ແຂວງວຽງຈັນ ຕ້ອງການທຶນ 32 ຕື້ກວ່າກີບ ເພື່ອຟື້ນຟູການຜະລິດລະດູແລ້ງ


ທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງວຽງຈັນ

ຈາກໄພພິບັດທາງທໍາມະຊາດຢ່າງຮ້າຍແຮງ ທີ່ເກີດຂຶ້ນ ໃນລະຫວ່າງເດືອນ ສິງຫາ ຊຶ່ງມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເຂື່ອນນໍ້າງື່ມ 1 ນໍ້າລີກ ຕ້ອງປ່ອຍນໍ້າອອກຈາກເຂື່ອນ ແລະສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຊາວແຂວງວຽງຈັນ ໃນເຂດລຸ່ມເຂື່ອນ ຕ້ອງຮັບມືໜັກກັບສະພາບນໍ້າຖ້ວມຂັງ ແລະດິນຊຸເຈື່ອນ ຊຶ່ງມີທັງໝົດ 6 ເມືອງ 43 ບ້ານ ແລະ 3.008 ຄອບຄົວ ໃນນັ້ນ ມີເມືອງກາສີ, ເມືອງແມດ, ວຽງຄໍາ, ໂພນໂຮງ ແລະທຸລະຄົມ, ສະເພາະຢູ່ເມືອງຊະນະຄາມພັດເກີດໄພແຫ້ງແລ້ງ.


ທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງວຽງຈັນ ໃຫ້ຮູ້ເມື່ອວັນທີ 15 ຕຸລາຜ່ານມາວ່າ: ຜົນກະທົບດັ່ງກ່າວ ເຮັດໃຫ້ເນື້ອທີ່ການຜະລິດ ແລະສັດລ້ຽງຂອງປະຊາຊົນ ເສຍຫາຍມະຫາສານ ໃນນັ້ນ ມີເນື້ອທີ່ນາປີ ເສຍຫາຍ 3.882 ເຮັກຕາ, ເນື້ອທີ່ປູກພືດ 1,493,64 ເຮັກຕາ, ສັດລ້ຽງ ແລະປະມົງ ໄດ້ຮັບຜົນກະທົບບໍ່ໜ້ອຍ

ນອກນີ້ຍັງມີຊົນລະປະທານເປ່ເພ ຈໍານວນ 27 ໂຄງການ. 
ດັ່ງນັ້ນ ເພື່ອຟື້ນຟູການຜະລິດລະດູແລ້ງ ໃຫ້ບັນລຸເປົ້າໝາຍໃນເນື້ອທີ່ ນາປີ 10 ພັນເຮັກຕາ, ເນື້ອທີ່ປູກພືດ 22.500 ເຮັກຕາ ແລະປັບປຸງຟື້ນຟູ ບັນດາໂຄງລ່າງພື້ນຖານການຜະລິດ ທົ່ວແຂວງວຽງຈັນ ມີຄວາມຕ້ອງການທຶນທັງໝົດ 32,014 ຕື້ກີບ.

ພາບ​ປະ​ກອບ: tatic.wixstatic.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...