VietJet ເພີ່ມທະວີ​ການ​ເຊື່ອມ​ຕໍ່​ສູ່ເມືອງທີ່ຕິດກັບທະເລ​ຂອງ​ຫວຽດ​ນາມ ເພື່ອຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃນຊ່ວງ​ລະດູ​ຮ້ອນ

* ນັກ​ທ່ອງ​ທ່ຽວ​ລາວ​ສາ​ມາດ​ເພີດເພີນ​ໄປກັບການ​ພັກ​ຮ້ອນ​ໃນ​ຫາດ​ຊາຍ​ທີ່​ສວຍ​ງາມ​ຂອງ​ຫວຽດ​ນາມ​ໂດຍ​ຜ່ານ​ເຄືອ​ຂ່າຍ​ການ​ບິນຂອງ VietJet.

(ນະຄອນຫຼວງວຽງຈັນ  ວັນທີ 20 ມິຖຸນາ 2024) ໃນລະດູຮ້ອນທີ່ໃກ້ຈະມາເຖິງນີ້, VietJet ໄດ້ມີການຂະຫຍາຍທາງເລືອກສຳລັບບັນດາຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫຼ່ງທ່ອງທ່ຽວແຄມທະເລທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc, ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

VietJet ໄດ້​ເປີດ​ຖ້ຽວ​ບິນ​​ທຳ​ອິດ​ທີ່​ເຊື່ອມ​ຕໍ່​ຫາເມືອງແຄມ​ທະ​ເລ​ຂອງ​ຫວຽດ​ນາມ, ເກາະ Phu Quoc ກັບ 2 ຕົວ​ເມືອງ​ຂອງ​ໄຕ້​ຫວັນ ຄື: Kaohsiung ແລະ Taichung. ຖ້ຽວບິນ Phu Quoc ຫາ Taichung ໄດ້​ເລີ່​ມດຳ​ເນີນ​ການ​ໃນ​ວັນ​ທີ 13 ມິຖຸນາ​ນີ້ດ້ວຍ​ຖ້ຽວ​ບິນ​ໄປກັບ​ 3 ຖ້ຽວ​ຕໍ່​ອາທິດ. ຖ້ຽວບິນ Phu Quoc ຫາ Kaohsiung ໄດ້ເລີ່ມໃຫ້ບໍລິການໃນມື້ຕໍ່ມາ, ດ້ວຍ 4 ຖ້ຽວຕໍ່ອາທິດ. ການ​ພັດທະນາ​ເຫຼົ່າ​ນີ້​ເຮັດ​ໃຫ້ VietJet ເປັນ​ສາຍ​ການ​ບິນ​ດຽວ​ທີ່​ສະໜອງ​ຖ້ຽວ​ບິນທີ່ບໍ່ເຄີຍຢຸດນິ້ງລະຫວ່າງ Phu Quoc ກັບ 3 ຕົວ​ເມືອງ​ໃຫຍ່​ຂອງ​ໄຕ້​ຫວັນ​ຄື: Taipei, Kaohsiung ແລະ Taichung, ລວມ​ທັງ 9 ຖ້ຽວບິນລະຫວ່າງ ຫວຽດນາມ – ໄຕ້​ຫວັນ.

ພ້ອມ​ກັນ​ນັ້ນ, VietJet ​ໄດ້​ເພີ່ມ​ຖ້ຽວບິນ​ກົງ​ທີ່​ເຊື່ອມ​ຕໍ່ Phu Quoc ກັບ Seoul (ສະໜາມ​ບິນ​ສາກົນ Incheon) ຈາກ 2ເປັນ 3 ຖ້ຽວ​ບິນ​ໄປ​ກັບ​ທຸກ​ມື້​ຕັ້ງແຕ່ວັນ​ທີ 14 ມິຖຸນາ. ​ເລີ່ມຈາກ​ວັນ​ທີ 19 ກໍລະກົດ​ນີ້, ສາຍ​ການ​ບິນ​ຍັງ​ຈະ​ເພີ່ມ​ຖ້ຽວບິນ​ລະຫວ່າງ​ບັນດາ​ເມືອງທີ່ຕິດ​ຫາດ​ຊາຍ​ທະ​ເລ​ຂອງ​ນະຄອນ Nha Trang ​ເປັນ​ສອງ​ເທົ່າ ແລະ Busan ຈາກໜຶ່ງເປັນສອງຮອບຕໍ່ມື້. ການຂະຫຍາຍຕົວດັ່ງກ່າວຊີ້ໃຫ້ເຫັນວ່າ ປັດຈຸບັນ VietJet ໄດ້ໃຫ້ບໍລິການຖ້ຽວບິນໄປກັບ 21 ຖ້ຽວຕໍ່ມື້, ເທົ່າກັບ 147 ຖ້ຽວບິນໄປກັບທຸກໆອາທິດ, ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ປັດຈຸ​ບັນ ສາຍ​ການ​ບິນ​ໄດ້​ໃຫ້ບໍລິການຖ້ຽວ​ບິນກົງ 11 ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ນະຄອນ​ Ho Chi Minh , Ha Noi, Da Nang, Nha Trang, Phu Quoc, Hai Phong with Seoul ແລະ Busan.

