Monday, February 10, 2025

ເປັນໜີ້ຕ້ອງໃຊ້! ບໍ່ແມ່ນຢືມໄດ້ລະມິດເລີຍ

ນີ້ອາດບັນຫາທີ່ຫຼາຍຄົນມັກພົບຄືການmujບໍ່ກ້າປະຕິເສດຄົນອື່ນ ໂດຍສະເພາະແມ່ນຄົນທີ່ມາຢືມເງິນ ອາດຈະດ້ວຍຄວາມເຫັນອົກເຫັນໃຈ ຫຼື ຢ້ານເສຍສາຍພົວພັນ ແຕ່ເມື່ອໃຫ້ຢືມໄປແລ້ວຜູ້ໃຫ້ຢືມຊ້ຳພັດອຸກໃຈຫຼາຍກວ່າເກົ່າເພາະບໍ່ຮູ້ວ່າຊິໄປທວງຖາມແນວໃດໃຫ້ໄດ້ຄືນ.

ເມື່ອເວົ້າເຖິງປະເດັນນີ້ ກໍໜ້າເຫັນໃຈທັງຄົນທີ່ໄປຢືມເພາະເຂົາຕ້ອງແບກຄວາມກ້າ, ກຽມເຫດຜົນຫຼາຍຢ່າງເພື່ອໄປອະທິບາຍ ແລະ ເລົ່າສູ່ຄົນອື່ນຟັງ ເພື່ອຈະໄດ້ເງິນມາ, ແຕ່ໃນແງ່ຂອງຜູ້ທີ່ຖືກຄົນອື່ນມາຢືມກໍບໍ່ຕ່າງຫຍັງກັນ ເຂົາກໍມີຄວາມລັງເລ, ສັບສົນ, ບໍ່ແນ່ໃຈ, ກົດດັນ, ຄິດຫຼາຍ ວ່າຈະແກ້ໄຂບັນຫາແບບໃດ ໃຫ້ຢືມໄປແລ້ວຈະໄດ້ຄືນ ຫຼື ບໍ ຖ້າບໍ່ໃຫ້ຢືມເດ ມັນຈະເສຍນໍ້າໃຈບໍ?? ຍິ່ງກໍລະນີຄົນທີ່ມາຢືມເປັນໝູ່ ຫຼື ຄົນຮູ້ຈັກ ຍິ່ງຍາກໄປອີກໃນການຕັດສິນໃຈ.

ເລື່ອງເງິນໆ ທອງໆ ເປັນເລື່ອງທີ່ບໍ່ເຂົ້າໃຜອອກໃຜ ຫຼາຍຄວາມສຳພັນຕ້ອງຈົົບລົງເພາະບັນຫາເລື່ອງການເງິນພຽງເລັກໆ ນ້ອຍໆ ບາງຄົນກໍຜິດໃຈກັນຍ້ອນການທວງຖາມເງິນຄືນ, ຖ້າໃນກໍລະນີຢືມໄປແລ້ວບໍ່ຄືນກໍຢາກໃຫ້ເຫັນໃຈກັັນທັງຄົນທີ່ຢືມໄປ ແລະ ຄົນທີ່ໃຫ້ຢືມ; ຄືດັ່ງ ນາງ ຈັນສຸກ (ນາມສົມມຸດ) ທີ່ຕ້ອງທົນທຸກໃຈເພາະໄດ້ພາດທ່າເອົາເງິນໃຫ້ໝູ່ຢືມ ໝູ່ກໍບອກຕະຫຼອດວ່າ ດຽວມີຈະໃຊ້ຄືນ, ແຕ່ເວລາກໍຜ່ານໄປຫຼາຍເດືອນ ກໍເຫັນໝູ່ໃຊ້ຊີວິດປົກກະຕິບໍ່ໄດ້ເດືອດຮ້ອນຫຍັງ ສ່ວນໂຕເອງຕ້ອງໄດ້ຝືນໃຈໄປຖາມຂໍເງິນຄືນແຖມຍັງຖືກເລື່ອນມື້ເລື່ອນວັນຈ່າຍຕະຫຼອດ ຈົນສຸດທ້າຍກໍບໍ່ກ້າທວງ ໄດ້ແຕ່ປ່ອຍໄປເລີຍ ເສຍທັງເງິນ ເສຍທັງຄວາມຮູ້ສຶກ.

