Sunday, November 9, 2025
Kbank Laos โอน รับ จ่าย

ຊົມເຊີຍ! ປກສ ແຂວງສະຫວັນນະເຂດ ທໍາລາຍອາວຸດລ່າເນື້ອ ຈໍານວນ 900 ກວ່າກະບອກ

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືທີ່ຜິດລະບຽບກົດໝາຍຂື້ນ ຢູ່ທີ່ສູນດັດສ້າງຄຳສະຫວ່າງ (ຫຼັກ33) ເມືອງໄຊພູທອງ.ໂດຍການເຂົ້າຮ່ວມຂອງທ່ານ ພັອ ລຳຄູນ ວໍລະວົງ ຮອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະຫ້ອງອ້ອມຂ້າງກອງບັນຊາການ,ຄະນະສູນດັດສ້າງຄຳສະຫວ່າງແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຕອງໄທ ຈັນແພງວົງ ຮອງຫົວໜ້າ ຫ້ອງຄຸມຄ້ອງສຳມະໂນຄົວ ແລະກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍ່ຄື ຄຳສັງວ່າດ້ວຍ ການກວດກາ ແລະ ເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂບັນຫາທຳລາຍສັດນໍ້າ-ສັດປາ ແລະ ການຕັດໄມ້ທຳລາຍປາ ໃນໄລຍະໜຶ່ງປີຜ່ານມາ ກຳລັງປກສເມືອງທັງ 14 ເມືອງ ແລະ1ນະຄອນ ສົມທົບ ກັບ ອົງການປົກຄອງບ້ານ ໄດ້ເອົາໃຈໃສ່ໃນການແກ້ໄຂ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຕິດຕາມກວດກາເກັບກູ້ອາວຸດເສິກ- ຢຶດອາວຸດລ່າເນື້ອ, ທາດແຕກ,ທາດລະເບີດ ແລະ ອຸປະກອນອື່ນໆ,ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ ເຊິ່ງການທໍາລາຍສິງທີ່ຜິດກົດໝາຍໃນຄັ້ງນີ້ ປະກອບມີ ປືນແກັບ ຈຳນວນ 982 ກະບອກ, ເຄື່ອງມືຊ່ອດປາ ຈໍານວນ 64 ເຄື່ອງ,ບັ້ງກະໂພກ ຈຳນວນ 64 ກັບ ແລະ ບັ້ງພຸ ສັ້ນ-ຍາວ ຈໍານວນ 40 ບັ້ງ. 

ແຫຼາ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.