ດ້ວຍການຂະຫຍາຍເສັ້ນທາງການບິນໃໝ່ໃນປີນີ້ ເຊິ່ງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດໃນວັນຈັນວັນພຸດ, ວັນສຸກ, ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ, ການຂະຫຍາຍຕົວດັ່ງກ່າວຈະສ້າງໂອກາດໃຫ້ແກ່ນັກທ່ອງທ່ຽວຈາກລາວທີ່ຢາກ​ສຳ​ຜັດ​ກັບ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ຢູ່​ຫວຽດ​ນາມ ຜ່ານ​​ເສັ້ນທາງເຊື່ອມ​ຕໍ່​ນະ​ຄອນໂຮ່​ຈີ​ມິນ ກັບ Nha Trang, Phu Quoc, Da Nang ແລະ ​ອື່ນໆ. ເພື່ອເຊີຍຊົມວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ທ້ອງ​ຖິ່ນ​ທີ່​ສວຍ​ງາມ. ນັກທ່ອງທ່ຽວຍັງສາມາດທ່ອງທ່ຽວໄດ້ໄກເຖິງຈຸດໝາຍປາຍທາງອັນດັບຕົ້ນໆຂອງອາຊີປາຊີຟິກຄື: Tokyo, Osaka, Seoul, Busan, Taipei, Hong Kong, Sydney, Melbourne, Brisbane, New Delhi, Mumbai ແລະ ອື່ນໆ, VietJet ໄດ້ນໍາເອົາໂອກາດມາໃຫ້ນັກທ່ອງທ່ຽວດ້ວຍຖ້ຽວບິນລາຄາປະຢັດການບໍລິການທີ່ດີ ແລະ ເຄືອຂ່າຍການບິນທີ່ກວ້າງຂວາງ.

ເພື່ອເປັນການສະເຫຼີມສະຫຼອງຄວາມສຳເລັດໃນຄັ້ງນີ້, VietJet ໄດ້ມອບໂປຣໂມຊັນໃຫຍ່ໃນທຸກໆວັນສຸກຈົນເຖິງທ້າຍປີ. ຜູ້ໂດຍສານສາມາດຈອງປີ້ຍົນຕ່າງປະເທດໄດ້ໃນເວັບໄຊທ໌ www.vietjetair.com ຫຼື ຜ່ານແອັບມືຖື VietJet Air ໂດຍຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ). ຜູ້ໂດຍສານ VietJet ທຸກຄົນຈະໄດ້ຮັບ ປະກັນໄພການເດີນທາງແບບ Sky Care ຟຣີ, ລວມເຖິງສິດທິປະໂຫຍດອີກຫຼາກຫຼາຍ ແລະ ບໍລິການຊ່ວຍເຫຼືອດ້ານການແພດ ແລະ ການເດີນທາງທົ່ວໂລກຕະຫຼອດ 24 ຊົ່ວໂມງ.

ເກາະ Phu Quoc, ຕັ້ງຢູ່ແຄມຝັ່ງຕາເວັນຕົກສຽງໃຕ້ຂອງຫວຽດນາມ ທີ່ມີຊື່ສຽງໂດ່ງດັງໃນຕະຫຼອດປີຂອງສະພາບອາກາດທີ່ດີ, ນ້ຳທະເລສີຂຽວເຂັ້ມ ແລະ ຫາດຊາຍຂາວທີ່ທອດຍາວ ພ້ອມກັບບັນດາຣີສອດທີ່ມີຊື່ສຽງລະດັບໂລກ. ນັກ​ທ່ອງ​ທ່ຽວ​ຈາກຕ່າງປະເທດ​ຍັງ​ສາ​ມາດ​ເພີດເພີນ​ກັບ​ໂຄງ​ການ​ຍົກ​ເວັ້ນ​ວີ​ຊາ​ຂອງ​ຫວຽດ​ນາມ, ໂດຍ​ອະ​ນຸ​ຍາດ​ໃຫ້​ຢູ່​ໃນ​ເກາະ​ໄດ້​ເຖິງ 30 ວັນ.

​ໂດຍ​ຕັ້ງ​ຢູ່​ລຽບ​ຕາມ​ແຄມ​ຝັ່ງ​ທະ​ເລ​ພາກ​ກາງ​ ພາກ​ໃຕ້​ຂອງ​ຫວຽດນາມ Nha Trang ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ໃນ​ນັ້ນ​ມີ​ບັນດາ​ນັກ​ທ່ອງ​ທ່ຽວ A-list ຂອງ ສ.​ເກົາຫຼີ. ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ, ກິດຈະກຳພັກຜ່ອນຢ່ອນອາລົມ ແລະ ອາຫານທະເລທີ່ແຊບຊ້ອຍ ເຮັດໃຫ້ເມືອງນີ້ເປັນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມັກຮັກ ເປັນບາດກ້າວສຳຄັນໃນການ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​, ມອບປະສົບການດ້ານມໍລະດົກ​ປະຫວັດສາດ​ວັດທະນະທຳ​ທີ່​ອຸດົມສົມບູນ ​ແລະ ຄວາມ​ມ່ວນ​ຊື່ນ​ດ້ານ​ອາຫານ​ການ​ກິນ.

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.