ພົບພໍ້ບັນຫາທີ່ດິນ ພະນັກງານມີພຶດຕິກຳບໍ່ໂປ່ງໃສ ໂທແຈ້ງ 1514

ຫາກທ່ານໄປຂໍຂໍ້ມູນທີ່ດິນແລ້ວ ພົບພະນັກງານມີພຶດຕິກຳເຮັດຫຍຸ້ງຍາກ, ຮຽກເອົາຜົນປະໂຫຍດ ແຈ້ງສາຍດ່ວນ 1514

ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈຶ່ງໄດ້ອອກແຈ້ງການ ເລກທີ 5386/ກຊສ, ນະຄອນຫຼວງວຽງຈັນ, ລົງວັນທີ 27 ກັນຍາ 2019 ວ່າດ້ວຍເລື່ອງການສະໜອງຂໍ້ມູນກ່ຽວກັບຕອນດິນໃຫ້ພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ແລະ ການຈັດຕັ້ງ.

ເພື່ອເປັນການຮັບໃຊ້ ແລະ ອຳນວຍຄວາມສະດວກ ບໍລິການໃຫ້ແກ່ພໍ່ແມ່ປະຊາຊົນ  ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການຂໍຂໍ້ມູນເອກະສານຕອນຕອນ ຫຼື ຂໍການຢັ້ງຢືນກ່ຽວກັບບັນຫາທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍໃດໜຶ່ງຕາມກົດໝາຍ ທັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນໃຫ້ມີຄຸນທາດການເມືອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຈັນຍາບັນ, ສັດຊື່ບໍລິສຸດ ແລະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ກົດໝາຍກຳນົດໄວ້, ບົນຈິດໃຈຮັບໃຊ້ປະຊາຊົນ ໂດຍບໍ່ຮຽກຮ້ອງຜົນປະໂຫຍດໃດໆທີ່ບໍ່ຖືກຕ້ອງຈາກປະຊາຊົນ ແລະ ນັກລົງທຶນ.

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...