ວັດມະໂນຣົມ ນະຄອນຫຼວງພະບາງ

ວັດມະໂນຣົມ ເປັນວັດທີ່ມີພະພຸດທະຮູບທີ່ເກົ່າແກ່ທີ່ສຸດໃນປະເທດລາວ ຖືກສ້າງຂື້ນ ໃນສະໄໝພຣະເຈົ້າສາມແສນໄທ ພຣະລາຊະໂອລົດຂອງເຈົ້າຟ້າງຸ່ມ ໃນຊ່ວງທ້າຍພຸດສັດຕະວັດທີ 19 ແຕ່ກ່ອນພຣະພຸດທະຮູບອົງນີ້ມີນໍ້າໜັກ 12 ໂຕນ, ບາງສ່ວນຂອງພະພຸດທະຮູບຖືກທຳລາຍຈາກການໂຈມຕີ ຂອງກຸ່ມຫຍໍ້ທຸງດຳ ໃນປີ 1887 ແລະ ຖືກນຳມາປະດິດສະຖານບູລະນະຄືນໃໝ່ໃນປີ 1917, ໂດຍສ້າງພຣະອຸໂບສົດຫຼັງໃໝ່.

ດ້ານພຸດທະສິມມາຂອງວັດ ເປັນຮູບແບບພະນົມມື ຫຼັງຄາປະດັບດ້ວຍໂງ່ຫົວນາກ ແລະ ຍອດຊໍ່ຟ້າ ທາງດ້ານໜ້າ ມີລາຍຮວງເຜິ້ງ, ຝາຜະໜັງດ້ານໃນ ແລະ ນອກ ປະຕິມະກຳດອກດວງພອກຄຳທີ່ສວຍງາມ ລວມທັງຫໍພະ ແລະ ພຣະພຸດທະຮູບສຳລິດ ໄດ້ໂບກປູນປິດທອງໃໝ່ ດ້ານຫຼັງພຣະອຸໂບສົດ ມີຮ່ອງຮອຍຂອງແທ່ນພະພຸດທະຮູບ, ໃນອະດີດເຄີຍເປັນທີ່ຕັ້ງຂອງ ວັດຊຽງກາງ ຊຶ່ງຄະນະສັງຄະທູດຈາກກຳປູເຈຍ ເປັນຜູ້ສ້າງໄວ້ແຕ່ຕອນທີ່ເດີນທາງເຂົ້າມາເຜີຍແຜ່ພຣະພຸດທະສາດສະໜາເທິງແຜ່ນດິນລ້ານຊ້າງ ໃນສະໄໝເຈົ້າຟ້າງຸ່ມ ຖືເປັນວັດທີ່ເກົ່າແກ່ທີ່ສຸດໃນຫຼວງພະບາງ ແລະ ເຄີຍເປັນທີ່ປະດິດສະຖານອົງພຣະບາງ ໃນລະຫວ່າງ ປີ ຄ.ສ.1502–1513.

ວັດມະໂນ ຕັ້ງຢູ່ບ້ານມະໂນ, ນະຄອນຫຼວງພະບາງ ຖັດຈາກໂຮມແຮມບ້ານລາວ ເຊິ່ງເປີດໃຫ້ເຂົ້າຊົມຟີຼທຸກໆວັນ.

ທີ່ມາ: Tourism Luang Prabang ທ່ອງທ່ຽວຫຼວງພະບາງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...