5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

ເພື່ອໃຫ້ເຮົາຮູ້ສຶກຜ່ອນຄາຍຈາກຄວາມກົດດັນເຫຼ່ົ່ານັ້ນລອງມາເຮັດ 5 ວິທີຕໍ່ໄປນີ້ນຳກັນ:

  • ຫາກິດຈະກຳເຮັດຫຼັງຈາກເລີກວຽກ: ໃນມື້ທີ່ເຮົາຮູ້ສຶກວ່າມື້ນີ້ບໍ່ແມ່ນມື້ຂອງເຮົາເພາະທຸກຢ່າງບໍ່ເປັນໄປຕາມທີ່ຄິດໄວ້ເລີຍ ອິດເມື່ອຍບໍ່ມີແຮງ ຫຼັງຈາກເລີກວຽກແລ້ວລອງປ່ອຍໃຫ້ສະໝອງໄດ້ພັກຜ່ອນ ຫາກິດຈະກຳເບົາໆເຮັດໃຫ້ຮູ້ສຶກຜ່ອນຄາຍຂຶ້ນບໍ່ວ່າຈະເປັນ ຟັງເພງທີ່ມັກ, ເບິ່ງຊີຣີທີ່ມ່ວນ, ອອກກຳລັງກາຍ, ປູກຕົ້ນໃມ້ ຫຼື ຫຼິ້ນກັບສັດລ້ຽງເປັນຕົ້ນ
  • ຫາຄົນທີ່ໄວ້ໃຈເພື່ອລະບາຍ: ຖ້າມັນຢູ່ໃນໃຈເປັນໝື່ນ ລ້ານຄຳ ອຶດອັດ ກົດດັນ ອາລົມເສຍຈາກບ່ອນທີ່ເຮັດວຽກບໍ່ວ່າເລື່ອງໃດກໍຕາມ ລອງຫາຄົນທີ່ຮູ້ສຶກວ່າໄວ້ໃຈ ສະບາຍໃຈທີ່ຈະເລົ່າໃຫ້ເຂົາຟັງ ເຖິງຈະບໍ່ສາມາດຊ່ວຍແກ້ໄຂບັນຫາຫຍັງໄດ້ ແຕ່ການໄດ້ແບ່ງປັນໄປກໍຊ່ວຍໃຫ້ຮູ້ສຶກເບົາ ຜ່ອນຄາຍຂຶ້ນ.
  • ປັບສະພາບແວດລ້ອມໂຕະເຮັດວຽກໃຫ້ດີ: ຖ້າວຽກມັນວຸ້ນວາຍຢູ່ແລ້ວກໍຢ່າໃຫ້ໂຕະເຮັດວຽກເຮົາຮົກເຮືອວຸ້ນວາຍໄປນຳ ລອງຈັດສັນໃຫ້ດີ ຕົບແຕ່ງໃນແບບທີ່ຕົນເອງມັກ ເອົາຕົ້ນໄມ້ ກາຕູນ ຫຼື ສິ່ງຂອງທີ່ມັກນ້ອຍໆມາປະດັບໃຫ້ມີສີສັນຂຶ້ນກໍຈະຊ່ວຍໃຫ້ເຮົາຮູ້ສຶກຜ່ອນຄາຍໃນຕອນທີ່ນັ່ງເຮັດວຽກໄດ້.
  • ສ້າງຄວາມສຳພັນທີ່ດີໃນບ່ອນເຮັດວຽກ: ບາງຄັ້ງວຽກບໍ່ໄດ້ເປັນບັນຫາ ແຕ່ທີ່ພາໃຫ້ເຈັບຫົວມັກຈະມາກັບຄົນ ຫຼື ເພື່ອນຮ່ວມງານ ເຮັດວຽກບໍ່ເຂົ້າກັນ ບາງຄົນອາລົມຮ້ອນ ບາງຄົນຈຸກຈິກ ສາລະພັດ ຖ້າພົບບັນຫານີ້ຢູ່ ລອງປ່ຽນໃໝ່ ປ່ຽນເປັນຄົນທີ່ເຂົ້າໃຈຄົນອື່ນຫຼາຍຂຶ້ນ ພະຍາຍາມສ້າງຄວາມສຳພັນ ຮັກແພງກັບທຸກຄົນ ຖ້າຄົນໃດເກີນໄປກໍປ່ອຍ ເພື່ອຫຼີກລ້ຽງການປະທະ ຫຼື ຜິດຖ້ຽງກັນເຊິ່ງຈະພາໃຫ້ເກີດຄວາມກົດດັນຫຼາຍຂຶ້ນ
  • ຮັກສາສົມດູນຂອງຊີວິດໃຫ້ດີ : Work Life Balance ກໍຍັງຈຳເປັນໃດ໋ ແຕ່ຫຼາຍຄົນປັດຈຸບບັນແມ່ນເຮັດວຽກບໍ່ສົມດູນກັບການໃຊ້ຊີວິດປານໃດ ເຮັດວຽກໜັກເກີນໄປ ຈົນຮູ້ສຶກວ່າໝົດມື້ມີແຕ່ວຽກ ຈົນບໍ່ມີເວລາໄດ້ເຮັດສິ່ງອື່ນ ເມື່ອເປັນແບບນັ້ນຊໍ້າໆກໍຮູ້ສຶກເບື່ອໜ່າຍ ກົດດັນ ເມື່ອຍລ້າ ໝົດແຮງໃຈທີ່ຈະເຮັດສິ່ງໃໝ່ໆ.

ລອງຫັນມາໃສ່ໃຈຕົນເອງຫຼາຍຂຶ້ນ ແບ່ງເວລາໃຫ້ດີ ເວລາວຽກ ເວລາສ່ວນຕົວ ບໍ່ເອົາມາປົນເປກັນຖ້າບໍ່ຈຳເປັນ ເຮັດສິ່ງທີ່ຕົນເອງມັກໄປພ້ອມກັບເຮັດວຽກ ເຖິງຈະເລັກນ້ອຍມັນກໍຈະຊ່ວຍໃຫ້ມີຄວາມສຸກຫຼາຍຂຶ້ນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...