ທະນາຄານ ICBC ມອບຄອມພິວເຕີ 33 ຊຸດ ໃຫ້ໂຮງຮຽນ 11 ແຫ່ງ ໃນນະຄອນຫຼວງວຽງຈັນ

ທະນາຄານ ອຸດສາຫະກໍາ ​ແລະ ການ​ຄ້າ​ຈີນ ຈໍາກັດ ສາຂານະຄອນຫຼວງ​ວຽງ​ຈັນ ຫຼື ທະນາຄານ ໄອຊີບີຊີ (ICBC ) ມອບຄອມພິວເຕີ 33 ຊຸດ ໃຫ້ໂຮງຮຽນ 11 ແຫ່ງໃນນະຄອນຫຼວງວຽງຈັນ ເພື່ອ​​ປະກອບສ່ວນພັດທະນາ​ວຽກງານການສຶກສາຢູ່ໃນ ສປປ ລາວ.

ພິທີມອບຮັບຄອມພິວເຕີ ຈໍານວນ 33 ຊຸດ ໃຫ້ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາ 11 ແຫ່ງໃນນະຄອນ ຫຼວງວຽງຈັນ ມີຂຶ້ນໃນວັນທີ 27 ສິງຫາ 2019, ທີ່ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໂດຍ​ໃຫ້​ກຽດ​​ມອບຂອງທ່ານ ຊຸນ ເຟີ້ງ ເລິ ຜູ້ອຳນວຍການທະນາຄານ ໄອຊີບີຊີ (ICBC) ​ແລະ ໃຫ້ກຽດຕາງໜ້າ​ຮັບ​ແມ່ນທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເຊິ່ງ​ເຂົ້າຮ່ວມ​ເປັນ​ສັກ​ຂີພິຍາມ​ມີ​ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ​ວຽງ​ຈັນ ພ້ອມດ້ວຍພະນັກງານທະນາຄານ ໄອຊີບີຊີ ​ແລະ ຕາງໜ້າຈາກໂຮງຮຽນ 11 ແຫ່ງເຂົ້າຮ່ວມ.

ສໍາລັບ​ຄອມ​ພິວ​ເຕີ ທີ່ນໍາມາມອບຄັ້ງນີ້ ມີຄອມພິວເຕີ​ຕັ້ງ​ໂຕະ 30 ຊຸດ ​ແລະ ຄອມພິວເຕີ ​ໂນ​ດບຸກ 3 ເຄື່ອງ ​ໂດຍມອບຜ່ານທາງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ເພື່ອ​​ມອບ​ໃຫ້​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ນະຄອນຫຼວງ​ວຽງ​ຈັນ ມອບ​ຕໍ່​ໃຫ້ໂຮງຮຽນ​ 11 ແຫ່ງ ​ໃນ​ກຸ່ມ​ເປົ້າ​ໝາຍທີ່ຂາດເຂີນຄອມພິວເຕີ ຮັບໃຊ້ການຮຽນການສອນ ກໍ່ຄື: ​

ໂຮງຮຽນ​ມັດທະຍົມ​ສົມບູນໂພນ​ທອງ, ພວງ​ໄຊ, ບ້ານ​ໂດນ, ໝາກ​ນາວ, ທ່າ​ດິນ​ແດງ, ນາ​ຂ່າ, ມັດທະຍົມ​ຕອນ​ຕົ້ນ ບ້ານ​ພ້າວ, ດອນ​ສ້າງ​ໄຜ່, ໜອງ​ຍາວ, ຫົວ​ນາ ​ແລະ ​ໂຮງຮຽນ ປະຖົມ​ສົມບູນ ສີ​ບຸນ​ເຮືອງ. 

ທະນາຄານໄອຊີບີຊີ ສ້າງຕັ້ງຂຶ້ນໃນປີ 2011, ບົນພື້ນຖານການໃຫ້ຄວາມຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກສັງຄົມລາວໃນທຸກຂົງເຂດ ຂະນະທີ່ ທຸລະກຳຫຼາຍໆປະເພດຂອງທະນາຄານ ກໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ ເນື່ອງ ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານສ້າງສາເສດ ຖະກິດຂອງປະເທດລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ ຈົນທະນະຄານດັ່ງກ່າວ ໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ແລະ ໃບຍ້ອງຍໍ ຈາກ ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ.

ແນວໃດກໍ່ຕາມ ທະນາຄານ ໄອຊີບີຊີ ໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ການຊ່ວຍເຫຼືອສັງຄົມ,ເປັນຕົ້ນແມ່ນການຊ່ວຍເຫຼືອຜູ້ເຖົ້າ, ເດັກກໍ່າພ້າ, ຊ່ວຍເຫຼືອດ້ານການສຶກສາ, ຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ແລະ ດ້ານອຸທຸກະໄພຕ່າງໆທີ່ເກີດຂຶ້ນ ໂດຍໃນເດືອນ ມັງກອນປີ 2019, ໄດ້ມອບອາຄານຮຽນຫຼັງໃໝ່ ພ້ອມທັງປະກອບອຸປະກອນເຄື່ອງຮຽນ, ໂຕະ, ຕັ່ງ, ກະດານດຳ, ໂຕະຫ້ອງການຄູອາຈານ ໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມດ້ວຍຖົງປຶ້ມ, ບິກ ແລະ ສໍ ໃຫ້ແກ່ນ້ອງນັກຮຽນໝົດທຸກຄົນອີກດ້ວຍ.

ຂ່າວໂດຍ: ປາກກາໃຕ້. ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...