ສອງປະເທດ ລາວ-ໄທ ແລກປ່ຽນປະສົບການ ໃນການຜະລິດຂ່າວສື່ອອນລາຍຮ່ວມກັນ

ເພື່ອ​ເນັ້ນ​ໃສ່​ພັດ­ທະ­ນາ​ທັກ​ສະ​ຂອງ​ນັກ​ຂ່າວ ໃນ​ການ​ເຮັດ​ວຽກ​ງານ​ຂ່າວ​ໂດຍ​ນຳ​ໃຊ້​ສື່​ແບບ​ໃໝ່ ກໍ​ຄື ສື່​ອອນ​ລາຍ ໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ສະ­ມາ­ຄົມ​ນັກ​ຂ່າວ ແຫ່ງ ສປປ ລາວ ແລະ ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ ພາບ​ແຂວງ​ເພັດ​ສະ​ບູນ​ປະ­ເທດ​ໄທ ໄດ້​ຈັດ​ຊຸດ​ອົບ­ຮົມ​ພາຍ​ໃຕ້​ຫົວ­ຂໍ້ “ທັກ​ສະ­ການ​ຜະ­ລິດ​ລາຍ­ການ​ວິ­ທະ­ຍຸ-ໂທລະ­ພາບ​ອອນ​ລາຍ” ທີ່​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ .

ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ​ພາ ນົງ​ລາດ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ​ປະ­ເທດ​ລາວ ມີ​ວິ­ທະ­ຍາ­ກອນ​ຈາກ​ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ­ພາບ ແຂວງ​ເພັດ​ສະ​ບູນ ພ້ອມ​ດ້ວຍ​ນັກ​ຂ່າວ 45 ຄົນ ຈາກ​ຫຼາຍ​ສຳ­ນັກ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ພາກ­ສ່ວນ​ກ່ຽວ­ຂ້ອງ.

ເພື່ອ​ເນັ້ນ​ໃສ່​ພັດ­ທະ­ນາ​ທັກ​ສະ​ຂອງ​ນັກ​ຂ່າວ ໃນ​ການ​ເຮັດ​ວຽກ​ງານ​ຂ່າວ​ໂດຍ​ນຳ​ໃຊ້​ສື່​ແບບ​ໃໝ່ ກໍ​ຄື ສື່​ອອນ​ລາຍ ໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ສະ­ມາ­ຄົມ​ນັກ​ຂ່າວ ແຫ່ງ ສປປ ລາວ ແລະ ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ­ພາບ​ແຂວງ​ເພັດ​ສະ​ບູນ​ປະ­ເທດ​ໄທ ໄດ້​ຈັດ​ຊຸດ​ອົບ­ຮົມ​ພາຍ​ໃຕ້​ຫົວ­ຂໍ້ “ທັກ​ສະ­ການ​ຜະ­ລິດ​ລາຍ­ການ​ວິ­ທະ­ຍຸ-ໂທລະ­ພາບ​ອອນ​ລາຍ” ໃນ​ລະ­ຫວ່າງ​ວັນ​ທີ 2-4 ກໍ­ລະ­ກົດ 2019 ທີ່​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ​ພາ ນົງ​ລາດ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ​ປະ­ເທດ​ລາວ ມີ​ວິ­ທະ­ຍາ­ກອນ​ຈາກ​ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ­ພາບ ແຂວງ​ເພັດ​ສະ​ບູນ ພ້ອມ​ດ້ວຍ​ນັກ​ຂ່າວ 45 ຄົນ ຈາກ​ຫຼາຍ​ສຳ­ນັກ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ພາກ­ສ່ວນ​ກ່ຽວ­ຂ້ອງ.

