ຍອດຜູ້ຕິດເຊື້ອໄຂ້ຍຸງລາຍ 3,949 ກໍລະນີ ເສຍຊີວິດ 54 ກໍລະນີ

ກະຊວງສາທາລະນະສຸກໄດ້ລາຍງານຍອດຜູ້ເສຍຊີວິດຈາກໄຂ້ຍຸງລາຍກຳລັງຢູ່ໂຕ ໃນຈຳນວນ 54 ຄົນໃນທົ່ວປະເທດ ຂະນະທີ່ຍອດຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 900 ກວ່າກໍລະນີ ນັບແຕ່ວັນທີ 11-15/08/2019.

ກົມຄວບຄຸມພະຍາດຕິດຕໍ່ໄດ້ລາຍງານວ່າ: ນັບແຕ່ທ້າຍເດືອນທັນວາ 2018 ມາຮອດ ວັນທີ 15/08/2019 ມີຈຳນວນຜູ້ຕິດເຊື້ອທັງໝົດ 23,949 ກໍລະນີ ແລະ ເສຍຊີວິດ 54 ກໍລະນີ.

ນະຄອນຫຼວງວຽງຈັນ ຍັງເປັນອັນດັບໜຶ່ງທີ່ ມີຜູ້ເປັນໄຂ້ຍຸງລາຍ 5,692 ກໍລະນີ ເສຍຊີວິດ 13 ຄົນ, ສະຫວັນນະເຂດ ມີ 4,094 ກໍລະນີ, ເສຍຊີວິດ 20 ຄົນ, ຈຳປາສັກ 3,005 ກໍລະນີ, ເສຍຊີວິດ 6 ຄົນ. ແຂວງທີ່ມີລາຍງານ ຄົນເປັນໄຂ້ຍຸງລາຍໜ້ອຍທີ່ສຸດ ແມ່ນແຂວງຫົວພັນ ມີພຽງ 1 ຄົນເທົ່ານັ້ນ.

ກະຊວງສາທາລະນະສຸກຍັງສືບຕໍ່ ສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງທ້ອງຖິ່ນເພື່ອປຸກລະດົມປະຊາຊົນຊ່ວຍກັນ ໃນການທຳລາຍໄຂ່ຍຸງລາຍ ຕາມແບບ ວິທີປ້ອງກັນ 5 ປ. ກະຊວງສາທາລະນະສຸກ ຍັງໄດ້ລົງພົ່ນຢາຂ້າຍຸງລາຍໃນບາງເຂດທີ່ມີຄວາມສ່ຽງ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,