ນໍ້າຕົກຕາດສະແນນ ເມືອງບໍ່ແຕນ ເປີດໃຫ້ທ່ຽວຊົມເປັນທາງການ!

ໃນວັນທີ 23 ກຸມພາ 2024 ທີ່ຜ່ານມາ ໄດ້ມີພິທີເປີດແຫຼ່ງທ່ອງທ່ຽວ “ນໍ້າຕົກຕາດສະແນນ” ເມືອງບໍ່ແຕນ, ແຂວງໄຊຍະບູລີ ຢ່າງເປັນທາງການ ໂດຍມີ ທ່ານ ພົນໂທ ສຸວອນ ເລືອງບຸນມີ, ຮອງປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໄຊຍະບູລີ, ມີຮອງລັດຖະມົນຕີ ກະຊວງ ຍທຂ, ມີພະແນກການກ່ຽວຂອງຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

“ນ້ຳຕົກຕາດສະແນນ” ເປັນນ້ຳຕົກຕາດຂະໜາດໃຫຍ່ ທີ່ເປັນເຂດປ່າຕົ້ນນ້ຳຂອງສາຍນ້ຳຮອຍ ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງບໍ່ແຕນ, ແຂວງໄຊຍະບູລີ ຫ່າງຈາກເທສະບານເມືອງປະມານ 17 ກິໂລແມັດ, ມີທໍາມະຊາດທີ່ງົດງາມເຊັ່ນ: ນໍ້າຕົກຕາດ ລວມ ມີ 7 ຊັ້ນ ຈົນຮອດເທິງຕາດໃຫຍ່, ເປັນເຂດປ່າໄມ້ໃຫຍ່ຂຽວງາມ ແລະ ມີເຂດປ່າໄມ້ທໍາມະຊາດທີ່ກວ້າງໃຫຍ່, ການກໍ່ສ້າງແມ່ນເລີ່ມແຕ່ເດືອນ ສິງຫາ 2022 ຮອດປັດຈຸບັນແມ່ນສໍາເລັດ ພ້ອມເປີດໃຫ້ບໍລິການ, ໂຄງການພັດທະນາແຫລ່ງທ່ອງທ່ຽວມີເນື້ອທີ່ຈະຕ້ອງໄດ້ສະຫງວນເປັນປ່າຕົ້ນນ້ຳທັງໝົດ 1.200 ເຮັກຕາ ແລະ ເນື້ອທີ່ພັດທະນາໃນເບື້ອງຕົ້ນ 15 ເຮັກ ຕາ, ມີອາຍຸສໍາປະທານ 50 ປີ ໃນມູນຄ່າລົງທືນທັງໝົດ 50 ຕື້ກີບ.

ສໍາລັບການພັດທະນາປະກອບມີ: ທະລຸເສັ້ນທາງ ແຕ່ບ້ານນໍ້າດັ້ນ ຫາຕາດສະແນນ ຄວາມຍາວ 8 ກິໂລແມັດ, ດຶງຕາຂ່າຍໄຟຟ້າ 22 KVa ຍາວ 8 ກິໂລແມັດ ແລະ ຕິດຕັ້ງຫໝໍ້ແປງ 100 KVa, ດຶງລະບົບສາຍອິນເຕີເນັດເຂົ້າແຫລ່ງທ່ອງທ່ຽວ 9,5 ກິໂລແມັດ ເພື່ອສາມາດໃຊ້ຊື່ສານກັບທາງນອກໄດ້, ກໍ່ສ້າງຮ້ານອາຫານ, ສ້າງສາລາ(ຕູບ) ເພື່ອໃຫ້ແຂກໃຊ້ສ້າງສັນແບບກຸ່ມສ່ວນຕົວ ຈຳນວນ 10 ຫລັງ, ສ້າງອາຄານເຮືອພັກ-ຣີສອດ 33 ຫລັງ (ປັດຈຸບັນສຳເລັດ ແລະ ໃຫ້ບໍລິການໄດ້ 27 ຫລັງ), ສ້າງຮ້ານກາເຟຢູ່ບໍລິເວນ ອາຄານຕ້ອນຮັບ, ສ້າງຂົວອູ່ 5 ຂົວ ເຊິ່ງບາງຂົວມີຄວາມຍາວຕໍ່າສຸດ 60 ແມັດ, ຍາວສຸດ 88 ແມັດ, ມີຈຸດຊົມວິວເທິງຕົ້ນໄມ້ ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນ ແລະ ຖ່າຍຮູບ 3 ຈຸດ, ມີຂົວເຫລັກຂ້າມນ້ຳ ແລະ ຂົວເຫລັກເຊື່ອມເສັ້ນທາງ ພ້ອມຂັ້ນໄດຂຶ້ນໜ້າຜາ ເພື່ອສ້າງຄວາມສະດວກສະບາຍແກ່ນັກທ່ອງທ່ຽວໃນການທ່ຽວຊົມທຳມະຊາດ ຈົນຮອດນໍ້າຕົກຕາດ ເປັນໄລຍະທາງ ເກືອບຮອດ 1 ກິໂລແມັດ, ມີປ່າຫີນທຳມະຊາດໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ຖ່າຍຮູບ ແລະ ມີຈຸດກາງເຕັ້ນພັກແຮມທີ່ເປັນເດີ່ນ ແລະ ເປັນອາຄານ (ຕູບ) ເຊິ່ງນັກທ່ອງທ່ຽວສາມາດມາກາງເຕັ້ນໃນລະດູຝົນກໍໄດ້.

ທີ່ມາ: ອຸ່ນເຮືອນ ໂພທິລັກ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...