ວັດໂພນພະເນົາ ວັດສະໄໝພຣະເຈົ້າວໍຣະວົງສາ

ວັດໂພນພະເນົາ (ວັດດອນພະເນົາ) ຕັ້ງຢູ່ບ້ານ ໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຕາມປະຫວັດໄດ້ກ່າວໄວ້ວ່າ: ວັດນີ້ສ້າງຂຶ້ນໃນຊຸມປີ ຄ.ສ 1599 ສະໄໝ ພຣະເຈົ້າວໍຣະວົງສາ ທັມມິກະຣາດ ເປັນວັດປະຈຳພຣະອົງ. ເພື່ອໃຫ້ເປັນທີ່ປະຕິບັດທັມຂອງພຣະພິກຂຸ ສາມະເນນ. ພຣະອົງ ຍັງໄດ້ສ້າງພຣະພຸດທະຮູບທອງສຳຣິດຂຶ້ນໜຶ່ງອົງ (ບໍ່ແມ່ນອົງຕື້ ແຕ່ໃຫຍ່ເທົ່າອົງຕື້) ເພື່ອໃຫ້ເປັນທີ່ຂາບໄຫວ້ສັກການລະບູຊາ.

ປັດຈຸບັນ, ພຣະພຸດທະຮູບອົງດັ່ງກ່າວ ໄດ້ອາຣາທະນາໄປໄວ້ທີ່ວັດຊຽງແວ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຕໍ່ມາໄດ້ໃສ່ຊື່ ພຣະພຸດທະຮູບອົງນີ້ວ່າ: “ພຣະເຈົ້າສີມຸງຄຸນ”.

ທີ່ມາ: Boonthavy Vilaychak

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.