Wednesday, October 29, 2025
Kbank Laos โอน รับ จ่าย

ລາຟໍເລທ໌ (La Forêt) ແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງ ນະຄອນຫຼວງ ວຽງຈັນ.

ລາຟໍເລທ໌ (La Forêt) ທີ່ຕັ້ງຢູ່ ບ້ານເວີນແທ່ນ, ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ ຖືວ່າເປັນອີກໜຶ່ງແຫຼ່ງທ່ອງທ່ຽວແຫ່ງໃໝ່ ຂອງ ນະຄອນຫຼວງ ວຽງຈັນ ທີ່ມີຈຸດເດັ່ນໃນເລື່ອງຂອງການຮັກສາທຳມະຊາດໄດ້ດີ ຈົນມີສາຍາວ່າ “ປອດ” ຂອງ ນະຄອນຫຼວງ ວຽງຈັນ ເຊິ່ງສະຖານທີ່ດັ່ງກ່າວ ຫ່າງຈາກເທສະບານ ນະຄອນຫຼວງ ວຽງຈັນ ພຽງ 30 ກິໂລແມັດ.

ທ່ານ ອິນທີ ເດືອນສະຫວັນ, ຜູ້ສ້າງສວນ ລາຟໍເລທ໌ ໄດ້ເນລະມິດປ່າໄມ້ທີ່ຫຼົງເຫຼືອຢູ່ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ຕື່ນເຕັ້ນ ສາມາດສ້າງເງິນ, ສ້າງງານ ແລະ ສ້າງຄ່ານິຍົມ ໃຫ້ຄົນທີ່ມັກຮັກໃນທໍາມະຊາດໄດ້ຢ່າງພາກພູມໃຈ.

ສຳລັບບ່ອນທ່ອງທ່ຽວໃໝ່ນີ້ ແມ່ນຜືນປ່າໄມ້ທີ່ມີມາແຕ່ດຶກດໍາບັນຫຼາຍຮ້ອຍປີ ໂດຍໄດ້ຮັບການສະຫງວນໄວ້ ແລະ ອະນຸລັກໄວ້ຈາກຮຸ່ນຄົນ ສູ່ ຮຸ່ນຄົນ ທີ່ຫຼົງເຫຼືອຢູ່ປະມານ 10 ເຮັກຕາ ຢູ່ບ້ານເວີນແທ່ນ, ເມືອງໄຊທານີ, ນະຄອນຫຼວງ ວຽງຈັນ, ເຊິ່ງຫ່າງຈາກເທສະບານ ນະຄອນຫຼວງ ວຽງຈັນ ພຽງ 30 ກວ່າກິໂລແມັດ.

ສະຖານທີ່ແຫ່ງນີ້ມີຫຼາກຫຼາຍກິດຈະກໍາໃຫ້ຫຼິ້ນ ເຊັ່ນ: ຍ່າງຂົວອູ່ຢູ່ເທິງຕົ້ນໄມ້, ຮ້ານຄາເຟ່ເທິງຕົ້ນໄມ້ ສູງ 21 ແມັດ, ການຕັ້ງແຄ້ມໃນປ່າ, ຂີ່ສະລິງ, ປັ່ນລົດຖີບຢູ່ທາງທີ່ໜ້າຕື່ນເຕັ້ນ ແລະ ການໄຕ່ເຊືອກແບບທ້າທາຍ.

ຖ້າທ່ານໃດຕ້ອງການໄປທີ່ນັ້ນ: ແມ່ນສາມາດເດີນທາງໄປຕາມເສັ້ນທາງ 13 ໃຕ້, ພໍກາຍ 4 ແຍກໄຟແດງຫລັກ 21 ແລະ ສືບຕໍ່ຂັບລົດໄປຊື່ໆ ປະມານ 3 ກິໂລແມັດ ແລ້ວເຫັນປ້າຍສີຂາວຂຽນວ່າ “ລາຟໍເລທ໌ “ ໃຫ້ລ້ຽວເບື້ອງຊ້າຍເຂົ້າທາງບ້ານປາກຊາບໄປຈົນຮອດມະຫາວິທະຍາກະເສດນາບົງແລ້ວລ້ຽວຂວາໄປຊື່ໆ ປະມານ 4 ກິໂລເຖິງສະຖານພັກລົດແຄມທາງໃຫຍ່ ແລະ ສືບຕໍ່ຂີ່ເຮືອຂ້າມນໍ້າງື່ມຜູ້ລະ 80,000 ກີບ ກໍເຖິງສະຖານທີ່  “ລາຟໍເລທ໌ທີ່ສຳຄັນ ມີບ່ອນຝາກລົດ ທີ່ບໍ່ໄດ້ເສຍຄ່າຝາກ.

#La Forêt #ທ່ອງທ່ຽວ

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.