ໜ້າຕົກໃຈ! ອັດຕາການລ້ຽງລູກດ້ວຍນ້ຳນົມແມ່ ຢູ່ລາວຍັງຕ່ຳ

​ອີງ​ຕາມ​ການ​ສຳ​ຫລວດ​ຕົວ​ຊີ້​ ວັດ​ດັດ​ສະ​ນີໝາຍ​ແຫ່ງ​ຊາດ ປີ 2017, ອັດຕາ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ​ໃນ ສປປ ລາວ​ ແມ່​ຍັງ​ຕ່ຳ ຢູ່​ 45% ​ແລະ ມີ​ພຽງ 50% ຂອງ​ແມ່ໃນ ສປປ ລາວ ທີ່​ເລີ່​ມ​ໃຫ້​ລູກ​ກິນ​ນົມ​ແມ່​ທັນທີ​ ຫລັງ​ເກີດ​ພາຍ​ໃນ​ຊົ່ວ​ໂມງ​ທຳ​ອິດ​ຫລັງ​ເກີດ. ມີ​ຄວາມ​ແຕກ​ໂຕນ​ກັນ​ຢ່າງ​ຊັດ​ເຈນ ​ໃນ​ການ​ປະຕິບັດ​ການ​ລ້ຽງ​ລູກ ດ້ວຍ​ນົມ​ແມ່​ໃນ​ແຕ່ລະ​ແຂວງ, ກຸ່ມ​ຊົນ​ເຜົ່າ ​ແລະ ລະ ດັບ​ລາຍ​ຮັບ.

ພ້ອມ​​ນີ້, ​ຍັງ​ມີ​ພໍ່​ແມ່​ຫລາຍ​ຄົນຍັງ​ບໍ່​ຮູ້​ວ່າ​ນົມ​ຜົງ ​ແລະ ນົມ​ປຸງ​ແຕ່ງຕ່າງໆ​ ສຳລັບ​ເດັກ ​ບໍ່​ມີ​ຄຸນ​ປະ​ໂຫຍ​ດຕໍ່​ສຸຂະພາບ​ຫລາຍ​ເທົ່າ​ນົມ​ແມ່ ​ແລະ ຍັງ​ເພີ່ມ​ຄວາມ​ສ່ຽງ​ໃຫ້​ເດັກ​ເຈັບ​ປ່ວຍ​ໄດ້​ງ່າຍ.

ທີ່​ໂຮງ​ແຮມ​ລາວ​ພຣາຊາ ນະຄອນຫລວງ​ວຽງ​ຈັນ, ກົມອານາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດງານສັບປະດາສາກົນ ແຫ່ງການລ້ຽງລູກດ້ວຍນົມແມ່ ປີ 2019 ພາຍໃຕ້ຄໍາຂວັນ “ສົ່ງເສີມໃຫ້ ພໍ່-ແມ່ ລ້ຽງລູກດ້ວຍນົມແມ່” ​ເພື່ອສຸມ​ໃສ່​ການ​ສົ່ງ​ເສີມ​ໃຫ້​ທັງ ​ພໍ່ ​ແລະ ​ແມ່​ ມີ​ຄວາມ​ເຂັ້ມ​ແຂງ, ​ເຊິ່ງ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ເພື່​ອ​ເຮັດ​ໃຫ້​ ເປົ້າ​ໝາຍ​ການ​ລ້ຽງ​ລູກດ້ວຍ​ນ້ຳນົມແມ່​ ຂອງ​ພວກ​ເຂົາ​ສາມາດ​ປະຕິບັດ​ໄດ້​ຈິງ, ພ້ອມ​ກັນ​ປ້ອງ​ກັນ, ສົ່ງ​ເສີມ ​ແລະ ສະໜັບສະໜູນ ການ​ລ້ຽງ​ດ້ວຍ​ນົມ​ແມ່​ໃຫ້​ຟົດ​ຟື້ນ.

ທ່ານ ດຣ.ບຸນເພັງ ພິລາວົງ ຫົວໜ້າກົມອານາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາ ລະນະສຸກ​ໄດ້​ກ່າວ​ວ່າ:

ນ້ຳນົມ​ແມ່ ​ແມ່ນ​ອາຫານ​ທີ່​ດີ​ເລີດ​ສຳລັບ​ເດັກ, ມີ​ຄຸນ​ປະ​ໂຫຍ​ດມະຫາສານ ​ເຮັດ​ໃຫ້​ເດັກ​ສຸຂະພາບ​ແຂງ​ແຮງ ​ແລະ ມີ​ໂພ​ຊະ​ນາ​ການ​ດີ, ມີ​ການຈະ​ເລີ​ນ​ເຕີບ​ໂຕ ​ແລະ ການ​ພັດທະນາ​ທາງ​ດ້ານ​ຮ່າງກາຍ ​ແລະ ມັນ​ສະໝອງ​ດີ, ​ເຮັດ​ໃຫ້​ເດັກ​ສະຫລາດ​ຮຽນ​ຮູ້​ໄດ້​ໄວ.

