Saturday, May 30, 2026
Kbank Laos โอน รับ จ่าย
-->

ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ປັບປຸງ ຄວາມສາມາດດຶງດູດການລົງທຶນໃນ ສປປ.ລາວ

ກອງປະຊຸມປະຈໍາປີ ຂອງໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 13 ໃນວັນທີ 8 ຕຸລາ 2018 ທີ່ນະຄອນຫລວງວຽງຈັນ, ຈັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເລໂອ ຟາເບີ ເອກອັກຄະລັດຖະທູດສະຫະພາບເອຣົບປະຈຳລາວ ແລະ ທ່ານ ຈີນ ເບີນາດ ຄາຣັດສໂກ ເອກອັກຄະລັດຖະທູດ ອົດສະຕາລີປະຈຳລາວ.

ໃນກອງປະຊຸມ, ໄດ້ທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດກົດໝາຍ ສົ່ງເສີມການລົງທຶນ ແລະ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງສະພາບແວດລ້ອມ ດ້ານລະບຽບການ ແນ່ໃສ່ຍົກລະດັບຜົນງານ ດ້ານການດຳເນີນທຸລະກິດຂອງຊາດ ແລະ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບຄວາມມີປະສິດທິພາບ ຂອງການຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ ພາຍໃຕ້ກອງປະຊຸມທຸລະກິດລາວ, ແຜນຂອງລັດຖະບານ ທີ່ຈະປັບປຸງການເຂົ້າເຖິງ ການບໍລິການເພື່ອພັດທະນາທຸລະກິດ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ແລະ ແຜນການເງິນໄລຍະຍາວ ໂດຍການສ້າງຄວາມເຂັ້ມແຂງ ໃຫ້ກອງທຶນພັດທະນາ SMEs.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ໂດຍລວມແລ້ວ ລັດຖະບານຂອງພວກເຮົາຕ້ອງການໃຫ້ມີການລົງທຶນ ຈາກພາກເອກະຊົນຫລາຍຂຶ້ນກວ່າເກົ່າ ເພື່ອທີ່ຈະບັນລຸໄດ້ຕາມເປົ້າໝາຍການເຕີບໂຕ ຂອງເສດຖະກິດແບບຍືນຍົງ ແລະ ພວກເຮົາກໍຂໍຊົມເຊີຍພາລະບົດບາດອັນດີຂອງນັກລົງທຶນຕ່າງປະເທດ ທີ່ໄດ້ເຂົ້າມາສ້າງວຽກເຮັດງານທຳ, ນຳທຶນມາລົງທຶນ, ເຕັກໂນໂລຊີ ແລະ ສ້າງສີມື ຊຶ່ງທັງໝົດນີ້ໄດ້ຊ່ວຍຍົກລະດັບພື້ນຖານໂຄງລ່າງ ໃຫ້ແກ່ປະເທດຊາດເຮົາ ແລະ ທັງຊ່ວຍ ໃຫ້ພາກເອະກະຊົນ ມີຄວາມສາມາດໃນການແຂ່ງຂັນເພີ່ມຂຶ້ນ ແລະ ເສດຖະກິດຂອງລາວ ກໍສາມາດເຊື່ອມໂຍງກັບເສດຖະກິດສາກົນ ແລະ ພາກພື້ນ ໂດຍຜ່ານຕ່ອງໂສ້ມູນຄ່າເພີ່ມ.

ທ່ານ ເລໂອ ຟາເບີ ກ່າວວ່າ: ການພັດທະນາພາກເອກະຊົນໃຫ້ມີຄວາມເຂັ້ມແຂງ ຂຶ້ນກວ່າເກົ່າ ແລະ ສ້າງສະພາບແວດລ້ອມທຸລະກິດ ໃຫ້ມີຄວາມໂປ່ງໃສ ແລະ ຄາດການໄດ້ ແມ່ນເງື່ອນໄຂທຳອິດທີ່ຈະດຶງດູດການລົງທຶນ ທີ່ມີຄຸນນະພາບ, ຊຶ່ງຖືວ່າສຳຄັນຍິ່ງເພື່ອສົ່ງເສີມການເຕີບໃຫຍ່ຂະຫຍາຍໂຕ ຂອງເສດຖະກິດໃຫ້ມີຄວາມຍືນຍົງ ແລະ ການມີສ່ວນຮ່ວມຂອງຫລາຍພາກສ່ວນ. ໃນຂະນະດຽວກັນ ທ່ານກໍຮຽກຮ້ອງໃຫ້ເນັ້ນເລື່ອງຄວາມກະຈ່າງແຈ້ງ ແລະ ຄວາມສອດຄ່ອງ ຂອງການ ຈັດຕັ້ງປະຕິບັດກົດໝາຍຢ່າງຮີບດ່ວນ ເພື່ອດຶງດູດເອົາການລົງທຶນທີ່ມີຄຸນນະພາບເຂົ້າມາ , ທັງເປັນການສ້າງວຽກເຮັດງານທຳ ທີ່ມີຄຸນນະພາບ ແລະ ມີໄລຍະຍາວ ທີ່ສົ່ງຜົນປະໂຫຍດໃຫ້ທຸກພາກສ່ວນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ສະຫະພາບ ເອີຣົບ ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານເພີ່ມການ ເຊື່ອມໂຍງດ້ານການຄ້າ ແລະ ຄວາມຫລາກຫລາຍ ຂອງເສດຖະກິດຂອງລາວ.

ທ່ານ ຈີນ ເບີນາດ ຄາຣັກສໂກ ກ່າວວ່າ: ວຽກງານສ້າງຄວາມເຂັ້ມແຂງດ້ານ ພັດທະນາການຄ້າ ແລະ ພາກເອກະຊົນ ແມ່ນເປັນສິ່ງສຳຄັນສຳລັບການພັດທະນາເສດຖະກິດ -ສັງຄົມຂອງລາວໃນອະນາຄົດ ເຊັ່ນ: ສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ເນັ້ນໃສ່ການເຕີບໂຕ ຂອງເສດຖະກິດແບບທຸກຝ່າຍໄດ້ຮັບປະໂຫຍດ ແລະ ມີຄວາມຍືນຍົງ, ພ້ອມໃຫ້ຄຳສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການປັບປຸງການປະສານງານ ແລະ ການສື່ສານພາຍ ໃນວຽກງານພັດທະນາການຄ້າ ແລະ ພາກເອກະຊົນ.

ກອງປະຊຸມຍັງໄດ້ເຫັນດີຮ່ວມກັນວ່າ ຕ້ອງໄດ້ເລັ່ງການປັບປຸງລະບຽບການທີ່ຕິດພັນການດຳເນີນ ທຸລະກິດໃຫ້ກວ້າງຂວາງຂຶ້ນກວ່າເກົ່າ ເພື່ອປັບປຸງຄວາມໂປ່ງໃສ, ຄວາມສາມາດໃນການຄາດເດົາໄດ້ ແລະ ຫລຸດຕົ້ນທຶນ ໃນການດຳເນີນທຸລະກິດ ແລະ ສົ່ງເສີມການປັບປຸງການຜະລິດຕະພາບ ຂອງວິສາຫະກິດລາວ.

Cr.KPL
ຮູບພາບ: www.greenlifeplusmag.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