Sunday, May 18, 2025
Kbank Laos โอน รับ จ่าย

ເປັນຫຍັງຊື່ “ວຽງຈັນ” ຈຶ່ງຂຽນເປັນພາສາອັງກິດວ່າ “Vientiane”

ຄົນລຸ້ນໃໝ່ເຄີຍມີຂໍ້ສົງໄສບໍ່ວ່າ ເປັນຫຍັງຄົນຕ່າງປະເທດຈຶ່ງເອີ້ນວຽງຈັນຂອງລາວເຮົາວ່າ “ວຽນທຽນ” ແລະ ເປັນພາສາອັງກິດວ່າ “Vientiane” ທັ້ງໆທີ່ “ວຽນທຽນ” ໃນພາສາລາວ ກໍເປັນອີກຄວາມໝາຍໜຶ່ງ ທີ່ບໍ່ມີຫຍັງເຊື່ອມໂຍງກັບ “ວຽງຈັນ” ໂດຍກົງເລີຍ.

ຄຳຕອບແທ້ໆ ນັ້ນງ່າຍໆ ຖ້າເຮົາກັບໄປຖາມຄົນລຸ້ນກ່ອນໆ ທີ່ໄດ້ຮຽນພາສາຝຣັ່ງມາ ກໍຈະຮູ້ໄດ້ທຫັນທີວ່າ “Vientiane” ທີ່ເຮົາອ່ານກັນຢູ່ນັ້ນ ບໍ່ໄດ້ອ່ານອອກສຽງ “ວຽນທຽນ” ແຕ່ອອກສຽງວ່າ “ວຽງຈັນ” ຕັ້ງແຕ່ຕົ້ນຢູ່ແລ້ວ ເພາະວ່າຄຳນີ້ບໍ່ແມ່ນພາສາອັງກິດ ແຕ່ເປັນພາສາຝຣັ່ງ ໃຜຢາກພິສູດຄຳອ່ານນີ້ ກໍສາມາດໃຊ້ Google Translate ແລ້ວເລືອກພາສາເປັນພາສາຝຣັ່ງກ່ອນຈະໃສ່ຄຳວ່າ “Vientiane” ລົງໄປແລ້ວກົດປຸ່ມຮູບລຳໂພງ ກໍຈະໄດ້ຍິນຄຳວ່າ “ວຽງຈັນ” ຢ່າງຊັດເຈນ.

ນອກຈາກຄຳວ່າ “Vientiane” ແລ້ວ ຄຳໃນພາສາລາວ ທີ່ເຮົາເວົ້າກັນຈົນຕິດປາກເຊັ່ນວ່າ ກາຣົດ (Carrot), ເບຕົງ (Béton), ປາເຕ້ (Pâte) ແລະ ບຣູດ (Brosse) ຕ່າງກໍເປັນການອອກສຽງທີ່ຢືມມາຈາກສຳນຽງຂອງພາສາຝລັ່ງທັງນັ້ນ.

ຄວາມຈິງແລ້ວ ການຢືມສຳນຽງຕ່າງປະເທດມາໃຊ້ ເປັນເລື່ອງປົກກະຕິມາຕັ້ງແຕ່ສະໄໝພາສາ ບາລີ-ສັນສະກິດ ເຂົ້າມາສູ່ພູມິພາກອາຊີຕາເວັນອອກ ສ່ຽງໃຕ້ແລ້ວ ເຊິ່ງຖືວ່າເປັນການແລກປ່ຽນວັດທະນະທຳທາງພາສາທີ່ມີມາແຕ່ບູຮານ ຄືກັນກັບທີ່ເຮົາກຳລັງໃຊ້ພາສາອັງກິດຕິດປາກເຊັ່ນຄຳວ່າ: ອິນເຕີເນັດ, ໂພສ, ແຮັດແທັກ ນັ້ນເອງ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້