ຫວຍພັດທະນາ ຕ້ອງດໍາເນີນທຸລະກິດຢ່າງໂປ່ງໃສ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ

ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ລົງ​ຊຸກ­ຍູ້​ວຽກ​ງານ​ການດຳ­ເນີນ​ທຸ­ລະ​ກິດ​ຫວຍ​ພັດ­ທະ­ນາ ຢູ່​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ­ທະ­ນາ ວັນ​ທີ 9 ສິງ­ຫາ 2019 ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ຄະ­ນະ​ສະ­ພາ​ບໍ­ລິ­ຫານ ຄະ­ນະ​ອຳ­ນວຍ​ການ ແລະ ພະ­ນັກ­ງານ​ກ່ຽວ­ຂ້ອງ.

ທ່ານ ອັກ​ຄະ​ວອນ​ຫຼວງ ສຸ­ວັນ­ນະ​ວົງ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ­ທະ­ນາ ກ່າວ​ວ່າ:

ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ­ທະ­ນາ ສ້າງ­ຕັ້ງ​ຂຶ້ນ​ວັນ​ທີ 14 ທັນ­ວາ 1982 ເປັນ​ທຸ­ລະ​ກິດ​ຂອງ​ລັດ ມີ​ການ​ລົງ­ທຶນ 500.000 ກີບ ມາ​ຮອດ​ເດືອນ​ມິ­ຖຸ­ນາ 2019 ບໍ­ລິ­ສັດ​ມີ​ທຶນ 195,32 ຕື້​ກີບ ປະ­ກອບ​ມີ 6 ພະ​ແນກ ພະ­ນັກ­ງານ 56 ຄົນ ມີ 44 ຕົວ​ແທນ​ຈຳ­ໜ່າຍ​ທົ່ວ​ປະ­ເທດ ມີ​ຜູ້​ຂາຍ​ຫວຍ​ແບບ​ທັນ​ສະ­ໄໝ​ທີ່​ຂຶ້ນ​ທະ­ບຽນ 37.980 ຄົນ ປັດ­ຈຸ­ບັນ​ມີ​ຜະ­ລິດ​ຕະ​ພັນ​ຂາຍ​ຫວຍ 2 ປະ­ເພດ ຄື:

ປະ­ເພດ​ຫວຍ​ພັດ­ທະ­ນາ ມີ​ຫວຍ​ເລກ 2 ໂຕ 3 ໂຕ 4 ໂຕ ເລກ​ສາມ​ນາມ​ສັດ 3/40 ຊື້​ຂາຍ​ແບບ​ທັນ​ສະ­ໄໝ ລະ­ບົບ​ໂປຣ​ແກມ​ຈຳ­ໜ່າຍ​ຫວຍ​ທັນ​ສະ­ໄໝ​ມີ 4 ລະ­ບົບ​ທີ່​ລົງ­ທຶນ​ຂອງ 4 ຕົວ​ແທນ ແລະ ສາ­ມາດ​ເລືອກ​ຊື້​ໄດ້​ຫຼາຍ​ຊ່ອງ​ທາງ ເປັນ­ຕົ້ນ ຂາຍ​ຜ່ານ​ແທັບ​ເລດ (Table) ຂາຍ​ຜ່ານ​ໂທລະ­ສັບ​ມື​ຖື (SMS) ຂາຍ​ຜ່ານ​ຕູ້​ເອ​ທີ​ເອັມ​ທະ­ນາ­ຄານ ນອກ​ນີ້ ຍັງ​ກະ­ກຽມ​ຂາຍ​ຕື່ມ 2 ຊ່ອງ​ທາງ ຄື:

ຂາຍ​ຜ່ານ​ຕູ້​ຂາຍ​ຫວຍ (Kiosk) ແລະ ຂາຍ​ຜ່ານ​ເຄືອ​ຄ່າຍ (POS) ຈາກ​ເມື່ອ​ກ່ອນ​ອອກ 3 ຄັ້ງ​ຕໍ່​ອາ­ທິດ ທ້າຍ​ປີ 2017 ໄດ້​ປັບ­ປຸງ​ມາ​ເປັນ 1 ຄັ້ງ​ຕໍ່​ອາ­ທິດ ອອກ​ທຸກໆ​ວັນ​ພຸດ.

