Friday, April 18, 2025

ເລີ່ມ 4 ມີນາ ຈະປັບຂຶ້ນຄ່າທຳນຽມ ແລະ ຄ່າບໍລິການ ອອກໜັງສືຜ່ານແດນທົ່ວໄປ

ກົມກົງສຸນ ໄດ້ໃຫ້ຮູ້ວ່າ: ຕາມລັດຖະບັນຍັດວ່າດ້ວຍການປັບປຸງບາງມາດຕາຂອງລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ໃນຂົງເຂດການຕ່າງປະເທດ, ສະບັບເລກທີ 001/ປປທ, ລົງວັນທີ 26 ມັງກອນ 2024, ຈະໄດ້ມີການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ຕາມລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກຳນົດຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາ ດັ່ງນີ້: ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ ແລະ ບໍ່ແມ່ນເອເລັກໂຕຣນິກ ລາຄາ 40 ໂດລາ.

ຮູບຈາກ: Sissy Channel

ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນຕົວຈິງແມ່ນເກັບເປັນເງິນກີບ ຕາມອັດຕາແລກປ່ຽນທີ່ກະຊວງການເງິນເປັນຜູ້ກຳນົດໃຫ້ໃນແຕ່ລະໄລຍະ ເຊິ່ງການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນໃນອັດຕາ ແລະ ວິທີການດັ່ງກ່າວນີ້ແມ່ນເພື່ອໃຫ້ມີງົບປະມານພຽງພໍໃນການຈັດຕັ້ງປະຕິບັດວຽກງານໜັງສືຜ່ານແດນໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ຍືນຍົງ ເຊັ່ນ: ການຊໍາລະຄ່າໜັງສືຜ່ານແດນ, ອຸປະກອນໄອທີຕ່າງໆທີ່ກ່ຽວຂ້ອງ ທີ່ນຳເຂົ້າມາຈາກຕ່າງປະເທດ, ການບໍາລຸງຮັກສາລະບົບເຕັກນິກອອກໜັງສືຜ່ານແດນໃຫ້ສາມາດເຄື່ອນໄຫວໄດ້ຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ອື່ນໆ.

ການບໍລິການອອກໜັງສືຜ່ານແດນດ່ວນ ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກໍານົດຄ່າບໍລິການອອກໜັງສືຜ່ານແດນດ່ວນ ເປັນ 3 ປະເພດດັ່ງນີ້:

  • ບໍລິການອອກໜັງສືຜ່ານແດນ 01 ວັນ ລາຄາ: 1.000.000 ກີບ/ຫົວ
  • ບໍລິການອອກໜັງສືຜ່ານແດນ 03 ວັນ ລາຄາ: 500.000 ກີບ/ຫົວ
  • ບໍລິການອອກໜັງສືຜ່ານແດນ 05 ວັນ ລາຄາ: 300.000 ກີບ/ຫົວ

ການກຳນົດຄ່າບໍລິການອອກໜັງສືຜ່ານແດນດ່ວນດັ່ງກ່າວນີ້ ແມ່ນເພື່ອເປັນທາງເລືອກ ແລະ ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ຜູ້ທີ່ມີຄວາມຕ້ອງການຢາກໄດ້ໜັງສືຜ່ານແດນກ່ອນ 10 ວັນ ທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍໜັງສືຜ່ານແດນ. ໃນຂະນະດຽວກັນ, ແນໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ທີ່ພົວພັນກັບຂະບວນການເຄື່ອນໄຫວເຮັດໜັງສືຜ່ານແດນດ່ວນແບບຜິດກົດໝາຍ ທີ່ເກີດຂຶ້ນໃນປະຈຸບັນ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.