Sunday, May 25, 2025
Kbank Laos โอน รับ จ่าย

ໄດ້ໄປທ່ຽວກັນແລ້ວບໍ! ຖ້ຳປາເຊືອມບຶງໜອງເທົາພູຊ້າງເມືອງທ່າແຂກ ແຂວງຄຳມ່ວນ.

ຖ້ຳປາເຊືອມບຶງໜອງເທົາພູຊ້າງ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ທີ່ຫາກໍເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າໄປທ່ຽວຊົມ ໃນວັນທີ 14 ເມສາ 2025 ຜ່ານມານີ້.

ພາຍໃນຖ້ຳມີຫິນຍ້ອຍທີ່ກະທົບໃສ່ກັບສຽງໄຟທີ່ສາດສ່ອງຢ່າງສວຍງາມ ທີ່ທຳມະຊາດໄດ້ເສກສັນຂຶ້ນມາ ໃຫ້ນັກທ່ອງທ່ຽວໄດ້ຊົມຄວາມງົດງາມ, ນອກນີ້ ຍັງມີຈຸດຖ່າຍຮູບງາມໆອີກຫຼາຍຈຸດຢູ່ຕາມເສັ້ນທາງຍ່າງພາຍໃນຖ້ຳ.

ສຳລັບຜູ້ທີ່ຢາກໄປສຳພັດກັບຄວາມງົດງາມຂອງຖ້ຳ ສະຖານທີ່ແມ່ນຕັ້ງຢູ່ ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ຫ່າງຈາກຕົວເມືອງທ່າແຂກປະມານ 20 ກິໂລແມັດ ເສັ້ນທາງດຽວກັນກັບທາງໄປຖໍ້າພຣະ

ພາບຈາກ: PJ’Tanh K Manc

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.