ພະແນກ ຍທຂ ມອບຮັບຕຳແໜ່ງຫົວໜ້າ ຜູ້ເກົ່າແລະຜູ້ໃໝ່

ມອບຮັບໜ້າທີ່ລະຫວ່າງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງຜູ້ເກົ່າ ແລະ ຜູ້ໃໝ່, ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ ປີ 2019 ນີ້ຢູ່ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກພິຍານຂອງທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ, ມີຄະນະພັກພະແນກ, ຫົວ ໜ້າ, ຮອງຫົວໜ້າຂະແໜງ, ອຳນວຍການວິສາຫະກິດນ້ຳປະປາ, ບໍລິສັດຂົວທາງພ້ອມດ້ວຍສະມາຊິກພັກພະນັກງານພາຍໃນພະແນກເຂົ້າຮ່ວມ.

ໃນພິທີທີ່ສຳຄັນນີ້ທ່ານ ແພງຊ້ອນ ແພງເມືອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຜູເກົ່າໄດ້ຂຶ້ນຜ່ານຜົນງານການນຳພາໃນໄລຍະທີ່ດຳລົງຕຳແໜ່ງເປັນຫົວໜ້າໃນໄລຍະ 4 ປີ 2016-2019 ທ່ານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນໃນການຊີ້ນຳນຳພາຕະຫຼອດໄລຍະຜ່ານມາທ່ານໄດ້ກ່າວວ່າ:

ໃນໄລຍະ 4 ປີຜ່ານມາການລົງທຶນຂອງລັດຖະບານເຂົ້າໃນການກໍ່ສ້າງພຶ້ນຖານໂຄງລ່າງດ້ານ ຍທຂ ທົ່ວແຂວງໄຊຍະບູລີທັງມົດມີ 200 ກ່ວາໂຄງການ, ມູນຄ່າ 2.730 ຕຶ້ກີບ ເຊັ່ນ: ໂຄງການກູ້ຢືມ ແລະ ຊ່ວຍເຫຼືອຈາກຕ່າງປະເທດລວມທັງໂຄງການຂັ້ນສູນກາງ ແລະ ຂັ້ນແຂວງຄຸ້ມຄອງ ທັງໝົດ 11 ໂຄງການ, ມູນຄ່າ 46.947 ລ້ານໂດລາສະຫະລັດ, ທຶນພາຍໃນ 2.923 ລ້ານໂດລາ, ທຶນກູ້ຢືມ 21.853 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍ ເຫຼືອລ້າ 14.310 ລ້ານໂດລາ, ປະຕິບັດສໍາເລັດ 2 ໂຄງການມູນຄ່າ 1.963 ລ້ານໂດລາ, ພວມຈັດຕັ້ງປະຕິບັດ 9 ໂຄງການ ມູນຄ່າ 44.984 ລ້ານໂດລາສະຫະລັດ.

ໂຄງການຂັ້ນກະຊວງມອບໃຫ້ແຂວງມີ 22 ໂຄງການ, ຊິ່ງລວມມີງົບປະມານ 1.259 ຕຶ້ກີບ, ທຶນພາຍໃນ 448,62 ຕຶ້ກີບ, ທຶນຕ່າງປະເທດ 758,78 ຕຶ້ກີບ, ປະຈຸບັນພວມຈັດຕັ້ງປະຕິບັດ 12 ໂຄງການ ມຸນຄ່າ 1.224,70 ຕຶ້ກີບ.

ໂຄງການຂັ້ນແຂວງຄຸ້ມຄອງມີ 168 ໂຄງການມີງົບປະມານທັງໝົດ 1.073,15 ຕຶ້ກີບ, ໃນນີ້ມີທຶນສຶບຕໍ່, ບ້ວງປົກກະຕິ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ບ້ວງທຶນຈັດສັນພູມສຳເນົາ ແລະ ບ່ອນທຳມາຫາກິນຂອງປະຊາຊົນ, ບ້ວງທຶນພັດທະນາເມືອງໃໝ່ ແລະ ບ້ວງຊຳລະໜີ້ໄພພິບັດ, ປະຕິບັດສຳເລັດແລ້ວ 92 ໂຄງການ ມູນຄ່າ 510,02 ຕຶ້ກີບ, ພວມຈັດຕັ້ງປະຕິບັດ 76 ໂຄງການ ມູນຄ່າ 563,12 ຄຶ້ກີບ, ພ້ອມນີ້ໃນຂົງເຂດວຽກງານດ້ານອື່ນໆກໍ່ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ.

ຈາກນັ້ນທ່ານ ແພງຊ້ອນ ແພງເມືອງ ຫົວໜ້າພະແນກ ຍທຂ ຜູ້ເກົ່າ ແລະ ທ່ານ ຄຳເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ຜູ້ໃໝ່, ໄດ້ລົງນາມເຊັນບົດບັນທຶກມອບຮັບໜ້າທີຮ່ວມກັນຢ່າງເປັນທາງການ. 

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...