6 ເດືອນ​ຕົ້ນ​ປີ 2019 ສ້າງ​ລາຍ​ຮັບ​ໄດ້ 25,85 ຕື້​ກີບ ເທົ່າ​ກັບ 109,20% ຂອງ​ແຜນ­ການ ລາຍ​ຈ່າຍ 8,96 ຕື້​ກີບ ກຳ­ໄລ 16,88 ຕື້​ກີບ ເທົ່າ​ກັບ 65,32% ຂອງ​ລາຍ​ຮັບ​ລວມ ປະ­ຕິ­ບັດ​ພັນ­ທະ​ເຂົ້າ​ງົບ ປະ­ມານ 14,48 ຕື້​ກີບ ສ່ວນ 6 ເດືອນ​ທ້າຍ​ປີ 2019 ຈະ​ສືບ­ຕໍ່​ປັບ­ປຸງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ແທດ­ເໝາະ​ກັບ​ວຽກ​ງານ​ວິ­ຊາ​ສະ­ເພາະ​ແຕ່​ລະ​ໄລ­ຍະ ຄົ້ນ­ຄວ້າ​ສະ­ກັດ​ກັ້ນ​ມາດ​ຕະ­ການ​ຫວຍ​ເຖື່ອນ ຄົ້ນ­ຄວ້າ​ຜະ­ລິດ​ຕະ​ພັນ​ຫວຍ​ປະ­ເພດ​ອື່ນ​ທີ່​ເໝາະ​ສົມ ເພື່ອ​ເປັນ​ມາດ​ຕະ­ການ​ໃນ​ການ​ເພີ່ມ​ເຕີມ​ໃນ​ການ​ສະ­ກັດ​ກັ້ນ​ຫວຍ​ເຖື່ອນ ຄາດ​ຄະ­ເນ​ລາຍ​ຮັບ​ລວມ 23,67 ຕື້​ກີບ ລາຍ​ຈ່າຍ 9,15 ຕື້​ກີບ ກຳ­ໄລ 14,52 ຕື້​ກີບ ມອບ​ພັນ­ທະ​ງົບ­ປະ­ມານ 12,68 ຕື້​ກີບ ນອກ​ນີ້ ຍັງ​ໄດ້​ຮັບ​ຟັງ​ການ​ປະ­ກອບ​ຄຳ​ເຫັນ​ທີ່​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ທຸ­ລະ​ກິດ​ຫວຍ​ພັດ­ທະ­ນາ ເປັນ­ຕົ້ນ ບັນ­ຫາ​ຫວຍ​ເຖື່ອນ (ອອກ​ທຸກ​ມື້) ຄ່າ​ຄອງ​ຊີບ​ສູງ ອັດ­ຕາ​ເງິນ​ເຟີ້ ແລະ ອື່ນໆ

ທ່ານ​ຮອງ​ນາ­ຍົກ ກໍ​ໄດ້​ຊີ້​ນຳ​ໃຫ້​ຄະ­ນະ​ສະ­ພາ​ບໍ­ລິ­ຫານ ຄະ­ນະ​ອຳ­ນວຍ​ການ ແລະ ພະ­ນັກ­ງານ​ບໍ­ລິ­ສັດ​ລັດ​ວິ​ສາ​ຫະ​ກິດ​ຫວຍ​ພັດ­ທະ­ນາ ສືບ­ຕໍ່​ແກ້​ໄຂ​ບັນ­ຫາ​ທີ່​ຄົງ​ຄ້າງ ຍົກ​ລະ­ດັບ​ພະ­ນັກ­ງານ​ໃຫ້​ມີ​ຄວາມ​ຮູ້-ຄວາມ​ສາ­ມາດ​ຕາມ​ຄວາມ​ຕ້ອງ­ການ​ຂອງ​ວຽກ​ງານ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ວິ­ຊາ​ສະ­ເພາະ​ໄປ​ສູ່​ລະ­ບົບ​ທັນ​ສະ­ໄໝ ເພື່ອ​ແຂ່ງ­ຂັນ​ກັບ​ພາກ​ເອ­ກະ​ຊົນ ຄະ­ນະ​ອຳ­ນວຍ​ການ ຫົວ­ໜ້າ​ພະ​ແນກ ແລະ ວິ­ຊາ​ການ ຕ້ອງ​ປຶກ­ສາ​ຫາ­ລື​ກັນ​ເຮັດ​ວຽກ​ຢ່າງ​ວ່ອງ­ໄວ ເພື່ອ​ເຮັດ​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ປະ­ສົບ​ຜົນ­ສຳ­ເລັດ ສິ່ງ​ສຳ­ຄັນ​ການ​ດຳ­ເນີນ​ທຸ ລະ​ກິດ​ຕ້ອງ​ໂປ່ງ​ໃສ ແລະ ບໍ­ລິ­ການ​ດີ ເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ສັງ­ຄົມ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,