Wednesday, July 9, 2025
Kbank Laos โอน รับ จ่าย

ຊົມເຊີຍ! ສາວໃຈງາມເກັບຂີ້ເຫຍື້ອທີ່ຄ້າງຕາມແຄມຝັ່ງແມ່ນ້ຳຂອງ ທີ່ຫຼວງພະບາງ ເພື່ອຮັກສາສິ່ງແວດລ້ອມ

ສາວຜູ້ໃຊ້ເຟສບຸ໊ກຊື່ Sengdeuane Visisombarth ໄດ້ໂພສພາບ ພ້ອມຂໍ້ຄວາມວ່າ:

ສະບາຍດີທຸກໆຄົນ,​ ມື້ນີ້ໄດ້ມີເວລາແລະໂອກາດມາຊ່ວຍບ້ານເມືອງເພິ່ນເກັບຂີ້ເຫຍື້ອທີ່ລ່ອງລອຍມາຕາມແມ່ນໍ້າຂອງ ຈົ່ງໃຊ້ເວລາໃຫ້ມີຄຸນຄ່າໃຊ້ເວລາເກັບແຕ່ລະມື້ຕາມຄວາມສາມາດທີ່ເຮັດໄດ້ມີມື້ 1 ກໍ່ຈະໝົດໄປເອງ ເພື່ອຮັກສາສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດຢູ່ໃນແມ່ນຳ້ຂອງມີອາຍຸຍືນຍົງຢູ່ໃນໂລກນີ້ຕໍ່ໄປ…​??? ພ້ອມໃສ່ແຮກແທັກທີ່ວ່າ

#ປະຊາຊົນບໍ່ວ່າປະເທດໃດໆກໍ່ຕາມສາມາດຮັກສາສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດໃນໂລກນີ້ຊ່ວຍກັນໄດ້

#ປະຊາຊົນທຸກໆຄົນຖ້າມີຈັນຍາບັນບໍ່ຖີ້ມຂີ້ເຫຍື້ອຊະຊາຍບ້ານເມືອງກໍ່ສະອາດ ແລະ ຢູ່ເປັນສຸກໄດ້ຍາວນານຂື້ນ

#ທຸກໆຄົນສາມາດຊ່ວຍກັນເກັບຂີ້ເຫຍື້ອທີ່ມີຢູ່ແລ້ວຄົນລະໄມ້ຄົນລະມືໃນເວລາຫວ້າງເພື່ອຮັກສາສິ່ງແວດລ້ອມຊ່ວຍກັນ

#ການທີ່ເຮົາໃຊ້ເວລາໃຫ້ມີຄຸນຄ່າ ແລະ ຄຸນປະໂຫຍດຕໍ່ສິ່ງແວດລ້ອມກໍ່ສາມາດເກີດມີຄວາມສຸກທີ່ແທ້ຈິງໄດ້

#ຈົ່ງຊ່ວຍກັນຮັກສາສິ່ງແວດລ້ອມບໍ່ຖີ້ມຂີ້ເຫຍື້ອຊະຊາຍລົງໃນແມ່ນຳ້ອີກຕໍ່ໄປແລະພະຍາຍາມນຳໃຊ້ວັດຖຸທີ່ຜະລິດຈາກທຳມະຊາດແລະລະລາຍໄດ້ມານຳໃຊ້ໃນຊີວິດປະຈຳວັນເພື່ອສ້າງໂລກສີຂຽວໄປພ້ອມໆກັນເດີ່ທຸກໆຄົນ??????

ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.