Sunday, March 23, 2025

ຮຽນຈົບໃໝ່! ຈະເອົາປະສົບການມາຈາກໃສ?

ຄຳຖາມໂລກແຕກທີ່ບັນດິດຈົບໃໝ່ມັກຈົ່ມ ເມື່ອເວລາໄປສະໝັກວຽກແລ້ວຖືກຖາມວ່າ “ມີປະສົບການເຮັດວຽກມາກ່ອນບໍ?” ເຊິ່ງມັກຈະບັນທອນຈິດໃຈຂອງຫຼາຍຄົນ ຍິ່ງໄປກວ່ານັ້ນ, ມີບາງຄົນບໍ່ກ້າ ທີ່ຈະໄປສະໝັກວຽກຍ້ອນຢ້ານຖືກຖາມມາແບບນີ້ ເມື່ອຕອບບໍ່ໄດ້ສຸດທ້າຍກໍວ່າງວຽກ.

ມີຫຼາຍຄົນກໍຮູ້ວ່າ “ປະສົບການ” ມັນສຳຄັນ ແຕ່ມັກເບິ່ງຂ້າມ ແລະ ມັກຄິດວ່າ ແລ້ວຄ່ອຍຫາ, ຈົບໄປຄ່ອຍເຮັດ ຈົນປີ 4 ກໍຍັງບໍ່ລົງມື ສຸດທ້າຍກໍກາຍເປັນຄົນຂາດປະສົບການ. ບັນດິດທີ່ຫາຈົບໃໝ່ ປຽບດັ່ງພ້າທີ່ຍັງບໍ່ຜ່ານການຝົນ ແຕ່ກໍຖືກຫຼໍ່ຫຼອມຈົນແຫຼມຄົມພ້ອມໃຊ້ງານໄດ້, ຖ້າຊ່ວງໄລຍະທີ່ຮຽນຢູ່ນັ້ນຕັ້ງໜ້າພັດທະນາຕົນເອງ ແລະ ການຊອກຫາປະສົບການ, ສ້າງຜົນງານໃຫ້ເຫັນເປັນຮູບປະທຳຫຼາຍເທົ່າທີ່ຈະເຮັດໄດ້ ບໍ່ແມ່ນຮຽນເພື່ອໃຫ້ໄດ້ແຕ່ຄວາມຮູ້ເກັບໄວ້ໃນຫົວເພື່ອໃຊ້ມັນຫຼັງຮຽນຈົບ.

ຮຽນຈົບໃໝ່ຈະເອົາປະສົບການມາຈາກໃສ? ເຊິ່ງຄຳຕອບຂອງແຕ່ລະຄົນອາດຈະບໍ່ຄືກັນ, ມື້ນີ້ Inside Laos ໄດ້ນຳເອົາເທັກນິກການຊອກຫາປະສົບການໃຫ້ຕົນເອງຂອງ ນ້ອງຕາມົນ ເຮືອງມີໄຊ, ອະດີດນັກສຶກສາສື່ສານມວນຊົນ ມະຫາວິທະຍາໄລແຫ່ງຊາດ ມາແບ່ງປັນກັບທຸກຄົນ ເຊິ່ງນ້ອງບອກວ່າ “ປະສົບການຈະມີໄດ້ ກໍຕໍ່ເມື່ອເຮົາລົງມືເຮັດມັນ” ບໍ່ວ່າຈະເປັນ:

1. ການເປັນອາສາສະໝັກ

ທີ່ຕ້ອງເອົາໂຕເອງໄປໃຫ້ຄົນອື່ນໃຊ້, ບາງງານບໍ່ມີຄ່າແຮງ, ກິນເຂົ້າກ໋ອງກາງດິນ, ເຮັດວຽກຈົນຮອດຄໍ່າມືດຈືດຕາ ເພື່ອໃຫ້ໄດ້ມາເຊິ່ງປະສົບການ.

2. ຊ່ວຍວຽກວິຊາການ ຫຼື ກິດຈະກຳໂຮງຮຽນ

ສ່ວນໂຕແມ່ນບໍ່ເຄີຍປະຕິເສດທຸກກິດຈະກຳທີ່ທາງພາກ ຫລື ຄະນະມອບໃຫ້ ເຊັ່ນ: ການເປັນຄະນະຫ້ອງ, ເປັນປະທານນັກຮຽນ, ຮັບຜິດຊອບວຽກຊາວໜຸ່ມ..ເຂົ້າຮ່ວມງານປະຊຸມ, ກີລາ, ສິລະປະ, ສະແດງລະຄອນ….)

