Thursday, March 20, 2025

ຕົວະເລື້ອຍໆ ບໍ່ດີຕໍ່ໂຕເອງ

ຮູ້ບໍ່ວ່າ ການຕົວະຄົນອື່ນດຸໆ ເຮັດໃຫ້ມີໂອກາດຕົວະໂຕເອງໄດ້ງ່າຍໆຂຶ້ນ ເຖິງແມ່ນໂຕເອງກໍບໍ່ຮູ້ວ່າ ກຳລັງຕົວະໂຕເອງຢູ່! ຈາກການສຶກສາຂອງ “ກາເລໂອຕີ” ຈາກ ມະຫາວິທະຍາໄລ ອີດສະເທິນ ພີດມອນ ໃຫ້ເຫດຜົນວ່າ ເພາະການຍົວະໃຈໃຫ້ຜູ້ອື່ນເຊື່ອໃນຄຳເວົ້າ ບໍ່ຕ່າງຫຍັງກັບການຍົວະໃຈໂຕເອງແບບດຽວກັນ. ດັ່ງນັ້ນ ຈຶ່ງມີຄວາມເປັນໄປໄດ້ສູງທີ່ຜູ້ຕົວະ ກຳລັງຕົວະໂຕເອງວ່າ ສິ່ງເຫຼົ່ານັ້ນກຳລັງເກີດຂຶ້ນແທ້ໆໄປນຳ ໃນເວລາດຽວກັນ.

ໃນຂະນະທີ່ບຸກຄົນທີ່ສ່ຽງຕໍ່ພາວະດັ່ງກ່າວຫຼາຍທີ່ສຸດຄື ນັກການເມືອງ ເນື່ອງຈາກເປັນອາຊີບທີ່ມັກຖືກກົດດັນໃຫ້ຕົວະຢູ່ຕະຫຼອດ. ຮ້າຍໄປກວ່ານັ້ນ ກາເລໂອຕີ ຍັງລະບຸອີກວ່າ ຄົນທີ່ມີລັກສະນະຄວາມເປັນຜູ້ນຳ ມີທ່າອ່ຽງທີ່ຈະມີພາວະຕົວະໂຕເອງສູງ ເນື່ອງຈາກຜູ້ນຳເຫຼົ່ານີ້ ຕ້ອງຍົວະ ຫຼື ສ້າງແຮງຈູງໃຈໃຫ້ຄົນອື່ນເຊື່ອໃນສິ່ງທີ່ຕົນເອງເວົ້າຢູ່ຕະຫຼອດ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.