Sunday, February 16, 2025

ອາຈານ ດາວວຽງ ບຸດນາໂຄ ຜູ້ມີພອນສະຫວັນໃນການແຕ່ງເພງ

ເພງ “ແຈ່ວປາບໍ້າຊໍາເໜືອ” ກໍເປັນອີກເພງໜຶ່ງທີ່ ອາຈານ ດາວວຽງ ບຸດນາໂຄ ໄດ້ປະດິດຄິດແຕ່ງຂຶ້ນມາ ໃນປີ 2013 ດ້ວຍການມະໂນພາບ, ຈິນຕະນາການ ປະສົມຈິດວິນຍານຂອງນັກປະພັນ ເພາະເພິ່ນເອງກໍບໍ່ເຄີຍເຫັນຊໍາເໜືອຈັກເທື່ອ.

ເພິ່ນບອກວ່າ ທີ່ແຕ່ງເພງນີ້ຂຶ້ນມາໄດ້ ກໍຍ້ອນການເກັບກຳຂໍ້ມູນຈາກການໄດ້ຍິນໄດ້ຟັງຄົນບ້ານໃກ້ເຮືອນຄຽງເລົ່າຂານກັນວ່າ “ຊໍາເໜືອເປັນດິນແດນທີ່ສວຍງາມ ທາງດ້ານທຳມະຊາດ ທີ່ເຕັມໄປດ້ວຍພູຜາປ່າໄມ້ ແລະ ສາຍນໍ້າລຳທານທີ່ໃສ ເຢັນ ເປັນດິນແດນແຫ່ງປະຫວັດສາດລາວ ທີ່ບັນພະບູລຸດໄດ້ສ້າງວິລະກຳຕໍ່ສູ້ຈົນຊະນະສັດຕູຜູ້ໝາຍຮຸກຮານ ມີ ແກ້ວຫຼັກເມືອງ ປະດິດສະຖານ ຕັ້ງເດັ່ນສະຫງ່າຢູ່ໃຈກາງເມືອງ ສະແດງເຖິງຄວາມອຸດົມສົມບູນ ຄວາມຮຸ່ງເຮືອງສີວິໄລ ຂອງ ແຂວງຫົວພັນ ໃນປັດຈຸບັນ.

ເພິ່ນໄດ້ເກັບກຳເອົາຂໍ້ມູນດັ່ງກ່າວນີ້ມາປະຕິດປະຕໍ່ ຈົນກາຍເປັນບົດເພງບັນເລງຢ່າງສົມຈິງ ຄືກັບເພິ່ນໄດ້ໄປສຳຜັດເອງ ໂດຍຖ່າຍທອດຜ່ານນໍ້າສຽງໃສໆຂອງ ໜິງ ແວວມະນີ.

ໃນບົດເພງດັ່ງກ່າວ ເພິ່ນຍັງໄດ້ພັນລະນາເຖິງອາຫານການກິນ ທີ່ເປັນເອກະລັກສະເພາະຂອງຊາວຊຳເໜືອ ເປັນຕົ້ນແມ່ນແຈ່ວປາບໍ້າ, ລາບຊໍາເໜືອໃສ່ໝາກແຄ່ນ ແລະ ອື່ນໆ. ກິນກັບເຂົ້າໄກ່ນ້ອຍແຊບຊ້ອຍຈົນເກືອບລືມກັບບ້ານວ່າຊັ້ນ ຍັງມີີຮີດຄອງປະເພນີ ແລະ ສິ່ງດີໆອີກຫຼາຍເຫຼືອ ບໍ່ອາດພັນລະນາໝົດໄດ້ ໃນບົດເພງເພິ່ນຈິ່ງຂຶ້ນຕົ້ນວ່າ ເຊີນເດີ…! ຊຶ່ງເປັນການເຊື້ອເຊີນໃຫ້ທຸກຄົນໄປທ່ຽວຊໍາເໜືອ ດິນແດນແຫ່ງວິລະກຳ ແຂວງຫົວພັນ ນັ້ນເອງ.

ອາຈານ ດາວວຽງ ບຸດນາໂຄ ເກີດເມື່ອວັນທີ 3 ສິງຫາ ປີ 1954 ທີ່ບ້ານຂີ້ນາກ, ເມືອງໂຂງ, ແຂວງຈຳປາສັກ ໄດ້ຂຶ້ນມາຕັ້ງຫຼັກປັກຖານຢູ່ນະຄອນຫຼວງວຽງຈັນ ບ້ານສີວິໄລ ເມືອງ ໄຊທານີ. ເພິ່ນໄດ້ເສຍຊີ ວິດເມື່ອວັນທີ 6 ມີນາ ປີ 2019. ຂໍອະນຸຍາດເວົ້າເຖິງເພິ່ນໃນຖານະຜູ້ຊື່ນຊົມຜົນງານ ທີ່ເພິ່ນໄດ້ປະພັນວັນນະກຳ ແລະ ບົດເພງອອກຮັບໃຊ້ ສັງຄົມ.

