
ນ້ອງມີຊື່ວ່າ ທ້າວ ຄໍາ ອິນຕະພັນ ອາຍຸ 22ປີ ຫນຸ່ມນ້ອຍ ່ຈາກ ເມືອງຄອບ ແຂວງ ໄຊຍະບູລີ ຫຼ້າສຸດສາມາດຄວ້າໃບປະກາດແດງ ຫຼັກສູດຄູພາສາລາວ – ວັນນະຄະດີ ຈາກຄະນະສຶກສາສາດ ມະຫາວິທະຍາໄລ ສຸພານຸວົງ ຄໍາເປັນຄົນທີ່ບໍ່ຄ່ອຍຈັດແບ່ງເວລາຮຽນແຕ່ຈະເອົາໃຈໃສ່ ຮຽນຫນັງສື, ເຮັດວຽກບ້ານ ຫຼື ບົດລາຍງານຕ່າງໆແລ້ວຈຶ່ງ.ເຮັດກິດຈະກໍາອື່ນໆ.

ຂໍ້ສະດວກໃນການຮ່ໍາຮຽນສໍາລັບຄໍາແລ້ວແມ່ນມີປື້ມແບບ ຮຽນໃຫ້ອ່ານ ແລະ ທໍາຄວາມເຂົ້າໃຈກ່ຽວກັບເນື້ອໃນ ບົດຮຽນເປັນພິເສດ ເຄັດລັບທີ່ຊ່ວຍໃຫ້ນ້ອງໄດ້ຄະແນນດີ ຫຼື ຮຽນເກັ່ງ ເວລາ ຮຽນຕ້ອງຕັ້ງໃຈຮຽນ, ເຂົ້າ ໃຈເນື້ອໃນບົດຮຽນແລະສາມາດ ອະທິບາຍບົດຮຽນໃຫ້ເຂົ້າໃຈໄດ້ ສິ່ງທີ່ເປັນແຮງພັກດັນໃຫ້ຄໍາຕັ້ງໃຈຮຽນແມ່ນເລີ່ມຕົ້ນ ມາຈາກພໍ່ແມ່, ອ້າຍເອື້ອຍ ຍ້ອນວ່າຄໍາເຫັນເພິ່ນເຮັດວຽກຫນັກເພື່ອເຮົາໆກໍຕ້ອງພະຍາຍາມເຮັດຫນ້າທີ່ຂອງໂຕເອງໃຫ້ດີທີ່ສຸດ.



ກ່ອນທີ່ຄໍາຈະໄດ້ໃບປະກາດແດງມັນກໍບໍ່ແມ່ນເລື່ອງງ່າຍ ແລະ ກໍບໍ່ແມ່ນເລື່ອງຍາກສໍາລັບຄົນທີ່ຕັ້ງໃຈຮຽນ ສໍາລັບຄໍາ ແລ້ວແມ່ນຮູ້ສຶກພາກພູມໃຈ ແລະ ຕື່ນຕັນໃຈຫຼາຍທີ່ຕົນເອງ ສາມາດເຮັດໄດ້ ແຕ່ຜົນສໍາເລັດໃນຄັ້ງນີ້ບໍ່ແມ່ນແຕ່ໄດ້ໃບປະກາດແດງເທົ່ານັ້ນແຕ່ຄໍາເອງໄດ້ເຮັດໃຫ້ພໍ່ແມ່ພູມໃຈໃນ ຕົວທີ່ສາມາດກ້າວມາຮອດນະຈຸດໆນີ້ ສໍາລັບຄະຕິເຕືອນໃຈຂອງຄໍາແມ່ນເວລາພົບບັນຫາ ຫຼື ທໍ້ໃຈ ຄໍາກໍຈະບອກຕົນເອງຢູ່ສະເຫມີວ່າ “ທໍ້ໄດ້ແຕ່ຫ້າມຖອຍ ຄົນຢູ່ທາງບ້ານຍັງລໍ”

ເຊິ່ງຄໍາເອງເຊື່ອວ່າທຸກໆຄົນຕ້ອງພົບກັບບັນຫານີ້ຢູ່ສະເຫມີ ສຸດທ້າຍນີ້, ຄໍາເອງກໍຢາກໃຫ້ກໍາລັງໃຈຜູ້ທີ່ກໍາລັງສຶກສາຢູ່ ຂໍໃຫ້ທຸກຄົນຕັ້ງໃຈຮຽນແຕ່ກໍ່ບໍ່ຫມາຍຄວາມວ່າຈະຮຽນເອົາ ແທ້ເອົາວ່າ ພຽງແຕ່ເຮົາຕ້ອງມີຄວາມຮັບຜິດຊອບ, ບໍ່ຄວນຄຶດຫຼາຍເຮົາຄວຍເຮັດເທົ່າທີ່ຕົນເອງເຮັດໄດ້ ແລະ ບໍ່ຄວນກົດດັນໂຕເອງຫຼາຍເກີນໄປ.
