Friday, April 18, 2025

ລົດໄຟຟ້າຊ່ວຍປົກປ້ອງສິ່ງແວດລ້ອມໄດ້ແທ້ບໍ່?

ລົດໄຟຟ້າເປັນອາວຸດທີ່ມະນຸດສ້າງຂຶ້ນມາເພື່ອຮັບມືຕໍ່ຕ້ານພາວະໂລກຮ້ອນ ແຕ່ລົດໄຟຟ້າຊ່ວຍປົກປ້ອງສິ່ງແວດລ້ອມໄດ້ແທ້ຫຼືບໍ່ ເຊິ່ງທິດສະດີນີ້ກໍບໍ່ແມ່ນຄວາມຈິງສະເໝີໄປ. ເພາະຍັງມີບາງງານວີໄຈສະແດງໃຫ້ເຫັນວ່າ ສຳຫຼັບໃນບາງປະເທດ ລົດໄຟຟ້າປ່ອຍກາສຄາບອນຫຼາຍກວ່າລົດທີ່ໃຊ້ນໍ້າມັນອີກດ້ວຍ.

ຈາກການສຶກສາຄົ້ນຄວ້າໂດຍກຸ່ມພະລັງງານ Radiant Energy Group (REG) ໄດ້ສົມທຽບການປ່ອຍອາຍພິດທີ່ເກີດຈາກຍານພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ ແລະ ຈາກການສາກລົດໄຟຟ້າ, ໂດຍການປ່ອຍອາຍພິດທີ່ເກີດຈາກການໃຊ້ລົດ Tesla Model 3 ເພື່ອຂັບຂີ່ໃນໄລຍະທາງ 100 ກິໂລແມັດ ດ້ວຍການປ່ອຍອາຍພິດທີ່ມາຈາກລົດທີ່ໃຊ້ນໍ້າມັນແບບທໍາມະດາທີ່ຂັບເຄື່ອນໄລຍະຫ່າງເທົ່າກັນ.

ເຊິ່ງຈາກຂໍ້ມູນຂອງ REG ໄດ້ສະແດງໃຫ້ເຫັນວ່າ ລົດໄຟຟ້າໄຟໃນ ໂປແລນ ແລະ ໂກໂຊໂວ ມີການປ່ອຍກາກບອນ ຫຼາຍຂຶ້ນ ຍ້ອນວ່າ ລະບົບໄຟຟ້າຂອງປະເທດເຫຼົ່າານັ້ນ ແມ່ນເພິ່ງພາອາໄສຖ່ານຫີນຢ່າງຫຼວງຫຼາຍ, ແຕ່ສໍາລັບປະເທດອື່ນໆໃນ ຢູໂຣບ ກໍມີການຫຼຸດລົງຂອງການປ່ອຍມົນລະພິດທາງອາກາດເຊັ່ນກັນ.

ເພາະບັນດາປະເທດທີ່ສາມາດຫຼຸດຜ່ອນການປ່ອຍມົນລະພິດທາງອາກາດໄດ້ຫຼາຍທີ່ສຸດຈາກລົດໄຟຟ້າ ທັງໝົດແມ່ນໄດ້ນໍາໃຊ້ພະລັງງານນິວເຄຍ ແລະ ໄຟຟ້າພະລັງງານນໍ້າເປັນຈໍານວນຫຼາຍ. ເຊິ່ງປະເທດທຳອິດແມ່ນປະເທດສະວິດເຊີແລນ ເຊິ່ງສາມາດຫຼຸດຜ່ອນການປ່ອຍມົນລະພິດທາງອາກາດໄດ້ເຖິງ 100 ເປີເຊັນເມື່ອທຽບກັບລົດທີ່ໃຊ້ນໍ້າມັນເຊື້ອໄຟ ຮອງລົງມາແມ່ນປະເທດນໍເວ ຢູ່ທີ່ 98 ເປີເຊັນ, ປະເທດຝຣັ່ງ ຢູ່ທີ່ 96 ເປີເຊັນ, ປະເທດສະວີເດັນ ຢູ່ທີ່ 95 ເປີເຊັນ ແລະ ອອສເຕຣເລຍ ຢູ່ທີ່ 93 ເປີເຊັນ.

ເຖິງຢ່າງໃດ້ກໍຕາມ ປະເທດລາວເຮົາກໍເປັນປະເທດໜຶ່ງ ທີ່ໃຊ້ໄຟຟ້າພະລັງງານນໍ້າຈາກເຂື່ອນເປັນຈຳນວນຫຼາຍ ເຊິ່ງຖ້າເຮົາຫັນໄປໃຊ້ລົດໄຟຟ້າຫຼາຍຂຶ້ນກໍຈະຊ່ວຍໃນການຫຼຸດຜ່ອນມົໄນລະພິດທາງອາກາດໃຫ້ກັບປະເທດລາວເຮົາ ລວມໄປເຖິງຊ່ວຍໂລກໄປໃນຕົວອີກດ້ວຍ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.