ນ້ຳປຽນຢໍລະປາ ມາແລ້ວຢາກມາອີກ.

ນ້ຳປຽນຢໍລະປາ ຕັ້ງຢູ່ ບ້ານຊຽງແລທ່າ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ຫ່າງຈາກຕົວເມືອງໄປປະມານ 70 Km ເຊິ່ງໃຊ້ເວລາໃນການເດີນທາງປະມານ 1 ຊົ່ວໂມງເຄິ່ງກໍຮອດແລ້ວ.

“ນ້ຳປຽນຢໍລະປາ” ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ມີຄວາມອຸດົມສົມບູນໄປດ້ວຍພູຜາປ່າໄມ້, ພືດພັນທັນຍາຫານທີ່ອຸດົມສົມບູນ ເຊິ່ງມີນ້ຳຕົກເປັນຈຸດດຶງດູດຫຼັກສຳລັບນັກທ່ອງທ່ຽວ ເຊິ່ງເໝາະແກ່ການໄປພັກຜ່ອນຢ່ອນອາລົມທີ່ສຸດ.

ນ້ຳປຽນ ມີເນື້ອທີ່ກວ້າງຂວາງ ຖ້າໃຊ້ເວລາຍ່າງທ່ຽວຊົມກໍຄົງຈະເບິ່ງບໍ່ຄົບ ແຕ່ທາງສະຖານທີ່ເພິ່ນມີບໍລິການລົດ ທີ່ຈະພາເຮົາທ່ຽວຊົມຕາມຈຸດຕ່າງໆ ຈາກຈຸດໜື່ງໄປຫາອີກຈຸດໜື່ງ ລວມທັງຍັງມີທີ່ພັກອາໄສເປັນໂຮງແຮມຕ່າງໆ ແຕ່ສີ່ງທີ່ເປັນເອກະລັກທີ່ສຸດກໍ່ຄື ທີ່ພັກເປັນບັງກະໂລ ທີ່ຢູ່ໃກ້ກັບແມ່ນ້ຳ ມີລະບຽງເໝາະແກ່ການຊົມວິວ, ຈິບກາເຟໃນຍາມເຊົ້າ ,ມານັ່ງຮັບປະທານອາຫານ ທີ່ໄດ້ຍິນທັງສຽງແມ່ນ້ຳ ສຽງນົກຮ້ອງ ແລະ ສັດນາໆ ຊະນິດ ທີ່ໄດ້ບັນຍາກາດທີ່ສຸດ.

ເມື່ອຮອດຕອນສວາຍ ອາດຈະມາຍ່າງເລາະ ຫຼື ຂັບລົດບັກກີ້ ໄປທ່ຽວຊົມດ້ວຍຕົນເອງກໍໄດ້, ນອກຈາກນີ້ ຍັງມີກິດຈະ ກຳທີ່ຕື່ນເຕັ້ນນັ້ນກໍຄື ການຂີ່ສະລິງ ສຳລັບໃຜທີ່ມັກຄວາມທ້າທາຍຕ້ອງນີ້ເລີຍ ຂີ່ສະລິງຜ່ານນ້ຳຕົກຈາກຜາທີ່ສູງຊັນ ຊົມວິວທີ່ສວາຍງາມ ລວມທັງການຖ່າຍຮູບບໍ່ວ່າຈະມຸມໃດກໍງາມໄປໝົດ.

ນອກຈາກນ້ຳຕົກ, ສິ່ງທີ່ອຳນວຍຄວາມສະດວກ ແລະ ກິດຈະກຳຕ່າງໆ ທີ່ສາມາດດຶງດູດນັກທ່ອງທ່ຽວແລ້ວ, ວິວທຳມະຊາດ, ພູຜາປ່າໄມ້ທີ່ຄົງຄວາມອຸດົມສົມບູນ ຖືເປັນໝາກຫົວໃຈຫຼັກທີ່ເຮັດໃຫ້ນັກທ່ອງທ່ຽວຢາກມາສະຖານທີ່ແຫ່ງນີ້ ນອກນັ້ນ ກໍຍັງມີບ່ອນໃຫ້ຖ່າຍຮູບງາມໆ ຫຼາຍໆ ມຸມ ໄວ້ໃຫ້ທ່ານກົດຊັດເຕີ້ກ້ອງກັນລົວໆ ເລີຍລະ!

ນ້ຳປຽນຢໍລະປາ ຖືວ່າເປັນສະຖານທີ່ໜື່ງທີ່ສວຍງາມຫຼາຍໃນປະເທດລາວ, ເປັນບ່ອນຜັກຜ່ອນຢ່ອນໃຈທັງກາຍ ແລະ ຈິດໃຈ ທ່ຽວຊົມສະຖານທີ່ຕ່າງໆ ເຊິ່ງໄດ້ທັງຄວາມຮູ້ ແລະ ປະສົບການຈາກການມາທ່ຽວຊົມ ມາສຳພັດກັບທຳມະຊາດ ກິດຈະກຳຫຼາຍໆ ຢ່າງໃຫ້ກັບພວກເຮົາ ຖ້າໃຜໄດ້ໄປແລ້ວ ຕ້ອງຢາກໄປອີກແນ່ນອນ.

ສຳລັບ ເສັ້ນທາງ ໄປຫາແຫຼ່ງທ່ອງທ່ຽວ ນ້ຳປຽນຢໍລະປາ ກໍສະດວກສະບາຍ ໄປ-ມາ ບໍ່ຫຍຸ້ງຍາກ ແລະ ເປັນເສັ້ນທາງດຽວກັນກັບເສັ້ນທາງໄປວັດພູເຂົາຄວາຍອີກດ້ວຍ, ນອກຈາກ ເຮົາຈະໄດ້ໄປນ້ຳປຽນແລ້ວ ເຮົາຍັງສາມາດໄປແວ່ທ່ຽວຊົມ ແລະ ກາບໄຫວ້ພຣະພຸດທະຮູບຢູ່ທີ່ ວັດພູເຂົາຄວາຍໄດ້ນຳອີກດ້ວຍ.

ໂດຍ: ພອນແກ້ວ ແກ້ວພັກດີ

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...