Saturday, February 8, 2025

ວິທະຍາໄລເຕັກນິກລາວ-ເຢຍລະມັນ ສະຫຼຸບການຮຽນການສອນ ສົກຮຽນ 2018-2019

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານການຮຽນການສອນ ປະຈຳສົກສຶກສາ 2018-2019 ຂຶ້ນທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໜູພັນອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ມີຄະນະອຳນວຍການໂຮງຮຽນ ຜູ້ອຳນວຍການ-ຮອງອຳນວຍການວິທະຍາໄລພາກລັດ ຄູ່ຮ່ວມພັດທະນາ ແຂກຖືກເຊີນ ພະນັກງານຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ກ່າວໃຫ້ຮູ້ວ່າ ສົກສຶກສາ 2018-2019 ວິທະຍາໄລເຕັກນິກລາວ-ເຢຍລະມັນ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນສຳເລັດໃນການປຸກສ້າງອາຄານທົດແທນໂຄງການກໍ່ສ້າງວິທະຍາໄລເຕັກນິກລາວ-ເຢຍລະມັນວິທະຍາເຂດຊຽງດາ,ສົ່ງພະນັກງານຄູອາຈານ ໄປຮຽນຕໍ່ໄລຍະຍາວ 10 ທ່ານ ໃນນັ້ນ ປະລິນຍາໂທ 5 ທ່ານ ໄປບຳລຸງທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ 2 ທ່ານ ຮ່ວມມືກັບສະຖານປະກອບການທັງພາກລັດ ແລະ ເອກະຊົນທາງດ້ານຝຶກອົບຮົມແບບມີສ່ວນຮ່ວມ ສ້າງນັກສຶກສາສາຂາວິຊາຕ່າງໆອອກຮັບໃຊ້ສັງຄົມ ມີທັງໝົດ 633 ຄົນ ຍິງ 52 ຄົນ ໃນນັ້ນ ຊັ້ນສູງຕໍ່ເນື່ອງ 12+2+1 ຈຳນວນ 136 ຄົນ ຊັ້ນສູງລະບົບ 12+3 ຈຳນວນ 44 ຄົນ ຍິງ 1 ຄົນ ຊັ້ນກາງ ລະບົບ 12+2 ຈຳນວນ 299 ຄົນ ຍິງ 11 ຄົນ ແລະ ຊັ້ນກາງ ລະບົບ 9+3 ຈຳນວນ 97 ຄົນ ຍິງ 18 ຄົນ.

ປັດຈຸບັນ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເປີດສອນຫຼັກສູດລະບົບ 12+2 ໃນສາຂາເຕັກໂນໂລຊີລົດຍົນ, ໂລຫະກຳວິທະຍາ, ຈັກກົນໂຮງງານ, ໄຟຟ້າເຕັກນິກ ແລະ ກົນຈັກກະສິກຳ ລະບົບຊັ້ນກາງ 9+3, ສາຂາເຕັກໂນໂລຊີລົດຍົນ ໂລຫະກຳວິທະຍາ ຈັກກົນໂຮງງານ ກົນຈັກໜັກ ແລະ ກົນຈັກກະສິກຳ ຫຼັກສູດ 12+3 ພາກວິຊາໄຟຟ້າ ແລະ ຫຼັກສູດຕໍ່ເນື່ອງລະບົບ 12+2+1 ແລະ 9+3+1 ໃນ 4 ສາຂາ ຄື ເຕັກໂນໂລຊີລລົດຍົນ ໄຟຟ້າເຕັກນິກ ຈອດ ແລະ ທໍ່ນ້ຳ ຈັກກົນໂຮງງານ ສົກຮຽນຜ່ານມາ ມີຄູອາຈານທັງໝົດ 86 ຄົນ ຍິງ 29 ຄົນ ນັກສຶກສາຈຳນວນ 1849 ຄົນ ຍິງ 157 ຄົນ.

ແຫຼ່ງຂໍ້ມູນ: ຫຼ້າ ສາຍນ້ຳພຽງ, ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: