ເພງປະກອບຮູບເງົາ “ບໍ່ເຄີຍລືມ” ປ່ອຍອອກມາແລ້ວ!

ຮູບເງົາ “ບໍ່ເຄີຍລືມ” ເປັນຮູບເງົາທີ່ ສົ່ງເສີມການທ່ອງທ່ຽວ, ວັດທະນະທຳ ແລະ ຮີດຄອງປະເພນີ ຂອງລາວເຮົາ ໂດຍ ສະເພາະ ແມ່ນການນຳສະເໜີແຫຼ່ງທ່ອງທ່ຽວຕ່າງໆ ຢູ່ທີ່ ເມືອງ ວັງວຽງ ແລະ ນະຄອນຫຼວງວຽງຈັນ, ປັດຈຸບັນໄດ້ປ່ອຍເພງປະກອບຮູບເງົາອອກມາແລ້ວ ໂດຍໄດ້ ໜຸ່ມເທ້ຈຳປາສັກ ເປັນຜູ້ຮ້ອງເພງດັ່ງກ່າວ ບອກເລີຍວ່າຖ້າໃຜໄດ້ຟັງບົດເພງນີ້ກໍຈະອິນໄປກັບເພງນຳເລີຍລະ! ເພາະເປັນບົດເພງທີ່ຊຶ້ງໆ  ສາມາດເຮັດໃຫ້ເຮົາຄິດຮອດອະດີດໄດ້.

ທ່ານ ຄອນໄຊ ຜູ້ຂຽນບົດ ແລະ ກຳກັບຮູບເງົາ “ບໍ່ເຄີຍລືມ” ບອກວ່າ: ໃນເດືອນມີນາ 2024 ຈະໄດ້ປ່ອຍຕົວຢ່າງຂອງຮູບເງົາອອກມາ ແລະ ຄາດວ່າ ເດືອນ ພຶດສະພາ 2024 ນີ້ ຈະໄດ້ຮັບຊົມຮູບເງົາພ້ອມໆກັນ ຂອງໃຫ້ທຸກທ່ານລໍຖ້າຮັບຊົມກັນເດີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...