ເມື່ອກ່ອນເພິ່ນເຄີຍຖະໜັດເລື່ອງມວຍ ແລະ ໃຊ້ຊີວິດກັບມວຍມາຫຼາຍປີ ແຕ່ຄວາມຫວັງດັ່ງກ່າວກໍບໍ່ໄປເຖິງຝັນ ຈຶ່ງຫັນມາໃຊ້ຊີວິດກັບປາຍປາກກາຂຽນກະວີ ແລະ ເລື່ອງສັ້ນ. ນອກນັ້ນ ເພິ່ນຍັງເປັນອີກບຸກຄົນໜຶ່ງ ທີ່ມີບົດບາດ ໃນວົງການເພງລູກທົ່ງໝໍລຳລາວ ເພິ່ນໄດ້ປະພັນເພງຫຼາຍກວ່າ 300 ເພງ,  ຜູ້ຂຽນເອງຄາວເປັນເດັກນ້ອຍກໍມັກຟັງ ເພງທີ່ເພິ່ນແຕ່ງຈົນຈື່ໄດ້ ເປັນຕົ້ນແມ່ນເພງ “ສາວສີເມືອງ, ສາວຕະກຽງນ້ອຍ, ສົງສານບົວພາ” ແລະ ເພງອື່ນໆ ໃນຊຸດດຽວກັນ ທີ່ ບຸນເກີດ ໜູຫ່ວງ ເປັນຄົນຮ້ອງ.

ອາຈານ ດາວວຽງ ເປັນຜູ້ໜຶ່ງທີ່ສະຫວັນປະທານພອນໃຫ້ ໃນດ້ານການປະພັນເພງ ທັງທີ່ເພິ່ນເອງກໍບໍ່ມີພື້ນຖານທາງ ດ້ານດົນຕີມາກ່ອນ ແຕ່ຍ້ອນໃຈມັກບວກໃສ່ພອນສະຫວັນ ແລະ ພອນສະແຫວງ, ຄວາມຂະຫຍັນຊອກຮູ້ຮໍ່າຮຽນ ດ້ວຍຕົນເອງ ແລະ ຮໍ່າຮຽນນຳຜູ້ທີ່ມີຜົນງານມາແລ້ວ. ໂດຍວິທີການແຕ່ງເພງຂອງເພິ່ນ ເມື່ອເວລາແຕ່ງເນື້ອແມ່ນຄິດ ທຳນອງໄປພ້ອມ ໂດຍການຄາງຄ່ອຍໆໃນຮູຄໍ ຫຼື ເຄາະໂຕະໃຫ້ມີສຽງເປັນຈັງຫວະໄປນຳ ແຕ່ງແລ້ວກໍອັດສຽງຮ້ອງຂອງ ຕົນເອງໃສ່ກະແສັດ ແລ້ວມອບໃຫ້ນັກຮ້ອງເອົາໄປຮ້ອງຕາມ.

ປີ 2010 ທ່ານ ດາວວຽງ ບຸດນາໂຄ ໄດ້ຮັບນາມມະຍົດເປັນສິລະປິນດີເດັ່ນ ສາຂາວັນນະກຳ ຈາກລັດຖະບານແຫ່ງ ສປປ ລາວ.    

ໂດຍ: ທິດໃຕ້

ເພງ: ແຈ່ວປາບ້ຳຊຳເໜືອ

ເນື້ອຮ້ອງ ແລະ ທຳນອງໂດຍ: ອ.ຈ ດາວວຽງ ບຸດນາໂຄ

ຮ້ອງໂດຍ: ໜິງ ແວວມະນີ

ເຊີນເດີ ທ່ຽວຊຳເໜືອ      ດິນແດນຫົວພັນ

ລືເດັ່ນຕະການ                             ທຳມະຊາດພູຜາແແສນງາມ

ນ້ຳມ້າໃສເຢັນ                               ລອຍອາບເຫຼັ້ນ ນ້ຳສວນນ້ຳຊຳ

ຜູູ້ສາວກໍງາມ                               ນ້ຳເຈີດີມີຄຸນນະທຳ

ທ່ຽວເມືອງຊຳ                 ຊົມໜ່ວຍແກ້ວຫຼັກເມືອງ

ນັບມື້ຮຸ່ງເຮືອງ                              ເມືອງຊຳແດນວິລະກຳ

ແດນປະຫວັດສາດ                       ເມືອງວິລະຊົນຄົນເມືອງຊຳ

ເຄີຍສ້າງວິລະກຳ                           ຊະນະສັດຕູຜູູ້ໝາຍຮຸກຮານ

ລາບຊຳເໜືອ                   ແຊບຫຼາຍເຫຼືອຖານຖິ່ນໝາກແຄນ

ຫົວພັນເປັນແແດນ                      ເຂດທີ່ໝັ້ນຈົນເປັນຕຳນານ

ເຂົ້າໄກ່ນ້ອຍ                                ຮ້ອຍເປີເຊັນອາຫານນພື້ນບ້ານ

ແຊບຈົນເກືອບລືມກັບບ້ານ            ເຂົ້າໜຽວຈ້ຳແຈ່ວປາບ້ຳຊຳເໜືອ

            ເຊີ່ນເດີ ທ່ຽວຊຳເໜືອ      ແດນວິລະກຳ

ປະຊາຊົນເເມືອງຊຳ                       ຍິນດີຕ້ອນຮັບທຸກເມື່ອ

ຮີດຄອງປະເພນີ                          ສິ່ງດີໆຍັງມີຫຼາຍເຫຼືອ

ໄປທ່ຽວຊຳເໜືອ                          ຢ່າລືມໄປແອ່ວສາວມຸ້ງກະໂປງລາຍ

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.