ເມືອງຈັນທະບູລີ ອອກ 14 ຂໍ້ຫ້າມ ໃນງານບຸນອອກພັນສາ ທ່າວັດຈັນ

ງານບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2018 ທີ່ທ່າວັດຈັນ ອຳນາດການປົກຄອງເມືອງຈັນທະບູລີ ກໍຄືຄະນະຮັບຜິດຊອບຈັດງານ ໄດ້ອອກ 14 ຂໍ້ຫ້າມ ເພື່ອເຮັດໃຫ້ງານບຸນຮັກສາໄດ້ຮີດຄອງປະເພນີອັນດີງາມ ໄປພ້ອມໆກັບການຮັດສາຄວາມສະຫງົບ, ຄວາມສະອາດຈົບງາມ ພາຍໃນງານບຸນ ໃຫ້ເໝາະສົມກັບເປັນປີທ່ອງທ່ຽວລາວ.

ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາ ແລະຊ່ວງເຮືອປະເພ ນີ 2018 ໄດ້ຖະແຫຼງຂ່າວ ໃນວັນທີ 16 ຕຸລານີ້ວ່າ: 14 ຂໍ້ຫ້າມຕ່າງໆ ທີ່ອຳນາດການປົກຄອງເມືອງຈັນທະບູລີ ວາງອອກປະກອບມີ:

  1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
  2. ຫ້າມຂາຍ ຫຼືນໍາເອົາອາວຸດທຸກປະເພດ ລວມທັງ ພ້າ, ມີດ, ງ້າວ, ໜ້າເກັກ ກະຖຸນ, ສະໜັບມື, ໂຄມໄຟລອຍ ແລະປະເພດມີຄົມຕ່າງໆ ເຂົ້າໄປໃນບໍລິເວນງານຢ່າງເດັດຂາດເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອະນຸຍາດ.
  3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈູດ ແລະວາງຂາຍພາຍໃນງານຢ່າງເດັດຂາດ.
  4. ຫ້າມນໍາເອົາຜະລິດຕະພັນທີ່ລອກແບບ ສິ້ນລາວ ຫຼືເຄື່ອງນຸ່ງລາວ ນໍາເອົາມາຂາຍ-ຈໍາໜ່າຍພາຍໃນງານຢ່າງເດັດຂາດ (ໂດຍສະເພາະສິ້ນຈີນ).
  5. ຫ້າມວາງ, ຂາຍເຄື່ອງ ແລະນໍາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານກໍານົດໃຫ້.
  6. ຫ້າມຂາຍ ແລະນໍາເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ:ກະແຊັດ, ແຜ່ນຊີດີ (CD ແລະ DVD) ລາມົກ ແລະຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
  7. ຫ້າມຫຼິ້ນການພະນັກທຸກປະເພດ ແລະອາລະວາດຕີກັນຢ່າງເດັດຂາດ.
  8. ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານຕະຫຼາດນັດ ງານບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະເພນີ ປະຈໍາປີ 2018 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງ ວຽງຈັນ.
  9. ແມ່ນຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼືນໍາຕົວ ໄປພັກຜ່ອນໄວ້ກ່ອນ,
  10. ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານອົງການປົກຄອງບ້ານ ກີດຂວາງການຈັດສັນ ສະຖານທີ່ ວາງສະແດງສິນຄ້າຂອງຄະນະກໍາມະການຈັດງານຕະຫຼາດນັດ,
  11. ຫ້າມຕອກເຫຼັກ ຫຼືສິ່ງຂອງຕ່າງໆໃສ່ພື້ນທີ່ຢ່າງເດັດຂາດ,
  12. ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆຢູ່ພາຍໃນງານບຸນ.
  13. ຫ້າມຜູ້ສໍາປະທານສະຖານທີ່ງານບຸນມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ
  14. ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະບໍ່ໃຫ້ມີມິນິຄອນເສີດ.

ພາບ​ປະ​ກອບ: 4.bp.blogspot.com

#Insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...