3. ການຝຶກງານ

ຊ່ວງຮຽນໄດ້ຝຶກງານ 2 ຄັ້ງເປັນປະສົບການຍອດຍິ່ງທີ່ໄດ້ລົງເຮັດວຽກຕົວຈິງ, ໄດ້ລົງເກັບກຳຂ່າວ, ຂຽນຂ່າວ ອອກໜ້າໜັງສືຈິງ ມີໂອກາດໄດ້ຮຽນຮູ້ວິທີການເຮັດວຽກຂອງສຳນັກງານໃຫຍ່ໆເຊັ່ນ ໜັງສືພິມຄວາມສະຫງົບ, ສະມາຄົມ ARMI (ສພປ) ແລະ ວິທະຍຸ FM 98,8 ແລະ ອື່ນໆ

4. ເຂົ້າຄອສສຳມະນາ ຫຼື ຝຶກອົບຮົມ

ທັງທາງພາກວິຊາຈັດສັນໃຫ້ເຊັ່ນ ຝຶກອົບຮົມການຂຽນບົດລະຄອນ- ຮູບເງົາສັ້ນ, ການເຮັດ Animation, ການຜະລິດສາລະຄະດີ-ຮູບເງົາສັ້ນ, Workshop ຕ່າງໆ ນອກນັ້ນຊອກຫາຮ່ວມຝຶກອົບຮົມພາຍນອກ : ຄອດພັດທະນາທັກສະການເວົ້າ, ການນຳສະເໜີ, ການຂາຍ…

5. ການເຮັດວຽກເສີມ

ເປັນສິ່ງທີ່ເຮັດໃຫ້ເຮົາໄດ້ທັງປະສົບການ ແລະ ເງິນໄປພ້ອມກັນ ຕອນນັ້ນວຽກທີ່ເຮັດກໍມີ ພະນັກງານຂາຍ, ພະນັກງານເສີບ, ຄູສອນ, ພິທີກອນ ຫຼື ວຽກອື່ນໆຕາມຄວາມສາມາດຂອງຕົນເອງ.

6. ການເຂົ້າຮ່ວມງານແຂ່ງຂັນ ຫຼື ທຶນແລກປ່ຽນ

ສະໝັກທຶນຫລາຍແຕ່ມີໂອກາດເຂົ້າຮ່ວມໜ້ອຍ ດີກວ່າບໍ່ສະໝັກເລີຍ ແລະ ກໍບໍ່ໄດ້ເຂົ້າຮ່ວມເລີຍ, ປະສົບການພາຍໃນສຳຄັນແຕ່ປະສົບທີ່ໄດ້ຈາກຕ່າງປະເທດຍິາງສຳຄັນກວ່າ ແລະ ຊ່ວຍໃຫ້ເຮົາຕື່ນ, ຢາກພັດທະນາໂຕເອງຫລາຍຂຶ້ນ.

ຍັງມີອີກຫຼາກຫຼາຍຢ່າງທີ່ເປັນປະສົບການໃຫ້ເຮົາໄດ້ ພຽງເຮົາລົງມືເຮັດມັນ ແລະ ຕ້ອງຫາໃສ່ຕົວກ່ອນທີ່ຈະຈົບເພື່ອສິ່ງຕ່າງໆນີ້ຈະສາມາດຢືນຢັນຄວາມສາດເຮົາໄດ້ໃນລະດັບໜຶ່ງ ແລະ ຄຳເວົ້າທີ່ມັກວ່າ ເດັກຈົບໃໝ່ຂາດປະສົບການກໍຈະຫຼຸດໜ້ອຍລົງ ຫລື ເກືອບຈະບໍ່ໄດ້ຍິນຄຳຖາມນີ້!

ຖ້າເຮົາລົງມືເຮັດແຕ່ຕອນຮຽນພໍຈົບມາກໍບໍ່ຍາກ ຫາວຽກໄດ້ທັນທີ ແຕ່ເຮົາກໍຕ້ອງແລກມັນມາດ້ວຍຄວາມເສຍສະຫຼະ ແລະ ຍອມເມື່ອຍໃນຊ່ວງທີ່ຮຽນ ເພື່ອສະບາຍໃນເວລາທີ່ຈົບ ດີກວ່າຈະສະບາຍລັ່ນລາເວລາຮຽນ ແລ້ວຫົວໜຸນວຽນເພາະຊອກວຽກບໍ່ໄດ້ຫຼັງຮຽນຈົບ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່