Tuesday, June 23, 2026
Kbank Laos โอน รับ จ่าย
-->

ແຈ້ງການ ຫ້າມອະນຸມັດ ແລະ ຢັ້ງຢືນການປ່ຽນວັນ, ເດືອນ, ປີເກີດໃຫ້ພົນລະເມືອງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງພາຍໃນ

ເລກທີ 80 /ພນ ນະຄອນຫຼວງວຽງຈັນ, ວັນທີ 26 ມັງກອນ 2018

ແຈ້ງການ ເຖິງ ທ່ານ ຫົວຫນ້າພະແນກພາຍໃນຂັ້ນແຂວງ ແລະ ຫ້ອງການພາຍໃນຂັ້ນເມືອງ ທົ່ວປະເທດ, ພະແນກພາສິນ ຫ້າມອະນຸມັດ ແລະ ຢັ້ງຢືນການປ່ຽນວັນ, ເດືອນ, ປີເດ ໃຫ້ພົນລະເມືອງ ແຂວງສະຫວັນນະເຂດ *

ຫມາຍ ວ່າດ້ວຍທະບຽນຄອບຄົວ ສະບັບເລກທີ 12/ສພຊ, ລົງວັນທີ 27 ພະຈິກ 2009, ໃນພາກທີ IX, ເລກຫ ມ້າດ້ຕrn 43 ກ່ຽວກັບຂໍ້ຫ້າມສໍາລັບເຈົ້າຫນ້າທີ່ທະບຽນຄອບຄົວ ແລະ ພະນັກງານອື່ນ ຫຼື ອົງການທະບຽນຄອບຄົວ. ວັນທີ…. – ອີງເຖ2 ຕຂອງນາຍົກລັດຖະມົນຕີ ສະບັບເລກທີ 97/ນຍ, ລົງວັນທີ 9 ມິນາ 2017 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງພາຍໃນ;

ເນື່ອງຈາກວ່າ ໃນໄລຍະຜ່ານມາໄດ້ມີຫ້ອງການພາຍໃນຂັ້ນເມືອງບາງເມືອງ ໄດ້ອອກຂໍ້ຕົກລົງ, ໃບອະນຸຍາດ ແລະ ໃບຢັ້ງຢືນປ່ຽນວັນ, ເດືອນ, ປີເກິດໃຫ້ພົນລະເມືອງ ເພື່ອປະກອບເອກະສານຂໍຫນັງສືຜ່ານແດນຢູ່ກົມກົງສຸນ, ກະຊວງການ ຕ່າງປະເທດ, ຊຶ່ງເປັນການລະເມີດກົດຫມາຍ, ລະບຽບການ, ພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຂະແຫນງພາຍໃນ, ສະນັ້ນ, ລັດຖະມົນຕີກະຊວງພາຍໃນ ຈຶ່ງແຈ້ງມາຍັງຫົວຫນ້າພະແນກພາຍໃນຂັ້ນແຂວງ ແລະ ຫ້ອງການພາຍໃນຂັ້ນເມືອງ ໃນຂອບເຂດ.

ທົ່ວປະເທດ ເອົາໃຈໃສ່ບາງບັນຫາດັ່ງນີ້:

1) ຫ້າມອະນຸມັດ ແລະ ຢັ້ງຢືນປ່ຽນວັນ, ເດືອນ, ປີເກົດ ໃຫ້ພົນລະເມືອງ, ຖ້າກໍລະນີໄດ້ອອກຂໍ້ຕົກລົງ ຫຼື ອະນຸຍາດໃຫ້ – ປ່ຽນວັນ, ເດືອນ, ປີເກົດ ຜ່ານມາແລ້ວ ກໍໃຫ້ອອກຂໍ້ຕົກລົງລົບລ້າງທັງຫມົດໃນເວລາອັນຄວນ.

2) ສໍາຫຼັບການປ່ຽນຊື່ ຫຼື ນາມສະກຸນ ແມ່ນໃຫ້ປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່ຂອງຂະແຫນງການ

ພາຍໃນ ທີ່ໄດ້ກໍານົດຢູ່ໃນຫມວດ 6 ຂອງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເອກະສານທະບຽນຄອບຄົວ, ສະບັບເລກທີ 946/ພນ, ລົງວັນທີ 13 ທັນວາ 2016. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດດ້ວຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ລະວັງເປັນໂຣກຮ້າຍ! ທີ່ເກີດຈາກຄວາມຄຽດ ແລະ ກັງວົນຫຼາຍ

ຄວາມຄຽດ, ຄວາມກັງວົນ ເປັນພາວະໜຶ່ງທີ່ເກີດມາຈາກການຖືກກົດດັນ ຫຼື ຕົກຢູ່ໃນສະພາບທີ່ຕົນເອງຫາທາງອອກໄດ້ຍາກ ບໍ່ຮູ້ຈະແກ້ໄຂບັນຫາແບບໃດດີ ເຊິ່ງມັກພົບເຫັນຫຼາຍໃນປັດຈຸບັນທັງໃນໄວໜຸ່ມນັກຮຽນ, ນັກສຶກສາ, ໄວເຮັດວຽກ ແລະ ຜູ້ສູງອາຍຸກໍມີ.

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