຫ້ບໍລິເວນພຣະພຸດທະບາດກວ້າງອອກຕື່ມ.

ມາຮອດວັນທີ 8.3.ພສ 2498 (ປີ 1955) ກົງກັບວັນສຸກ ເເຮມ 10 ຄໍ່າ ເດືອນ 4 ປີມະເມຍ ຈິ່ງໄດ້ທໍາພິທີເຮັດບຸນວັນມາຄະບູຊາ ເປັນຄັ້ງທໍາອິດ ເເລ້ວຕໍ່ມາຈຶ່ງໄດ້ເລື່ອນມາໃສ່ເດືອນ 3 ເພັງ ປີ 2015 ພຣະອາຈານອີນແປງ ມະນີໂຊກ ເຈົ້າອະທິການວັດພຮະພຸດທະບາດໂພນຄ້ອງ ໄດ້ນໍາພາອອກຕົນຍາດໂຍມສ້າງຫໍພຣະໄຕປີດົກກາງນໍ້າ, ສ້າງໂນນຄ້ອງຂຶ້ນ ເຊິ່ງມີຄ້ອງໃຫ່ຍຕັ້ງຢູ່ໂນນ ແລະ ມີການຮັບຄ້ອງຂະໜາດຕ່າງໆ ທີ່ຍາດໂຍມນໍາມາບໍລິຈາກທົ່ວໄປ ເຊິ່ງປັດຈຸບັນໄດ້ຮີບໂຮມຄ້ອງໄວ້ເຖິງ 1.250 ກວ່າໜ່ວຍ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.