ແຄນລາວ! ເຄື່ອງດົນຕີພື້ນເມືອງທີ່ເປັນເອກະລັກ

“ຜູ້ໃດຢູ່ເຮືອນສູງ, ກິນເຂົ້າໜຽວ, ຄ້ຽວປາແດກ, ເປົ່າແຄນສຸດສະແນນລ່ອງຂອງ” ແມ່ນຄົນລາວ, ເຊື້ອຊາດລາວໂດຍກຳເນີດ ຄຳສຸພາສິດນີ້ ຍັງດັງກ້ອງກັງວານ ກ່າວຂານກັນມາແຕ່ດົນນານແລ້ວ ເພາະແຄນຖືວ່າເປັນເຄື່ອງດົນຕີພື້ນເມືອງຂອງລາວ, ມີຕົ້ນກໍາເນີດມາຈາກຊາດລາວ, ຄົນລາວ, ເຊື້ອຊາດລາວມາຫຼາຍພັນປີ ແລະ ສຽງແຄນລາວກໍໄດ້ຈົດທະບຽນເຂົ້າເປັນມໍລະດົກໂລກໃນປີ 2018 ເພື່ອເພີ່ມ ແລະ ຍົກສູງບົດບາດຂອງແຄນລາວໃຫ້ດັງໄກໄປທົ່ວພາກພື້ນ ແລະ ໃນໂລກ.

ເມື່ອເວົ້າເຖິງເຄື່ອງດົນຕີພື້ນເມືອງລາວ ຂາດບໍ່ໄດ້ກໍແມ່ນ ແຄນ ທີ່ໄດ້ມາຈາກຫົວຄິດປະດິດສ້າງອັນສ້າງສັນຂອງຄົນລາວມາແຕ່ບູຮານ ສາມາດປະກອບເຂົ້າໃນຮີດຄອງປະເພນີອັນດີງາມຕ່າງໆ ລວມໄປເຖິງການສ້າງສຽງມ່ວນອອນຊອນຫູໃຫ້ກັບຜູ້ທີ່ໄດ້ຮັບຟັງ ຊຶ່ງໄດ້ສຶບທອດກັນມາແຕ່ບູຮານນະການຈົນເຖິງທຸກວັນນີ້.

ແຄນ ຜະລິດມາຈາກໄມ້ອໍ້ (ໄມ້ປາວ), ມີໄມ້ລູກແຄນ, ໄມ້ດູ່ (ເຕົ້າແຄນ) ນອກນີ້ຍັງມີ ເງິນ ຫຼື ທອງສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ ແລະ ແຄນກໍມີເຖິງ 4 ຊະນິດນຳກັນ ບໍ່ວ່າຈະເປັນ: 

  • ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ-ລາ-ໂດ-ເຣ.
  • ແຄນເຈັດ: ເປັນແຄນສໍ່າກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ.
  • ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສໍາລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່.
  • ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປັດຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ.

ບໍ່ວ່າຈະເປັນແຄນໃດກໍຕາມ ກໍຕ້ອງໄດ້ໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກ ຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່ຕາມແຕ່ລະຊະນິດຂອງແຄນ ດ້ວຍເຫດນີ້ຈຶ່ງຖືໄດ້ວ່າ “ແຄນ” ເປັນເຄື່ອງດົນຕີອີກປະເພດໜຶ່ງທີ່ເປັນເອກະລັກ ມີມາແຕ່ບູຮານນະການ ແລະ ໄດ້ຄົງຢູ່ຄູ່ກັບຊາດລາວຕະຫຼອດມາ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.