ທ້າຍອາທິດນີ້! ໄປທ່ຽວຫາດຊາຍຂາວສັງທອງນຳກັນບໍ່

ຫາດຊາຍຂາວສັງທອງ ຕັ້ງຢູ່ບ້ານອ່າງນ້ອຍ, ເມືອງສັງທອງ, ນະຄອນຫຼວງ ວຽງຈັນ ຫ່າງຈາກຕົວເມືອງ ນະຄອນຫຼວງ ໄປປະມານ 50 ກິໂລແມັດ, ເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຜູ້ຄົນຢູ່ໃນເມືອງພາກັນໄປພັກຜ່ອນຢ່ອນໃຈໃນທ້າຍອາທິດກັບຄອບຄົວໝູ່ເພື່ອນ.

ສະຖານທີ່ແຫ່ງນີ້, ນອກຈາກຈະມີຫາດຊາຍຂາວທີ່ສວຍງາມແຄມແມ່ນ້ຳຂອງແລ້ວ, ຍັງມີບ່ອນຫຼິ້ນນ້ຳສຳລັບເດັກນ້ອຍ ແລະ ບ່ອນເຮັດກິດຈະກຳມ່ວນຊື່ນກັບຄອບຄົວ ພ້ອມກັບສິ່ງອຳນວຍຄວາມສະດວກຕ່າງໆໄວ້ບໍລິການໃຫ້ກັບນັກທ່ອງທ່ຽວ.

ນອກຈາກນີ້, ຍັງມີໂອນຊາໃຫຍ່ຢູ່ຫາດຊາຍແຄມແມ່ນ້ຳຂອງ ໄວ້ໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບເປັນທີ່ລະນຶກ ກັບບັນຍາກາດຄ້ອຍຄ່ຳຍາມແລງ ທີ່ມີຄວາມສວຍງາມ ແລະໄດ້ບັນຍາກາດສຸດໆ.

ທີ່ສຳຄັນ ເມື່ອໄປທ່ຽວມ່ວນຊື່ນແລ້ວຢ່າລືມພາກັນຮັກສາຄວາມສະອາດຊ່ວຍກັນແດ່ເດີ້! ເພື່ອສິ່ງແວດລ້ອມທີ່ດີ.

#ບ່ອນທ່ອງທ່ຽວ #ຫາດຊາຍຂາວສັງທອງ #ພັກຜ່ອນ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: