6 ເດືອນຕົ້ນປີ ຈັນທະບູລີມີລາຍຮັບ 39 ຕື້ກວ່າກີບ

ກອງ​ປະ­ຊຸມ​ເປີດ​ກວ້າງ​ຄົບ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຄັ້ງ​ທີ 22 ສະ­ໄໝ​ທີ VI ຮ່ວມ​ກັບ​ອົງ­ການ​ປົກ­ຄອງ ປະ­ຈຳ 6 ເດືອນ​ຕົ້ນ​ປີ 2019 ຈັດ​ຂຶ້ນໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ​ນາງ ບົວ​ລອນ ວົງ​ດາ­ລາ​ແສນ ຄະ­ນະ​ພັກ ນວ ເລ­ຂາ​ຄະ­ນະ​ພັກ​ເມືອງ ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ມີ​ສະ­ຫາຍ ອາ­ນຸ­ພາບ ຕຸ​ນາ​ລົມ ຮອງ​ເລ­ຂາ​ຄະ­ນະ​ພັກ ປະ­ທານ​ສະ­ພາ​ປະ­ຊາ­ຊົນ ນວ ພ້ອມ​ດ້ວຍ​ຮອງ​ເລ­ຂາ​ພັກ​ເມືອງ ຄະ­ນະ​ປະ­ຈຳ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ສະ­ຫາຍ​ນາງ ບົວ​ລອນ ວົງ​ດາ­ລາ​ແສນ ກ່າວ​ວ່າ:

ໄລ­ຍະ​ຜ່ານ​ມາ​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ທົ່ວ​ເມືອງ​ຈັນ­ທະ​ບູ​ລີ ແມ່ນ​ມີ​ແນວ​ຄິດ​ທຸ່ນ​ທ່ຽງ ອຸ່ນ​ອ່ຽນ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແນວ­ທາງ​ການ​ນຳ​ຂອງ​ພັກ-ລັດ ມີ​ຄວາມ​ຕື່ນ​ຕົວ​ສູງ ເປັນ​ເຈົ້າ​ການ​ປະ­ກອບ­ສ່ວນ​ທຸກ​ຂົງ­ເຂດ​ວຽກ​ງານ ສະ­ມາ­ຊິກ​ພັກ​ມີ​ການ​ຂະ­ຫຍາຍ­ຕົວ ແລະ ຮັກ­ສາ​ຄຸນ​ທາດ​ການ­ເມືອງ​ໜັກ​ແໜ້ນ ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ການ​ທຳ​ມາ​ຫາ​ກິນ ຄ້າ­ຂາຍ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ການ​ມ້າງ​ຈຸດ​ມົ້ວ​ສຸມ​ຕ່າງໆ​ໄດ້​ຮັບ​ການ​ແກ້​ໄຂ​ທັນ​ການ ພື້ນ­ຖານ​ໂຄງ​ລ່າງ​ໄດ້​ສືບ­ຕໍ່​ພັດ­ທະ­ນາ ການ​ລົງ­ທຶນ​ພາກ​ລັດ ແລະ ເອ­ກະ​ຊົນ​ເພີ່ມ​ຂຶ້ນ ການ​ປຸກ​ສ້າງ​ຕ່າງໆ​ເຂົ້າ​ສູ່​ລະ­ບົບ​ກົດ­ໝາຍ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບ­ປະ­ມານ​ແຫ່ງ​ລັດ​ມີ​ຜົນ­ງານ​ດີ­ເດັ່ນ ສະ­ຖານ­ທີ່​ແອ​ອັດ ການ​ຈອດ​ລົດ​ຊະ­ຊາຍ ແລະ ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຕໍ່​ເນື່ອງ ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ແຄມ​ຂອງ ເຂດ​ປະ­ຕິ­ສັງ­ຂອນ ວັດ​ວາ​ອາ​ຣາມ​ໄດ້​ຮັບ​ການ​ບູ­ລະ­ນະ​ດີ​ຂຶ້ນ ການ​ສອບ­ເສັງ​ເລື່ອນ​ຊັ້ນ-ຈົບ​ຊັ້ນ​ໄດ້​ຕາມ​ແຜນ­ການ ແມ່­ຍິງ ແລະ ເດັກ­ນ້ອຍ​ໄດ້​ຮັບ​ການ​ສັກ​ຢາ ແລະ ຢອດ​ຢາ​ຢ່າງ​ທົ່ວ​ເຖິງ ພ້ອມ​ນີ້ ພະ­ນັກ­ງານ​ບຳ­ນານ ແລະ ເສຍ​ອົງ­ຄະ​ໄດ້​ຮັບ​ນະ­ໂຍ­ບາຍ​ຕາມ​ລະ­ບຽບ​ການ.

6 ເດືອນ​ຜ່ານ​ມາ ຄະ­ນະ​ພັກ ອົງ­ການ​ປົກ­ຄອງ​ແຕ່​ລະ​ຂັ້ນ ໄດ້​ເພີ່ມ​ທະ­ວີ​ການ​ຊຸກ­ຍູ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ປະ­ຊາ­ຊົນ​ເອົາ­ໃຈ­ໃສ່​ຜະ­ລິດ​ເປັນ​ສິນ­ຄ້າ ການ​ບໍ­ລິ­ການ ການ​ຄ້າ ການ​ປຸງ​ແຕ່ງ ແລະ ປະ­ກອບ​ອາ­ຊີບ​ອື່ນໆ ທີ່​ບໍ່​ຜິດ​ຕໍ່​ລະ­ບຽບ​ກົດ­ໝາຍ ແລະ ມີ​ລັກ­ສະ­ນະ​ຂະ­ຫຍາຍ­ຕົວ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ການ​ເກັບ​ລາຍ​ຮັບ ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ ໂດຍ​ຜ່ານ​ລະ­ບົບ​ເອ​ເລັກ​ໂຕຣ​ນິກ ເຊິ່ງ​ມາ​ຮອດ​ວັນ​ທີ 30 ມິ­ຖຸ­ນາ 2019 ປະ­ຕິ­ບັດ​ໄດ້ 39,5 ຕື້​ກວ່າ​ກີບ ເທົ່າ​ກັບ 53,08% ຂອງ​ແຜນ­ການ​ປີ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 5,1 ຕື້​ກວ່າ​ກີບ ເທົ່າ​ກັບ 6,02% ສ່ວນ​ລາຍ​ຈ່າຍ 1,8 ຕື້​ກວ່າ​ກີບ.

ນອກ​ນີ້ ຍັງ​ໄດ້​ສຸມ​ກຳ­ລັງ​ເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ ລົງ​ກໍ່­ສ້າງ​ຮາກ​ຖານ ແລະ ເຮັດ​ວຽກ​ງານ ຕ້ານ ສະ­ກັດ​ກັ້ນ ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ​ຢ່າງ​ກວ້າງ­ຂວາງ ສາ­ມາດ​ຮັກ­ສາ​ໄດ້​ສະ­ຖຽນ​ລະ​ພາບ​ດ້ານ​ການ­ເມືອງ​ຢ່າງ​ໜັກ​ແໜ້ນ ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ປອດ​ໄພ​ໂດຍ​ພື້ນ­ຖານ 6 ເດືອນ​ຜ່ານ​ມາ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ເກີດ​ຂຶ້ນ 148 ເລື່ອງ ແກ້​ໄຂ​ໄດ້ 66 ເລື່ອງ ກັກ​ຜູ້​ຕ້ອງ​ຫາ 92 ຄົນ ຜົນ​ເສຍ​ຫາຍ ລົດ​ໃຫຍ່ 6 ຄັນ ລົດ­ຈັກ 50 ຄັນ ຄຳ​ຮູບ​ປະ­ພັນ 14 ບາດ ເງິນ 85 ລ້ານ​ກີບ 285.000 ບາດ 14.000 ໂດ​ລາ​ສະ­ຫະ­ລັດ ແລະ ເຄື່ອງ​ຈຳ­ນວນ​ໜຶ່ງ ໃນ​ນີ້ ສາ­ມາດ​ກູ້​ຄືນ​ມາ​ໄດ້​ລົດ​ໃຫຍ່ 4 ຄັນ ລົດ­ຈັກ 15 ຄັນ ເງິນ-ຄຳ​ຮູບ​ປະ­ພັນ ແລະ ເຄື່ອງ​ຈຳ­ນວນ​ໜຶ່ງ ແກ້​ໄຂ​ຄະ­ດີ​ຢາ​ເສບ​ຕິດ 63 ລາຍ ກັກ​ຕົວ 126 ຄົນ ຢຶດ​ຂອງ​ກາງ​ຢາ​ບ້າ 6.588 ເມັດ ຢາ​ໄອສ໌ 33,9 ກຣາມ ມ້າງ​ຈຸດ​ມົ້ວ​ສຸມ 3 ຈຸດ ກັກ​ຕົວ 30 ຄົນ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຮັບ­ຮອງ​ເອົາ​ແຜນ​ວຽກ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2019 ຄື:

ຂົງ­ເຂດ​ວຽກ​ງານ​ການ­ເມືອງ ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ເສດ­ຖະ­ກິດ ວັດ­ທະ­ນະ­ທຳ-ສັງ­ຄົມ ການ​ຄຸ້ມ​ຄອງ ແລະ ບໍ­ລິ­ຫານ​ລັດ ແລະ ການ​ພົວ­ພັນ​ເມືອງ​ແຮກ­ສ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຕື່ມ​ອີກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,