Thursday, March 20, 2025

ອອກກຳລັງກາຍ ອີກໜຶ່ງວິທີຊ່ວຍຫຼຸດຜ່ອນອາການ “ໂຣກຊຶມເສົ້າ”

“ໂຣກຊຶມເສົ້າ” ເປັນອີກໂຣກໜຶ່ງທີ່ໜ້າເປັນຫ່ວງໃນປັດຈຸບັນ ໂດຍສະເພາະແມ່ນໄວໜຸ່ມ ໄປຈົນຮອດຜູ້ສູງອາຍຸ, ການກິນຢາເພື່ອປິ່ນປົວ “ໂຣກຊຶມເສົ້າ” ກໍເປັນພຽງທາງອອກໜຶ່ງເທົ່ານັ້ນ, ແຕ່ເພື່ອເພີ່ມຄວາມຜ່ອນຄາຍໃຫ້ກັບຜູ້ປ່ວຍໂຣກນີ້ “ການອອກກຳລັງກາຍ” ຈຶ່ງເປັນອີກຕົວເລືອກທີ່ດີ ເພື່ອເຮັດໃຫ້ສຸຂະພາບຮ່າງກາຍແຂງແຮງ ແລະ ມີສຸຂະພາບຈິດທີ່ດີຂຶ້ນ.

ມື້ນີ້ເຮົາຈະມາແນະນຳການອອກກຳລັງກາຍ ທີ່ເໝາະກັບຜູ້ປ່ວຍ “ໂຣກຊຶມເສົ້າ” ໂດຍສະເພາະ ມາເບິ່ງກັນວ່າມີອັນໃດແດ່:

  1. ແລ່ນ: ຖືວ່າເປັນກິລາຍອດຮິດທີ່ທຸກຄົນໃຊ້ກັນ ເວລາໄດ້ອອກແຮງຈະສົ່ງ ສານເຊນໂຣໂທນິກ ອອກມາເຊິ່ງເອີ້ນວ່າ ສານແຮງຄວາມສຸກ ທີ່ສາມາດຫຼຸດຜ່ອນຄວາມຕຶງຄຽດໄດ້.
  2. ໂດດ: ການໂດດ ແມ່ນການອອກກຳລັງກາຍຢ່າງໜຶ່ງ ທີ່ຊ່ວຍເພິ່ມ ອ໊ອກຊີເຈນ ໃຫ້ສະໝອງໄດ້ຖືວ່າເປັນການອອກກຳລັງທີ່ງ່າຍ ແລະ ມ່ວນ.
  3. ຂີ່ລົດຖີບ: ການອອກກຳລັງກາຍດ້ວຍການ “ຂີ່ລົດຖີບ” ຈະໄດ້ທັງຊົມວິວໄປນຳ ແລະ ອອກກຳລັງກາຍໄປນຳ ນອກນັ້ນ, ຍັງໄດ້ໄດ້ຜ່ອນຄາຍອາລົມນຳອີກ.
  4. ໂຍຄະ: ຖືວ່າປັນການອອກກຳລັງການຍອດຮິດເລີຍກໍວ່າໄດ້ ທີ່ຜູ້ຄົນມັກໃຊ້ກັນ ໂດຍສະເພາະສາວໆ ເພາະມັນຊ່ວຍຜ່ອນຄາຍຄວາມກັງວົນ, ຄວາມກົດດັນ ອີກທັງຍັງຊ່ວຍອາການທາງປະສາດນຳອີກ.
  5. ເຕັ້ນຊຸມບ໋າ: ໃນຂະນະທີ່ກຳລັງເຕັ້ນຢູ່ຜູ້ປ່ວຍໂຣກຊຶມເສົ້າ ອາດຈະເພີດເພີນກັບຈັງຫງະເພງ ຈົນລືມຄວາມຕຶງຄຽດໄປເລີຍ.
  6. ຄາດິໂອ: ບໍ່ພຽງແຕ່ເປັນການລະລາຍໄຂມັນເທົ່ານັ້ນ ແຕ່ຍັງຊ່ວຍລະລາຍຄວາມຕຶງຄຽດໄດ້ນຳອີກ.
  7. ແລ່ນເບົາໆ: ເປັນການອອກກຳລັງເບົາໆ ກະຕຸ້ນສະຫມອງໃຫ້ປ່ອຍ ເອັນໂດຟິນ ເຊິ່ງເປັນສານເຄມີທໍາມະຊາດຊ່ວຍບັນເທົາອາການເຈັບປວດ ແລະເຮັດໃຫ້ຮ່າງກາຍຮູ້ສຶກສະດວກສະບາຍ ແລະຍັງຊ່ວຍຫຼຸດຜ່ອນຄວາມກົດດັນ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່