Saturday, May 24, 2025
Kbank Laos โอน รับ จ่าย

ຖ້ຽວບິນກົງໄປ ເມວເບີນ ແລະ ຮີໂຣຊີມາ ຂອງ Vietjet ຈະ​ຊ່ວຍກະຕຸ້ນເສດຖະກິດ​​ຮ່າ​ໂນ້ຍ

(ນະຄອນຫຼວງວຽງຈັນ, ວັນທີ 06 ມີນາ 2024, Vietjet ຈະຂະຫຍາຍເຄືອຂ່າຍການບິນສາກົນຕື່ມອີກ, ໃຫ້ແໜ້ນແຟ້ນ ມີພາບລັກຂອງສາຍການບິນໃນພາກພື້ນອາຊີ – ປາຊີຟິກ ດ້ວຍສາຍການບິນໃໝ່ທີ່ເຊື່ອມຕໍ່ ນະຄອນຫຼວງຮ່າໂນ້ຍ ຂອງ ຫວຽດນາມ ຫາ ຮີໂຣຊີມາ ຂອງ ຢີ່ປຸ່ນ ແລະ ເມວເບີນ ຂອງອົດສະຕາລີ.

ເສັ້ນທາງບິນກົງໃໝ່ນີ້ ລວມທັງເສັ້ນທາງເຊື່ອມຕໍ່ຂ້າມທະວີບ, ຄາດວ່າຈະບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ແລະ ໃນລາຄາປະຫຍັດ, ຕອບສະໜອງຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນໃນທົ່ວພາກພື້ນ.

​​ພິທີເປີດເສັ້ນ​ທາງບິນ​ໃໝ່ຈະ​ຈັດຂຶ້ນໃນມື້ນີ້ທີ່ Vietnam-Australia Business Forum 2024 ໂດຍ​ທ່ານ​ Pham Minh Chinh, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ການ​ນຳທັງ​ສອງ​ປະ​ເທດຮ່ວມຍິນ​ດີ ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ຊົມ​ເຊີຍ Vietjet ບາດກ້າວ​ທີ່​ສຳ​ຄັນໃນ​ຄັ້ງນີ້.

ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການໃນວັນທີ 03 ມິຖຸນາ 2024, ອອກບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ ມາຮອດເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກນະຄອນເມວເບິນ ໃນວັນອັງຄານ ແລະ ວັນເສົາ. ປັດຈຸບັນ Vietjet ມີຖ້ຽວບິນຫຼາຍສາຍລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຫຼາຍກວ່າ 58 ຖ້ຽວຕໍ່ອາທິດລະຫວ່າງນະຄອນໂຮ່ຈີມິນ ແລະ 5 ເມືອງໃຫຍ່ຂອງອົດສະຕຣາລີ, Melbourne, Sydney, Brisbane, Perth ແລະ Adelaide, ໂດຍນຳໃຊ້ເຮືອບິນທີ່ທັນສະໄໝລະດັບໂລກ ເຊັ່ນ: A330 ແລະ A321.

ນອກຈາກນັ້ນ, Vietjet ຈະເປີດຖ້ຽວບິນໂດຍກົງລະຫວ່າງຮ່າໂນ້ຍ ແລະ ຮີໂຣຊີມາ ເລີ່ມແຕ່ວັນທີ 12 ພຶດສະພາ 2024. ຖ້ຽວບິນໃໝ່ນີ້ແມ່ນເປັນເສັ້ນທາງການບິນກົງທຳອິດຈາກເຂດ Chugoku ແລະ Shikoku ໄປຫວຽດນາມ. ເສັ້ນ​ທາງ ຮ່າ​ໂນ້ຍ – ຮິ​ໂຣ​ຊິີມາ ຈະ​ບິນ​ກັບ​ອາ​ທິດລະ 2 ຄັ້ງ​ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ, ໃຊ້ເວ​ລາ​​ປະ​ມານ 4 ຊົ່ວ​ໂມງ 30 ນາ​ທີ. ຖ້ຽວບິນໃໝ່ຈະລວມຖ້ຽວຂອງ Vietjet ລະຫວ່າງ ຫວຽດນາມ ແລະ ຍິປຸ່ນ ເຖິງ 8 ຖ້ຽວບິນກົງ, ເຊື່ອມຕໍ່ບັນດາເມືອງໃຫຍ່ທີ່ສຸດຂອງຫວຽດນາມ ຄື ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບບັນດາເມືອງໃຫຍ່ຂອງ ຍີ່ປຸ່ນ ເຊັ່ນ: ໂຕກຽວ, ໂອຊາກາ, ນາໂກຢາ, ຟູກຸໂອກະ ແລະ ຮີໂຣຊີມາ.

ເພື່ອສະເຫຼີມສະຫຼອງຖ້ຽວບິນໃໝ່, Vietjet ມອບປີ້ຍົນລາຄາປະຢັດເລີ່ມຕົ້ນພຽງແຕ່ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ທຸກເສັ້ນທາງຕ່າງປະເທດຂອງ Vietjet ກັບປີ້ໂປຣໂມຊັ່ນມີໃຫ້ຈັບຈອງທຸກວັນສຸກຕັ້ງແຕ່ວັນທີ 8 ມີນາ 2024, ເດີນທາງຕັ້ງແຕ່ວັນທີ 08 ມີນາ ຫາ 31 ທັນວາ 2024 (ບໍ່ລວມວັນພັກ ແລະ ຊ່ວງລະດູການທ່ອງທ່ຽວ).

ຈາກ​ຮ່າ​ໂນ້ຍ ນັກ​ທ່ອງ​ທ່ຽວ​ສາມາດ​ເດີນທາງໄປເມືຶອງ​ອື່ນໆ​ຂອງ​ປະ​ເທດ​ໄດ້​ຢ່າງ​ສະດວກ​ສະບາຍ ບໍ່ວ່າຈະເປັນ ​ເຫ້ວ, ດ່າໜັງ, ນະຄອນ​ໂຮ່ຈິ​ມິນ, ຍາ​ຈາງ, ຟູກກວັກ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ອີກ​ຫຼາຍ​ແຫ່ງ. ຂອບໃຈເຄືອຂ່າຍການບິນຕ່າງປະເທດກວ້າງຂວາງຂອງ Vietjet ພິເສດແມ່ນເສັ້ນທາງໃໝ່ທີ່ເຊື່ອມຕໍ່ວຽງຈັນ-ໂຮ່ຈິມິນ, ເຊິ່ງສ້າງໂອກາດໃຫ້ນັກເດີນທາງທີ່ມີແຜນຈະເດີນທາງ ແລະ ຍັງສາມາດເຊື່ອມຕໍ່ບັນດາຈຸດໝາຍປາຍທາງໃນທົ່ວພາກພື້ນອາຊຽນ ແລະ ອາຊີ-ປາຊີຟິກ.

ຖ້ຽວບິນໃໝ່ແມ່ນມີຄວາມສຳຄັນໃນແຜນການຂອງ Vietjet ທີ່ຈະຂະຫຍາຍເຄືອຂ່າຍການບິນ ເພື່ອຕອບສະໜອງຄວາມຕ້ອງການການທ່ອງທ່ຽວທີ່ເພີ່ມຂຶ້ນ ຊຸກຍູ້ການແລກປ່ຽນວັດທະນະທໍາ, ການສຶກສາ, ການພັດທະນາເສດຖະກິດ, ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນອາຊີປາຊີຟິກ.

ຂໍ້ມູນເພີ່ມຕື່ມ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.