Wednesday, March 26, 2025

“ຫຼວງປູ່ບຸນເຫຼືອ” ຜູ້ນຳພາສ້າງ ສວນວັດທະນະທຳຊຽງຄວນ

ເມື່ອເວົ້າເຖິງ ສວນວັດທະນະທຳຊຽງຄວນ ທີ່ຊາວຕ່າງປະເທດເອີ້ນວ່າ Buddha Park ສ່ວນທີ່ມີພຣະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດລາວ ກໍ່ວ່າໄດ້. ທີ່ປັດຈຸບັນ ໄດ້ກາຍເປັນ ແລນມາກ ຫຼື ຈຸດໝາຍຂອງປາຍທາງ ທີ່ນັກທ່ອງທ່ຽວ ເວລາມາຮອດ ນະຄອນຫຼວງວຽງຈັນ ຕ້ອງໄດ້ພາກັນໄປຢ້ຽມຊົມ ຄວາມງົດງາມ ຂອງສະຖາປັດຕະຍະກຳ ການປັ້ນການຫຼໍ່ ທີ່ຖືໄດ້ວ່າ ງົດງາມ ແລະ ອາລັງການ.

ເຮົາມາຮຽນຮູ້ປະຫວັດຫຍໍ້ ສະຖານທີ່ແຫ່ງນີ້ນຳກັນ ເລີ່ມຈາກ ຊາຍຜູ້ທີ່ມີອາຍຸໃນຄັນພຽງແຕ່ 7 ເດືອນ, ລ້ຽງຍາກ, ຈົນຕ້ອງໄດ້ປ່ຽນຊື່. ໄປເປັນລູກລ້ຽງຂອງເອື້ອຍ ແລະ ກັບມາຢູ່ກັບພໍ່ແມ່ຄີງ. ແຕ່ຊາຍຄົນນີ້ ແມ່ນເຕັມລົ້ນໄປດ້ວຍຈິດໃຈອັນດີງາມ ແລະ ໄດ້ສ້າງສັນຜົນງານທີ່ກາຍເປັນມໍ

ລະດົກ ປະໄວ້ໃຫ້ລູກຫຼານໄດ້ຊື່ນຊົມ. ຊາຍທີ່ເປັນ ຜູ້ລິເລີມການສ້າງ ສວນວັດຊຽງຄວນ ມີຊື່ວ່າ “ຫຼວງປູ່ ບຸນເຫຼືອ ສີສຸດລັດ”, ເພິ່ນເກີດເມື່ອ ວັນທີ 3 ເດືອນ 6 ພສ 2476 (ຄສ 1933) ກົງກັບ ມື້ຂຶ້ນ 11 ຄ່ຳ ເດືອນ 7 ລາວ. ເປັນລູກຊາຍຄົນທີ 7 ຂອງພໍ່ຄຳໝັ້ນ ແລະ ແມ່ທອງ. ພໍ່ແມ່ຂອງ ຫຼວງປູ່ ບຸນເຫຼືອ ໄດ້ມາສ້າງຖິ່ນຖານທຳມາຫາກິນ ທີ່ດິນແດນອັນເປັນທີ່ຕັ້ງຂອງ ສວນວັດຊຽງຄວນ ແຫ່ງນີ້. ໂດຍປະກອບອາຊີບກະສິກຳ, ຕ່ຳຫູກທໍໄໝ ແລະ ຫາປາ ຕາມລຳນ້ຳຂອງ.

ທ້າວ ບຸນເຫຼືອ ຕອນເກີດນັ້ນ ແມ່ຕັ້ງຄັນໄດ້ພຽງ 7 ເດືອນ ກໍ່ອອກມາແລ້ວ, ຊິເວົ້າວ່າ ອອກໄວກ່ອນກຳນົດກໍວ່າໄດ້ ເພາະປົກກະຕິ ຄວນຈະຕັ້ງຄັນ 9 ເດືອນ. ເບື້ອງຕົນ ພໍ່ແມ່ຕັ້ງຊື່ໃຫ້ວ່າ ທ້າວ ສາຍສະໝອນ. ຍ້ອນເກີດກ່ອນກຳນົດ ຈິ່ງເຮັດໃຫ້ສຸຂະພາບ ບໍ່ຄ່ອຍແຂງແຮງ, ລ້ຽງຍາກ, ຕໍ່ມາ ຜູ້ເປັນເອື້ອຍ ນາງຄຳປິວ ແລະ ຜົວ ຄູຈານ ຫຼິງ ໄດ້ເອົາໄປລ້ຽງເປັນລູກບຸນທຳ ແລະ ໄດ້ປ່ຽນຊື່ ມາເປັນ ທ້າວ ບຸນເຫຼືອ ເພາະເຊື່ອວ່າ ການປ່ຽນຊື່ ຈະຊ່ວຍໃຫ້ການລ້ຽງດູ ທ້າວ ສາຍສະໝອນ ໄດ້ດີຂຶ້ນ ແລະ ມັນກໍເປັນຄວາມຈິງ ນັບແຕ່ປ່ຽນຊື່ມາເປັນ ບຸນເຫຼືອ ກໍລ້ຽງງ່າຍ ແລະ ໃຫຍ່ກ້າໜ້າບານ.

