ຂໍຂອບໃຈນຳຜູ້ສະໜັບສະໜູນ

ບົດລາຍງານຂອງ ກະຊວງໂຍທາທິການ ແລະຂົນສົ່ງ ກອງຈະລາຈອນທາງອາກາດລາວ ເລກທີ 2987/ກຈລ ລົງວັນທີ 1 ຕຸລາ 2019:

ຫົວຫນ້າກອງຈະລາຈອນທາງອາກາດລາວ ຂໍຖືເປັນກຽດລາຍງານໃຫ້ທ່ານຊາບວ່າ: ໃນວັນທີ່ 28 ກັນຍາ 2019 ໄດ້ມີສາຍເຂົ້າທາງໂທລະສານ (AFTN) ຈາກ ສປປ ຈີນ ແຈ້ງໃຫ້ຊາບວ່າ ຈະມີຊິ້ນສ່ວນຍານອາວະກາດມາຕົກຢູ່ພື້ນທີ່ພາກໃຕ້ຂອງລາວ ໃນວັນທີ່ 3 ຕຸລາ 2019 ເວລາສາກົນ 18:45-19:12 ຫຼື ເວລາທ້ອງຖິ່ນ 01:45-02:12 ຂອງວັນທີ່ 4 ຕຸລາ 2019 ໃນເຂດຈຸດພິກັດດັ່ງລຸ່ມນີ້:

N144756 E1065017 – N145519 E1060622 –
N134308 E1055349 – N133549 E1063734.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຕາມພິກັດແລ້ວແຂວງທີ່ອາດສ່ຽງຈະມີສິ້ນສ່ວນຍານອາວະກາດຕົກລົງມາແມ່ນແຂວງ ຈຳປາສັກ ແລະແຂວງອັດຕະປື

ດັ່ງນັ້ນ, ຈື່ງລາຍງານມາຍັງທ່ານເພື່ອຊາບແລະໃຫ້ທິດຊີ້ນຳຕໍ່ໄປດ້ວຍ, ດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ

ແຫຼ່ງຂໍ້ມູນ: ABCLAOS

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້