Thursday, March 20, 2025

ເປີດຫໍພິພິທະພັນ ຊີວະນານາພັນ ນໍ້າກັດຢໍລະປ່າ

ທ່ານ ສົມເພັດ ມ້າວປະເສີດ, ຜູ້ພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ ຢໍລະປາ ແບບອະນຸລັກ ເພື່ອອະນຸລັກສັດປ່າ ແລະ ປ້ອງກັນການລ່າສັດຕ່າງໆ. ຈາກຄວາມພະຍາຍາມຂອງເພິ່ນຈຶ່ງໄດ້ນຳໄປສູ່ຄວາມສຳເລັດອີກບາດກ້າວໜຶ່ງ ໂດຍການເປີດຫໍພິພິທະພັນຊີວະນານາພັນນ້ຳກັດຢໍລາປ່າ, ເຊິ່ງເປັນເຄື່ອງໝາຍທີ່ສຳຄັນແຫ່ງການອະນຸລັກ ແລະ ຄວາມຍືນຍົງຂອງຂອບເຂດຢໍລະປາ.

ຫໍພິພິທະພັນແຫ່ງນີ້ ເປັນຫໍພິພິທະພັນທີ່ມີຊັບສົມບັດຂອງທຳມະຊາດອັນລຳຄ່າ ໂດຍໄດ້ມີການ ວາງສະແດງບັນດາຊີວະນານາພັນທີ່ມີຊີວິດຊີວາ ເຊັ່ນ: ງູ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນໍ້າ, ສັດນຳ, ນົກ, ແມງກະເບື້ອ, ແມງປີກແຂງ ແລະ ດອກໄມ້ຕ່າງທີ່ໜ້າປະທັບໃຈ.

ສັດທັງໝົດນີ້ ມີຖິ່ນກຳເນີດຈາກປ່ານ້ຳກັດ, ຊີວະນານາພັນແຕ່ລະປະເພດ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈທີ່ແຕກຕ່າງກັນ.ການປະຕິບັດເພື່ອຈັບສັດເຫຼົ່ານີ້ຕ້ອງໄດ້ວາງແຜນການເດີນທາງໄປນ້ໍາກັດຢໍລະປາ ລະຫວ່າງເດືອນມີນາ, ເດືອນເມສາ, ເດືອນພຶດສະພາ, ເດືອນຕຸລາ, ແລ ະເດືອນພະຈິກ. ດັ່ງນັ້ນທ່ານຈົ່ງຢ່າພາດປະສົບການອັນພິເສດນີ້!

ຖ້າທ່ານມີເວລາບໍ່ພຽງພໍ, ທ່ານສາມາດໄປຢ້ຽມຊົມໄດ້ທີ່ພິພິທະພັນຊີວະນານພັນນ້ຳກັດຢໍລະປ່າ ກ່ອນທີ່ຈະໄປຜະຈົນໄພໃນປ່ານ້ຳກັດ ແລະ ຊົມນ້ຳຕົກຕາດທີ່ມະຫັດສະຈັນຂອງທຳມະຊາດທີ່ລໍຖ້າທ່ານຢູ່.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.