Sunday, November 9, 2025
Kbank Laos โอน รับ จ่าย

ແຈ້ງການ! ການລະບາຍນໍ້າຜ່ານປະຕູນໍ້າລົ້ນເຂື່ອນນໍ້າຄານ 03

ແຈ້ງການເລກທີ 2765/ຜຟຟລ.ນ 2-3, ລົງວັນທີ 16 ສິງຫາ 2019 ວ່າດ້ວຍການລະບາຍນໍ້າຜ່ານປະຕູນໍ້າລົ້ນເຂື່ອນນໍ້າຄານ 03.”

ເລີ່ມແຕ່ເວລາ 24:00ໂມງ ຂອງວັນທີ 18 ສິງຫາ 2019 ຈະໄດ້ເພີ່ມການລະບາຍນ້ຳຜ່ານປະຕູນໍ້າລົ້ນຂອງເຂື່ອນໄຟຟ້ານໍ້າຄານ 03 ​ແຂວງຫລວງພະບາງ.

ປັດຈຸບັນຈຳນວນການລະບາຍນໍ້າຜ່ານເຄື່ອງຈັກແມ່ນ 172 ແມັດກ້ອນຕໍ່ວິນາທີ ແລະ ຈະເພີ່ມການລະບາຍນໍ້າຜ່ານປະຕູນໍ້າລົ້ນ 500 ແມັດກ້ອນຕໍ່ວິນາທີ.

ລວມການລະບາຍນໍ້າລົງສູ່ທ້າຍເຂື່ອນທັງໝົດ 672 ແມັດກ້ອນຕໍ່ວິນາທີ.

ການປ່ຽນແປງໃນດັ່ງກ່າວຈະເຮັດໃຫ້ລະດັບນໍ້າທ້າຍເຂື່ອນປ່ຽນແປງຈາກລະດັບປົກກະຕິ 307,​76 masl ມາຢູ່ໃນລະດັບ 309,​60 masl.

ຈະເພີ່ມຂຶ້ນ 1,​84-2 ແມັດ (ລະດັບນໍ້າຍັງບໍ່ຈັດຢູ່ໃນລະດັບອັນຕະລາຍ),.

ແຫຼ່ງຂໍ້ມູນ: ຂ່າວຫລວງພະບາງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.