Thursday, October 16, 2025
Kbank Laos โอน รับ จ่าย

“ຂອງຂວັນ” ທີ່ຄວນມອບໃຫ້ກັນໃນຊ່ວງປີໃໝ່

ທ້າຍປີແລ້ວ ຫຼາຍຄົນອາດກຳລັງກະກຽມຊື້ຂອງຂວັນທີ່ຈະມອບໃຫ້ກັນຢູ່ແມ່ນບໍ? ເພື່ອໃຫ້ການຊື້ຂອງຂວັນໃຫ້ກັນໃຫ້ມີຄຸນຄ່າ ສຸກໃຈທັງຜູ້ໃຫ້ ແລະ ຜູ້ຮັບ ລອງມາຊື້ຂອງຂວັນຕາມຫຼັກ 5 ປ ນຳກັນເບິ່ງນັ້ນກໍຄື: ເປັນປະໂຫຍດ, ປະຢັດ, ປອດໄພ, ເປັນເອກະລັກ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງເຮົາສາມາດເລືອກຊື້ຂອງຂວັນໄດ້ຕາມໃຈມັກ ແຕ່ຕ້ອງຄຳນຶງເຖິງຜູ້ຮັບເປັນສ່ວນໃຫຍ່ ບໍ່ວ່າຈະເປັນ:

  • ອຸປະກອນບໍລິຫານຮ່າງກາຍ: ເພື່ອສົ່ງເສີມໃຫ້ຄົນທີ່ເຮົາຮັກຫັນມາໃສ່ໃຈສຸຂະພາບ ຄວນເລືອກຊື້ອຸປະກອນບໍລິຫານຮ່າງກາຍໃຫ້ເຊັ່ນ: ຊຸດອອກກຳລັງກາຍ, ເກີບທີ່ເອົາໄວ້ໃສ່ແລ່ນ, ເຄື່ອງນວດ ຫຼື ບໍລິຫານຮ່າງກາຍ ແລະ ອື່ນໆ (ແຕ່ກໍຕ້ອງເບິ່ງຕາມເພດ ໄວ ຂອງຄົນຮັບໃຫ້ເໝາະສົມ).
  • ກະຕ່າໝາກໄມ້: ຍັງເປັນຂອງຂວັນທີ່ບໍ່ວ່າຍຸກໃດກໍຍັງໃຊ້ໄດ້ຕະຫຼອດ ແລະ ເໝາະສໍາລັບທຸກເພດ ທຸກໄວ, ທີ່ສຳຄັນ ດີຕໍ່ສຸຂະພາບ ເຊິ່ງເຮົາກໍສາມາດເລືອກໝາກໄມ້ ແລະ ພືດພັກ ໃສ່ໄດ້ຕາມໃຈມັກ ສຳຄັນຕ້ອງເນັ້ນທີ່ສົດໃໝ່ ແລະ ນຳໃຊ້ໄດ້ຈິງ ຮັບປະທານໄດ້ແຊບ.
  • ປື້ມ ຫຼື ສື່ການຮຽນຮູ້: ໃນຊ່ວງປີໃໝ່ ຫຼາຍຄົນກໍມັກຈະຕັ້ງເປົ້າໃຫ້ຕົນເອງກາຍເປັນຄົນໃໝ່ ມີເປົ້າໝາຍໃໝ່ ຢາກໃຫ້ມີແຕ່ສິ່ງດີໆເກີດຂຶ້ນ ສະນັ້ນ, ການມອບປື້ມ ຫຼື ສື່ການຮຽນຮູ້ໃຫ້ເປັນຂອງຂວັນກໍເປັນທາງເລືອກໜຶ່ງທີ່ດີເພື່ອຈະໄດ້ພັດທະນາຕົນເອງ ແລະ ກ້າວເຂົ້າສູ່ປິໃໝ່ດ້ວຍແຮງບັນດານໃຈ ແລະ ຂໍ້ຄິດດີໆ.
  • ເຄື່ອງໃຊ້ໃນຊີວິດປະຈຳວັນ: ບໍ່ຈໍາເປັນຕ້ອງເນັ້ນຂອງລາຄາແພງ, ຍີ່ຫໍ່ດັງ ພຽງຄໍານຶງເຖິງຜູ້ຮັບວ່າ ເຂົາຕ້ອງການຫຍັງ ແລ້ວຊື້ຂອງຂວັນທີ່ຕອບໂຈດຄວາມຕ້ອງການນັ້ນ ແລະ ເຂົາກໍໄດ້ໃຊ້ຈິງໃນຊີວິດປະຈຳວັນ ບໍ່ວ່າຈະເປັນ: ສະກີນແຄຣ, ນໍ້າຫອມ, ເຄື່ອງນຸ່ງ, ທຽນຫອມ ແລະ ອື່ນໆ.
  • ຂອງຂວັນທີ່ເປັນການ DIY : ການ DIY ສິ່ງຂອງ ເຄື່ອງໃຊ້ໃດໜຶ່ງໃຫ້ເປັນຂອງຂວັນກໍຖືວ່າເປັນໄອເດຍທີ່ດີ ແລະ ທີ່ສຳຄັນຂອງຂວັນເຮົາຈະບໍ່ຄືໃຜ ອາດຈະມີຊິ້ນດຽວໃນໂລກ ຮັບຮອງວ່າບໍ່ວ່າຈະໃຫ້ໃຜກໍສຸກໃຈທັງຜູ້ໃຫ້ ແລະ ຜູ້ຮັບແນ່ນອນ.

ເພາະຊ່ວງທ້າຍປີເປັນຊ່ວງເວລາແຫ່ງການສະເຫຼີມສະຫຼອງ ແລະ ສົ່ງມອບຄວາມຮັກ ຄວາມຫ່ວງໄຍ ໃຫ້ກັນ ແລະ ກັນ ສະນັ້ນ, ເລືອກຂອງຂວັນແທນຄວາມຫ່ວງໄຍຂອງທ່ານໃຫ້ດີ.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.