ມູນນິທິ ສ ເກົາຫຼີ ມອບອຸປະກອນການແພດ ແລະຢາປິ່ນປົວພະຍາດ ໃຫ້ເມືອງສາລະວັນ

ຢູ່ທີ່ສະໂມສອນ​ເມືອງສາລະວັນ ໄດ້ຈັດພິທີມອບ-ຮັບ ອຸປະກອນການແພດ ແລະຢາປິ່ນປົວພະຍາດຈຳນວນໜຶ່ງ ຈາກມູນນິທິ Korea love sharing community ສ ເກົາຫຼີ ປະຈຳລາວ ໂດຍການມອບຂອງ ທ່ານ ແບັກ ຊອງຢອງ ປະທານມູນນິທິ Korea love sharing community ປະຈຳລາວ ຮັບໂດຍ ທ່ານ ທຶງ ຈອມມະນີ ເຈົ້າເມືອງສາລະວັນ, ມີຄະນະພັກ, ກຳມະການພັກເມືອງ, ຜູ້ປະສານງານມູນນິທິ, ຫົວໜ້າ-ຮອງຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ວົງຈັນ ພັນທະວົງ ຜູ້ປະສານງານມູນນິທິ ໃຫ້ຮູ້ວ່າ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຂອງມູນນິທີ Korea love sharing community ສ ເກົາຫຼີ ປະຈຳລາວ ທາງດ້ານອຸປະກອນການແພດ ແລະ ຢ່າປິ່ນ ປົວພະຍາດໃຫ້ກັບເມືອງ ແລະ ແຂວງສາລະວັນ ເຊິ່ງເປັນຄັ້ງທຳອິດ ແລະ ເມືອງທຳອິດ ສຳລັບແຂວງສາລະວັນ ໃນການຊ່ວຍເຫຼືອ. ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມເວົ້າລວມ ເວົ້າສະເພາະກໍ່ຄືປະຊາຊົນບັນດາເຜົ່າຂອງເມືອງສາລະວັນ ທີ່ຍັງມີຄວາມຫຍຸ້ງຍາກ, ບໍ່ພຽງພໍທາງດ້ານອຸປະກອນການແພດ ແລະ ຢາປິ່ນປົວພະຍາດ, ເຊິ່ງເຄື່ອງມື ແລະ ອຸປະກອນຕ່າງໆທີ່ມູນນິທິໄດ້ນຳມາມອບໃນຄັ້ງນີ້ປະກອບມີ:

ຢາປິ່ນປົວພະຍາດ, ຕຽງນອນຄົນເຈັບ, ເຄື່ອງວັດແທກຄວາມດັນ ແລະ ອຸປະກອນອື່ນໆທາງດ້ານການແພດອີກຈຳນວນໜຶ່ງ ລວມມູນຄ່າທັງໝົດ 150,000 ໂດລາສະຫາລັດ ຫຼື 1.300.000.000 ກີບ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,