Hand receiving money from businessman – United States dollar (USD) bills

ເວົ້າເຖິງ ຄົນທີ່ຢືມເງິນໝູ່ໄປ ກໍຕ້ອງມີສັດຈະ, ມີຄວາມໜ້າເຊື່ອຖື, ຄິດເຫັນໃຈເຂົາໃຈເຮົາ ຕອນທີ່ເຮົາໄປຢືມເຮົາກໍມີຮ້ອຍເຫດຜົນເພື່ອໃຫ້ໄດ້ເງິນມາ ແຕ່ພໍເຮົາມີແລ້ວກໍຕ້ອງສັນຫາຮ້ອຍເຫດຜົນທີ່ຈະໄປຄືນເຊັ່ນກັນ, ສ່ວນຄົນທີ່ໃຫ້ຢືມໄປແລ້ວຫຼາຍຄົນກໍທຸກໃຈເອງ ເພາະບໍ່ຮູ້ຈະທວງຖາມແບບໃດ ລອງມາເບິ່ງເຄັດບໍ່ລັບຕໍ່ໄປນີ້ນຳກັນ ເພື່ອເຮັດໃຫ້ທ່ານສາມາດຖາມເງິນຄືນແບບບໍ່ເສຍນໍ້າໃຈກັນຫຼາຍເກີນໄປ.

  • ບໍ່ຖາມຕໍ່ໜ້າຄົນອື່ນ : ບໍ່ວ່າເຮົາຈະຢາກໄດ້ເງິນຄືນຫຼາຍປານໃດກໍຕ້ອງຈື່ໄວ້ວ່າ ບໍ່ຄວນຖາມຕໍ່ໜ້າຄົນອື່ນເພາະຈະເປັນການບໍ່ຮັກສານໍ້າໃຈກັນຫຼາຍເກີນໄປ ທີ່ສຳຄັນແມ່ນ ການທວງຖາມທາງສື່ອອນລາຍ (ບາງຄົນເຮັດແບບນີ້ອາດໄດ້ຜົນແທ້ ແຕ່ຜົນເສຍຈະຫຼາຍກວ່າຜົນດີແນ່ນອນ).
  • ໃຫ້ເວລາເຂົາໄດ້ຫາເງິນ: ຖ້າເຂົາຈໍາເປັນແທ້ໆ ເຮົາກໍຕ້ອງເຫັນໃຈ ແລະ ເຂົ້າໃຈ ອາດຈະເລື່ອນເວລາຈ່າຍຄືນໄປຕື່ມກໍໄດ້ ແຕ່ຕ້ອງກຳນົດກັນຄັກແນ່ວ່າຈະຄືນມື້ໃດ ບໍ່ແມ່ນເລືອນໄປໜ້າຕະຫຼອດບໍ່ມີກຳນົດ.
  • ຮັບບົດຄົນເດືອດຮ້ອນ: ອາດຈະບອກເຂົາໄປວ່າຊ່ວງນີ້ເຮົາກໍຊັອດຄືກັນ, ມີລາຍຈ່າຍຫຼາຍ ຫຼື ຈຳເປັນຕ້ອງໃຊ້ເງິນແທ້ໆ ຫາຮ້ອຍພັນເຫດຜົນມາເລົ່າ ເພື່ອໃຫ້ເຂົາຮູ້ສຶກເຫັນໃຈ.
  • ແບ່ງຈ່າຍກໍໄດ້: ເມື່ອເຮົາເລົ່າຄວາມທຸກໄປແລ້ວເຂົາມີທ່າທີ່ເຫັນອົກເຫັນໃຈແລ້ວອາດຈະສະເໜີໄປວ່າ ແບ່ງຈ່າຍເອົາດີບໍເພື່ອຈະບໍ່ກະທົບຕໍ່ການເງິນເຈົ້າຫຼາຍ ອາດຈະ 3 ເດືອນ 6 ເດືອນ ແບບນີ້ (ໄດ້ເທື່ອລະໜ້ອຍກໍດີກວ່າບໍ່ໄດ້ຄືນຈັກກີບເລີຍ).
  • ຮັບຄືນດ້ວຍວັດຖຸສິ່ງຂອງອື່ນ ແຕ່ຖ້າຈະໃຫ້ດີແທ້ເພື່ອບໍ່ໃຫ້ທຸກໃຈຕົນເອງເຮົາກໍຄວນຈະກ້າປະຕິເສດໄປຕັ້ງແຕ່ຕົ້ນ ດ້ວຍການຫາທາງອອກຊ່ວຍໃນທາງອື່ນ ເພາະຖ້າໃຫ້ຢືມແລ້ວແນວໃດເຮົາກໍມີຄວາມຄ່ອງຄ່ອຍມື້ທີ່ຈະໄດ້ເງິນຄືນຢູ່ດີ ແຕ່ພາດທ່າເສຍທີ່ໃຫ້ຢືມແລ້ວເຂົາບໍ່ຄືນກໍລອງເອົາວິທີເຫຼົ່ານີ້ໄປໃຊ້ເບິ່ງເດີ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: