ເຜີຍລາຍລະອຽດ ແລະ ຄວາມເປັນມາ ຂອງການຂຸດຄົ້ນພຣະພຸດທະຮູບ ທີ່ດອນເຜິ້ງຄໍາ ແຂວງບໍ່ແກ້ວ

ຈາກກະແສສື່ສັງຄົມອອນລາຍໃນໄລຍະທີ່ຜ່ານມາ ກ່ຽວກັບເລື່ອງລາວການຂຸດຄົ້ນພຣະພຸດທະຮູບ ແລະ ຊາກວັດວາອາຮາມ ກວ່າ 1000 ຊິ້ນສ່ວນ ທີ່ແຄມຂອງ ດອນເຜິ້ງຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ທີ່ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງໄດ້ຢຸດຕິການຂຸດຄົ້ນເອົາໄວ້ ເນື່ອງຈາກລະດັບນ້ຳຂອງເລີ່ມສູງຂຶ້ນ ຫຼັງເລີ່ມຕົ້ນຂຸດຄົ້ນມາຕັ້ງແຕ່ເດືອນ ມີນາ 2024.

ເຊິ່ງການຊຸດຄົ້ນໃນໄລຍະ 3 ເດືອນທີ່ຜ່ານມາ ທີ່ມີພຣະອາຈານ ວັດຊະຣະ ຂັດຕິຍະ ຫຼື ທີ່ຮູ້ຈັກໃນນາມຂັດຕິຍະບາລະມີ ຫົວໜ້າກັມມາທິການສາທາຣະນູປະການ ແຂວງບໍ່ແກ້ວ ທີ່ໄດ້ຮັບການແຕ່ງຕັ້ງເປັນອົງນຳພາພຣະສົງ ແລະ ປະຊາຊົນດຳເນີນການຂຸດຄົ້ນເປັນໄລຍະເວລາເກືອບ 3 ເດືອນ ໜຶ່ງໃນນັ້ນຄືການຄົ້ນພົບພຣະພຸດທະຮູບປາງຊະນະມານອົງໃຫຍ່ ທີ່ຕໍ່ມາໄດ້ຕົກລົງກັນຖວາຍນາມວ່າ ພຣະເຈົ້າອົງຫຼວງ ຫຼື ພຣະເຈົ້າຕົນຫຼວງ ເຊິ່ງຄົ້ນພົບໃນໄລຍະກາງເດືອນພຶດສະພາທີ່ຜ່ານມາ ໂດຍປັດຈຸບັນໄດ້ນຳມາປະດິດສະຖານໄວ້ທີ່ວັດພຣະເຈົ້າທອງທິບພັດທະນາຣາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ທ່ານ ສີເພັງ ຈິດຕະພົງ ຄະນະກຳມະການວັດທອງທິບພັດທະນາຣາມ ທີ່ຢູ່ໃນຄະນະຂຸດຄົ້ນພຣະພຸດທະຮູບທີ່ດອນເຜີ້ງຄໍາ ໄດ້ໃຫ້ຂໍ້ມູນໄວ້ວ່າ: ຈຸດເລີ່ມຕົ້ນຂອງການຂຸດຄົ້ນໃນຄັ້ງນີ່ ມີຄວາມເປັນມາ ຈາກການລົງໄປຕັກຊາຍທີ່ແຄມນ້ຳຂອງ ໃນວັນ 11 ມີນາ 2024 ເພື່ອນໍາມາບຸລະນະທາງເຂົ້າວັດທອງທິບພັດທະນາຣາມ ເນື່ອງໃນໂອກາດການສະຫຼອງພຣະເຈົ້າທອງທິບ ຄົບຮອບ 500 ປີ ປາກົດວ່າໄດ້ຂຸດພົບພຣະພຸດທະຮູບຈໍານວນໜຶ່ງ ດັ່ງນັ້ນ, ທາງຄະນະກຳມະການວັດ ຈຶ່ງໄດ້ແຈ້ງການຫາຂັ້ນເທິງ ຕໍ່ມາໄດ້ມີການແຕ່ງພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງມາຮັບຜິດຊອບໃນການນຳພາຂຸດຄົ້ນ.

ໂດຍໃນໄລຍະທຳອິດ ໄດ້ຄົ້ນພົບພຣະພຸດທະຮູບທັງໝົດ 204 ອົງ ແລະ ສິ້ນສ່ວນຕ່າງໆອີກຈໍານວນ 910 ລາຍການ. ສ່ວນໃນໄລຍະທີ່ 2 ໄດ້ຄົ້ນພົບພຣະພຸດທະຮູບອີກຈໍານວນ 80 ອົງ ໃນຈໍານວນນັ້ນ ໃນວັນທີ 16 ພຶດສາພາ ເປັນມື້ທີ່ມີການຄົ້ນພົບ ພຣະເຈົ້າອົງຫຼວງ ພ້ອມດ້ວຍແທ່ນ ກ່ອນຕໍ່ມາຈະໄດ້ພົບເຫັນພຣະເກດຂອງພຣະເຈົາອົງຫຼວງ ໃນວັນທີ 21 ພຶດສະພາ ເວລາ 12 ໂມງກົງ ຕາເວັນຊົງກົດ. ພໍເຖິງວັນທີ 22 ພຶດສະພາ ເຊິ່ງເປັນວັນວິສາຂະບູຊາ ຈຶ່ງໄດ້ມີພິອັນເຊີນ ແລະ ແຫ່ພຣະເຈົ້າອົງຫຼວງມາປະດິດສະຖານໄວ້ຢູ່ທີ່ວັດພຣະເຈົ້າທອງທິບ ເພື່ອໃຫ້ປະຊາຊົນໄດ້ມາກາບໄຫວ້ສັກກາຣະບູຊາ.

ສໍາລັບການຄົ້ນພົບວັດຖຸຢູ່ດອນເຜິ້ງຄໍາ ທີ່ອາດເປັນຫຼັກຖານສໍາຄັນທີ່ບົ່ງບອກເຖິງຄວາມເກົ່າແກ່ຂອງພຣະພຸດທະຮູບ ແລະ ຊາກວັດວາອາຮາມ ກວ່າ 1000 ສ່ວນນັ້ນ, ຄືໄດ້ປາກົດເຫັນການຈາລຶກອັກສອນທັມລ້ານນາ, ລ້ານຊ້າງ ໃສ່ຖານພຣະ ແລະ ຫີນສີລາຈາລືກ ທີ່ຄົ້ນພົບໃນວັນທີ 20 ພຶດສະພາ 2024 ໂດຍທາງເພຈ ອັກສອນທັມລາວ ກໍໄດ້ໂພສກ່ຽວກັບການວິເຄາະບັນດາອັກສອນທັມດັ່ງກ່າວ ແລະ ໄດ້ສະຫຼຸບອອກມາວ່າ ພຣະພຸດທະຮູບທີ່ຄົ້ນພົບແມ່ນຢູ່ໃນສະໄໝຊຽງແສນ ມີອາຍຸ 521-600 ປີ ສ່ວນວິທີສັງເກດ ວ່າເປັນສິລະປະລ້ານຊ້າງຫຼືລ້ານນາ ແມ່ນສັງເກດຜ້າສັງຄາຕິ, ການຂັດສະມາທິ ແລະ ເບິ່ງເພີ່ມເຕີມທີ່ສີລາຈາລຶກນຳ.  

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.