Thursday, October 16, 2025
Kbank Laos โอน รับ จ่าย

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

  1. ປ່ຽນທັດສະນະຄະຕິໃໝ່: ທັດສະນະຄະຕິດີມີໄຊໄປກວ່າເຄິ່ງ ປິໃໝ່ນີ້ຖ້າປ່ຽນແປງຕົນເອງ ການເລີ່ມຈາກການປ່ຽນແປງທັດສະນະຄະຕິເປັນສິ່ງທີ່ດີທີ່ສຸດບໍ່ວ່າຈະເປັນ ການປ່ຽນທັດສະນະຄະຕິຕໍ່ຕົນເອງ, ທັດສະນະຄະຕິຕໍ່ເລື່ອງລາວຕ່າງໆ ເບິ່ງໂລກໃນແງ່ບວກຫຼາຍຂຶ້ນ, ປ່ຽນທັດສະນະຄະຕິຕໍ່ວຽກ ຫຼື ຄົນອ້ອມຂ້າງໄປໃນທາງທີ່ດີຂຶ້ນ ເພື່ອໃຫ້ເປັນການເລີ່ມຕົ້ນປີທີ່ດີ.
  2. ປ່ຽນເປັນຄົນຮັກຕົນເອງຫຼາຍຂຶ້ນ: ຫຼາຍຄົນມັກເບິ່ງຂ້າມຕົນເອງ ໃສ່ໃຈ ຫຼື ເຫັນສິ່ງອື່ນ ຄົນອື່ນສຳຄັນກວ່າຕົນເອງ ຈົນບາງຄັ້ງເຮັດໃຫ້ຕົນເອງບໍ່ມີຄວາມສຸກ ບໍ່ພໍໃຈກັບຕົນເອງ ທັງຊີວິດ ການງານ ຄວາມສຳພັນ ແລະ ເລື່ອງອື່ນໆ ສະນັ້ນ, ຖ້າຢາກປ່ຽນຫຍັງແທ້ໆ ສິ່ງໜຶ່ງທີ່ບໍ່ຄວນລືມຄື ປ່ຽນມາຮັກຕົນເອງຫຼາຍຂຶ້ນ.
  3. ປ່ຽນເປັນຄົນມີວິໄນຫຼາຍຂຶ້ນ: ຫຼາຍຄົນກໍມັກມີການເລື່ອນມື້ເລືອນວັນແມ່ນບໍ ເຊິ່ງເປັນສິ່ງທີ່ບໍ່ດີປານໃດ ລອງຫັນມາມີວິໄນກັບໂຕເອງ ໂດຍເລີ່ມຈາກເລື່ອງນ້ອຍໆໄປເຊັ່ນ: ການກິນ (ເລືອກກິນອາຫານທີ່ມີປະໂຫຍດ), ການນອນ (ນອນໃຫ້ເປັນໂມງ), ການອອກກຳລັງກາຍ ຫຼື ການໃຊ້ຈ່າຍຕ່າງໆ.
  4. ປ່ຽນເປັນຄົນທີ່ຮູ້ຈັກການໃຫ້ອະໄພ: ໃຫ້ອະໄພຕົນເອງ ໃຫ້ອະໄພຄົນອ້ອມຂ້າງ ບໍ່ຍຶດຕິດ ຮູ້ຈັກປ່ອຍວ່າງ ແລະຈະເຮັດໃຫ້ເປັນຄົນໃຈກວ້າງຂຶ້ນ
  5. ປ່ຽນເປັນຄົນອັດທະຍາໄສດີ: ເປັນມິດກັບຄົນອ້ອມຂ້່າງໃຫ້ຫຼາຍຂຶ້ນ ຍິ້ມໃຫ້ກວ້າງກວ້າງເກົ່າ ເສົ້າໃຫ້ໜ້ອຍລົງ ລອງເປັນຄົນເລີ່ມຕົ້ນສ້າງບົດສົນທະນາກັບຄົນອື່ນກ່ອນ.
  6. ປ່ຽນເປັນຄົນທີ່ມັກຮຽນຮູ້ຢູ່ຕະຫຼອດເວລາ: ການຮຽນຮູ້ບໍ່ມີມື້ສິ້ນສຸດ ຍິ່ງໂລກປັດຈຸບັນປ່ຽນແປງໄປໄວ ເຮົາກໍຕ້ອງປັບໂຕ ຮຽນຮູ້ຢູ່ຕະຫຼອດເວລາ ບໍ່ປິດກັ້ນຕົນເອງ
  7. ປ່ຽນຕົນເອງເປັນຄົນກ້າ: ຄວາມຢ້ານບໍ່ແມ່ນສິ່ງທີ່ຜິດ ແຕ່ມັນຈະຜິດຖ້າເຮົາບໍ່ເອົາຊະນະມັນ ຖືໂອກາດເລີ່ມຕົ້ນປີໃໝ່ນີ້ ປ່ຽນຕົນເອງໃຫ້ເປັນຄົນກ້າຫານ ກ້າເຮັດ ກ້າທຳ ກ້າຕັດສິນໃຈ ບໍ່ຢ້ານການປ່ຽນແປງ
  8. ອ່ານໜັງສືໃຫ້ຫຼາຍຂຶ້ນ: ການອ່ານໜັງສືເປັນການສະສົມຄັງຂໍ້ມູນ ຄວາມຮູ້ ທີ່ເປັນສົມບັດລໍ້າຄ່າທີ່ສຸດ ອາດຈະເລີ່ມຈາກອ່ານມື້ລະໜ້າ ຫຼື ຕັ້ງເປົ້າວ່າຈະອ່ານອາທິດລະຫົວ ຫຼື ເດືອນລະຫົວແບບນີ້ກໍໄດ້ ເພື່ອສ້າງນິດໃສໃຫ້ເປັນຄົນມັກການອ່ານ ຫຼຸດຜ່ອນການມີສຳມະທິສັ້ນນຳອີກ
  9. ປ່ຽນເປັນຄົນທີ່ໃສ່ໃຈສິ່ງແວດລ້ອມຫຼາຍຂຶ້ນ: ສິ່ງແວດລ້ອມເປັນຂອງເຮົາໝົດທຸກຄົນທີ່ຕ້ອງຊ່ວຍກັນເອົາໃຈໃສ່ຮັກສາ ແລະ ເຮົາກໍເຮັດໄດ້ງ່າຍໆເລີ່ມຈາກເຮົາເຊັ່ນ: ຫຼຸດຜ່ອນການໃຊ້ປາສຕິກ, ຖິ້ມຂີ້ເຫຍື່ອໃຫ້ເປັນລະບຽບ…
  10. ປ່ຽນເປັນຄົນທີ່ມີຄວາມສຸກກັບສິ່ງເລັກນ້ອຍ: ບໍ່ຕ້ອງລໍຖ້າໃຫ້ປະສົບຜົນສຳເລັດແບບຍິ່ງໃຫຍ່ຈຶ່ງມີຄວາມສູກ ລອງປ່ຽນຕົນເອງມາມີຄວາມສຸກກັບສິ່ງເລັກນ້ອຍ ທີ່ເກີດຂຶ້ນໃນແຕ່ລະມື້.

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.