ນະຄອນຫຼວງ ທຳລາຍສິນຄ້າເກືອດຫ້າມ ມູນຄ່າ 125 ລ້ານກວ່າກີບ

ພິ­ທີ​ທຳ­ລາຍ​ສິນ­ຄ້າ​ເກືອດ​ຫ້າມ ສິນ­ຄ້າ​ນຳ​ເຂົ້າ​ບໍ່​ຖືກ­ຕ້ອງ ສິນ­ຄ້າ​ໝົດ​ອາ­ຍຸ ຈັດ​ຂຶ້ນ​ຢູ່​ສະ­ໜາມ​ບຳ­ບັດ​ຂີ້​ເຫຍື້ອ (ຫຼັກ 32) ມີ​ທ່ານ ເບີ​ລິນ ເພັດ​ຈັນ­ທະ​ຣາດ ຫົວ­ໜ້າ​ພະ​ແນກ​ອຸດ​ສາ​ຫະ  ກຳ ແລະ ການ​ຄ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ເຄື່ອງ​ທີ່​ນຳ​ມາ​ທຳ­ລາຍ​ຄັ້ງ​ນີ້​ປະ­ກອບ​ມີ ໝາກ​ກະ­ໂພກ ດອກ​ໄມ້​ໄຟ ບັ້ງ­ໄຟ​ພຸ ຈຳ­ນວນ 56 ກິ​ໂລ ຢາ­ສູບ​ທີ່​ລັກ­ລອບ​ນຳ​ເຂົ້າ​ຊະ­ນິດ​ຕ່າງໆ​ຈຳ­ນວນ 635 ຕຸດ ເຄື່ອງ​ໃນ​ສັດ​ທີ່​ນຳ​ເຂົ້າ​ບໍ່​ຖືກ­ຕ້ອງ​ຈຳ­ນວນ 192 ກິ​ໂລ ອຸ­ປະ­ກອນ​ຮັບ​ສັນ­ຍານ​ໂທລະ­ພາບ​ຜ່ານ​ດາວ​ທຽມ​ທີ່​ນຳ​ເຂົ້າ​ບໍ່​ຖືກ­ຕ້ອງ​ຈຳ­ນວນ 6 ລາຍ­ການ ສິນ­ຄ້າ​ໝົດ​ອາ­ຍຸ​ປະ­ເພດ​ເຂົ້າ­ໜົມ ກະ​ແລັມ ນ້ຳ​ອັດ​ລົມ ຈຳ­ນວນ 500 ກິ​ໂລ ບັນ­ດາ​ເຄື່ອງ​ເຫຼົ່າ​ນີ້​ແມ່ນ​ຢຶດ​ໄດ້​ຈາກ​ບັນ­ດາ​ຮ້ານ​ຂາຍ​ສົ່ງ-ຂາຍ­ຍ່ອຍ​ພາຍ​ໃນ ນວ ມູນ​ຄ່າ​ທັງ​ໝົດ 125 ລ້ານ​ກວ່າ​ກີບ.

ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ​ ກໍ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ຢ່າງ​ເປັນ​ປົກ­ກະ­ຕິ ຖ້າ​ພົບ​ເຫັນ​ບໍ່​ຖືກ­ຕ້ອງ​ກໍ​ໄດ້​ໃຊ້​ມາດ​ຕະ­ການ​ຢ່າງ​ເດັດ­ຂາດ​ເຊັ່ນ:

ຢຶດ ແລະ ທຳ­ລາຍ​ຖິ້ມ​ຕາມ​ລະ­ບຽບ​ຫຼັກ­ການ ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ສັງ­ຄົມ ກໍ​ຄື​ຜູ້​ບໍ­ລິ­ໂພກ​ໄດ້​ຊົມ­ໃຊ້​ສິນ­ຄ້າ​ທີ່​ມີ​ຄຸນ​ນະ​ພາບ ດັ່ງ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ປະ­ກອບ​ການ ແລະ ປະ­ຊາ­ຊົນ​ເປັນ​ເຈົ້າ​ການ​ຊ່ວຍ​ກັນ​ໃນ​ການ​ປະ­ຕິ­ບັດ​ລະ­ບຽບ​ກົດ­ໝາຍ ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ແລະ ໄດ້​ຊົມ­ໃຊ້​ສິນ­ຄ້າ​ທີ່​ມີ​ຄຸນ​ນະ​ພາບ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...