ພໍຮອດອາຍຸໄດ້ 6 ປີ, ແມ່ລ້ຽງ ນາງຄຳປິວ ໄດ້ເຖິງແກ່ກຳ, ຫຼັງຈາກນັ້ນ ພໍ່ລ້ຽງ ກໍໄດ້ສ້າງຄອບຄົວໃໝ່ ຈິ່ງໄດ້ມອບ ທ້າວ ບຸນເຫຼືອ ຄືນໄປໃຫ້ ພໍ່ແມ່ ຜູ້ບັງເກີດເກົ້າ ລ້ຽງຕໍ່. ເມື່ອຄາວຍັງນ້ອຍ, ທ້າວ ບຸນເຫຼືອ ເປັນຄົນທີ່ມີຈິດໃຈດີງາມ, ຊື່ສັດ, ເວົ້າຈາສຸພາບອ່ອນໂຍນ, ມັກປູກດອກໄມ້, ມັກວັດທະນະທຳ, ການຈັກສານ ແລະ ທັກທໍແຜ່ນແຜ ຈົນສາມາດຕຳຫູກ ແລະ ອື່ນໆ.

ໃນປີ 1958 ຫຼວງປູ ບຸນເຫຼືອ ໄດ້ເລີ່ມການກໍ່ສ້າງ ສວນວັດຊຽງຄວນ ຍ້ອນ ມີຄວາມສັດທາ ໃນພຸດທະສາສະໜາ ແລະ ຢາກສ້າງອານຸສອນ ທີ່ເລົ່າເລື່ອງລາວພຸດທະປະຫວັດ ແລະ ເລື່ອງລາວທີ່ກ່ຽວຂ້ອງ. ສວນວັດທະນະທຳວຊຽງຄວນ ແມ່ນຕັ້ງຢູ່ ດ້ານໃຕ້ຂອງບ້ານ ທ່າເດື່ອ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ ປະມານ 7 ກິໂລແມັດຈາກຕົວເມືອງ.

ສຳລັບ ທ່ານໃດ ຢາກຊື່ນຊົມກັບ ສີລະປະ ທີ່ ສວນວັດທະນະທຳຊຽງຄວນ ກໍ່ຢ່າລືມ ໄປທ່ຽວຊົມ, ປີ້ເຂົ້າຊົມ ພຽງ 15.000 ກີບ, ຕ່າງປະເທດ 40.000 ກີບ ເດັກນ້ອຍອາຍຸ 8 ປີລົງມາແມ່ນບໍ່ເກັບ ໃນສວນຍັງມີ ຮ້ານອາຫານ ແລະ ສະຖານທີ່ພັກຜ່ອນ, ມີບ່ອນຫຼິ້ນເດັກນ້ອຍ ທີ່ທ່ານຈະໄດ້ ໃຊ້ເວລາກັບຄອບຄົວ ແລະ ເພື່ອນມິດສະຫາຍ. ເປັນການໄປຮຽນຮູ້ ແລະ ສຶກສາ ສີລະປະສຳຄັນຂອງບັນພະບູລຸດລາວ.

ສິລະປະການປັ້ນ ພຣະພຸດທະຮູບ ແມ່ນມີຄວາມຫຼາກຫຼາຍ, ຍິ່ງໃຫຍ່ ແລະ ງົດງາມ. ອັນພົ້ນເດັ່ນກໍແມ່ນ ພຣະນອນສະແຄງ ອົງໃຫຍ່, ແລະ ຮູບຍັກອົງໃຫຍ່ ແລະ ຮູບປັ້ນອື່ນໆ ທີ່ຫຼາຍຮ້ອຍອົງ. ເຊິ່ງເຕັມເປັນດ້ວຍຄວາມໝາຍເລື່ອງລາວ ຂອງພຸດທະປະຫວັດ ແລະ ການສອນຊີວິດແກ່ມະນຸດ ໃຫ້ຮູ້ ແລະ ເຂົ້າໃນແກ່ນແທ້ ຂອງການດຳລົງຊີວິດ. ສຳລັບທ່ານໃດທີ່ຕ້ອງການ ຊົມຮູບປັ້ນເໝືອນ ຂອງ ຫຼວງປູ ບຸນເຫຼືອ ສີສຸລັດ ສາມາດໄປເບິ່ງໄດ້ທີ່ຕັ້ງຢູ່ດ້ານຫຼັງໃກ້ຝັ່ງແຄມຂອງ.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