 ທ່ານ ສີ​ພາ ນົງ​ລາດ ກ່າວ​ວ່າ: ການ​ປະ­ຕິ­ບັດ​ວຽກ​ງານ​ສື່​ມວນ​ຊົນ​ຢູ່​ປະ­ເທດ​ເຮົາ​ໃນ​ໄລ­ຍະ​ຜ່ານ​ມາ ເຖິງ​ແມ່ນ​ວ່າ​ຈະ​ພົບ​ກັບ​ຄວາມ​ຫຍຸ້ງ­ຍາກ ທ້າ​ທາຍ ແລະ ທົດ​ສອບ​ຫຼາຍ​ປະ­ການ ແຕ່​ພັກ ແລະ ລັດ​ເຮົາ ກໍ​ມີ​ຄວາມ​ຮັບ​ຮູ້​ດີ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ວຽກ​ງານ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ການ​ສື່­ສານ ແລະ ຂໍ້​ມູນ​ຂ່າວ­ສານ​ທີ່​ມີ​ຄວາມ​ຈຳ­ເປັນ​ອັນ​ຮີບ​ດ່ວນ ໃນ​ການ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ໃນ​ຂົງ­ເຂດ​ດັ່ງ­ກ່າວ ໃຫ້​ກ້າວ­ໜ້າ​ທັນ​ກັບ​ຍຸກ​ສະ­ໄໝ ແລະ ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ​ໃນ​ປັດ­ຈຸ­ບັນ ສຳ­ລັບ​ຊຸດ​ອົບ­ຮົມ​ໃນ​ຄັ້ງ​ນີ້ ກໍ​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອ​ເນັ້ນ​ໃສ່​ພັດ­ທະ­ນາ​ທັກ​ສະ​ຂອງ​ນັກ​ຂ່າວ​ໃນ​ການ​ເຮັດ​ໜ້າ­ທີ່​ວິ­ຊາ​ສະ­ເພາະ​ຂອງ​ຕົນ ໂດຍ​ນຳ​ໃຊ້​ສື່​ແບບ​ໃໝ່ ຫຼື ພາ­ສາ​ອັງ­ກິດ​ເອີ້ນ​ວ່າ “mobile journalism” ຫຼື ເອີ້ນ​ຫຍໍ້​ວ່າ “mojo” ນັ້ນ​ເອງ ບັນ­ດາ​ນັກ​ຂ່າວ “mojo” ທີ່​ວ່າ​ນີ້ ແມ່ນ​ນຳ​ໃຊ້​ໂທລະ­ສັບ​ມື​ຖື ເພື່ອ​ເກັບ​ກຳ​ຂໍ້​ມູນ​ຂ່າວ­ສານ ແລະ ລາຍ​ງານ​ຂ່າວ​ໂດຍ​ມີ​ທັງ​ພາບ​ນິ້ງ ພາບ​ວີ​ດີ​ໂອ ແລະ ສຽງ​ໄປ​ພ້ອມ​ກັນ​ໃນ​ເວ­ລາ​ດຽວ​ກັນ.

ໍທ່ານ ວໍ­ລະ​ສັກ ປຣະ​ວົງ​ວຽງ​ຄຳ ຮອງ​ຜູ້­ອຳ­ນວຍ­ການ​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ: ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ມະ­ຫາ­ວິ­ທະ­ຍາ­ໄລ​ການ​ພະ­ລະ­ສຶກ­ສາ​ວິ­ທະ­ຍາ​ເຂດ​ເພັດ​ສະ​ບູນ ແລະ ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ­ພາບ ແຂວງ​ເພັດ​ສະ​ບູນ ປະ­ເທດ​ໄທ ມີ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ກັນ​ມາ​ແຕ່​ດົນ​ນານ ແລະ ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ໃນ​ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ ເພື່ອ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ຮ່ວມ​ກັນ​ຕັ້ງ­ແຕ່​ປີ 2015 ເປັນ­ຕົ້ນ​ມາ.

ທີ່​ວິ­ທະ­ຍຸ​ກະ­ຈາຍ­ສຽງ​ແຫ່ງ​ຊາດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສີ​ພາ ນົງ​ລາດ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກ​ຂ່າວ​ແຫ່ງ​ປະ­ເທດ​ລາວ ມີ​ວິ­ທະ­ຍາ­ກອນ​ຈາກ​ສະ­ມາ­ຄົມ​ນັກ​ຂ່າວ​ວິ­ທະ­ຍຸ ແລະ ໂທລະ­ພາບ ແຂວງ​ເພັດ​ສະ​ບູນ ພ້ອມ​ດ້ວຍ​ນັກ​ຂ່າວ 45 ຄົນ ຈາກ​ຫຼາຍ​ສຳ­ນັກ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ພາກ­ສ່ວນ​ກ່ຽວ­ຂ້ອງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...