ນອກຈາກ​ນີ້, ນ້ຳນົມ​ແມ່ ​ຍັງ​ມີ​ຜົນ​ດີ​ຫລາຍ​ອັນ​ຕໍ່​ແມ່​ ເຊັ່ນ ຊ່ວຍ​ຫລຸດຜ່ອນ​ການ​ຕາຍ​ຂອງ​ແມ່ ຈາກ​ເລື​ອດ​ໄຫລຫລັງ​ການ​ເກີດ​ລູກ, ຈາກ​ມະ​ເຮັງ​ເຕົ້ານົມ ​ແລະ ມະ​ເຮັງ​ຮວຍ​ໄຂ່ ​ເພາະ​ແຕ່ລະ​ປີ​ມີ​ແມ່ຍິງ​ຕາຍ 20.000 ຄົນ ຍ້ອນ​ມະ​ເຮັງ​ເຕົ້ານົມ, ​ເຊິ່ງພວກ​ເຮົາ​ສາມາດ​ຫລຸດຜ່ອນ ​ແລະ ປ້ອງ​ກັນ​ໄດ້​ໂດຍ​ການ​ລ້ຽງ​ລູກ ​ດ້ວຍ​ນ້ຳນົມ​ແມ່​ຢ່າງ​ຖືກຕ້ອງ, ມີ​ຜົນ​ດີ​ຕໍ່​ການ​ຮັກສາ ສະພາບ​ແວດ​ລ້ອມ (ບໍ່​ມີ​ເສດ​ຂີ້​ເຫຍື້ອ) ​ແລະ ​ເສດຖະກິດ​ຂອງ​ຊາດ.

ນ້ຳນົມ​ແມ່ ​ມີ​ສານ​ອາຫານ​ຄົບ​ຖ້ວນ, ສົມສ່ວນ, ພຽງພໍ​ສຳລັບ​ເດັກ​ແຕ່​ເກີດ​ຈົນ​ຮອດ​ອາຍຸ 6 ​ເດືອນ, ມີ​ພູມ​ຄຸ້ມ​ກັນ​ພະຍາດ​ຊ່ວຍ​ປົກ​ປ້ອງ​ ເດັກ​ຈາກ​ພະຍາດ​ຊືມ​ເຊື້ອ​ຕ່າງໆ, ຊ່ວຍ​ຫລຸດຜ່ອນ​ການ​ຕາຍ​ຂອງ​ເດັກ ​ຈາກ​ພະຍາດ​ຖອກທ້ອງ ​ແລະ ປອດ​ອັກ​ເສບ (70%).

ທ່ານ ດຣ. ບຸນເພັງ ພິລາວົງ ​ໄດ້​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ, ຄະນະ​ອຳນວຍ​ການ​ສຳນັກງານ, ອົງການ, ໂຮງ​ຈັກ​ໂຮງງານ, ​ໂຮງໝໍ, ຊຸມ​ຊົນ, ຄອບຄົວ ​ແລະ ທຸກໆ​ທ່ານ ຈົ່ງ​ສືບ​ຕໍ່​ໃນ​ການ​ປົກ​ປ້ອງ, ສົ່ງ​ເສີມ ​ແລະ ຊ່ວຍ​ເຫລືອ​ສະໜັບສະໜູນ ​ເຮັດ​ໃຫ້​ພໍ່​ແມ່​ເດັກ​ໄດ້​ມີ​ຄວາມ​ສະດວກ ​ໃນ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ຢ່າງ​ດຽວ​ຈົນ​ຮອດ 6 ​ເດືອນ ຄຽງ​ຄູ່​ກັບ​ການ​ໃຫ້​ອາຫານ​ເສີມ​ທີ່​ຖືກ​ຕ້ອງ ​ແລະ ​ເໝາະ​ສົມ​ກັບ​ໄວ​ອາຍຸ​ຂອງ​ເດັກ ​ເມື່ອ​ອາຍຸ 6 ​ເດືອນຂຶ້ນ​ໄປ ​ແລະ ສືບ​ຕໍ່​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ຈົນ​ຮອດ 2 ປີ ຫລື ​ຫລາຍ​ກວ່າ​ນັ້ນ.ຂ່າວ: ມະນີ​ທອນ

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,