Monday, April 21, 2025

ປະກາດແຕ່ງຕັ້ງຄະນະພັກກອງບັນຊາການ ທະຫານອາກາດກອງທັບປະຊາຊົນລາວ

ພາບປະກອບ

ພິທີປະກາດການແຕ່ງຕັ້ງຄະນະພັກ, ຄະນະຫ້ອງ, ຄະນະພະແນກກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ ໄດ້ຈັດຂຶ້ນໂດຍການເປັນປະທານຂອງສະຫາຍ ພົນໂທ ປອ ທອງ ລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະ ຫາຍຜູ້ຕາງໜ້າຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກກອງບັນຊາການ, ກອງພັນໃຫຍ່ 702, 703 ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ທອງສີ ວິຈິດ ວົງສາ ຮອງຫົວໜ້າກົມຈັດຕັ້ງ ພັກກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການ ຕົກລົງບົ່ງຕົວແຕ່ງຕັ້ງຄະນະພັກ ກອງບັນຊາການທະຫານອາກາດປະກອບມີ ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ເປັນເລຂາຄະນະພັກ, ສະຫາຍພັນເອກ ຄໍາເຫຼັກ ແສງພະຈັນ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ເປັນປະທານກວດກາພັກ, ສະຫາຍພັນ ເອກ ພັນທະມິດ ວໍລະບຸດ, ສະຫາຍ ພັນໂທ ບຸນດອມ ບຸບຜາລີວັນ, ສະຫາຍ ພັນໂທ ທອງພັນ ບຸນສະຫວັນ, ສະຫາຍ ພັນໂທ ສອນທອງ ແກ້ວຈັນດາ, ສະຫາຍ ພັນໂທ ແສງຖະຫນອມ ບຸດຕະວົງ, ສະຫາຍ ພັນໂທ ຄໍາສຸກ ຄຳ ເລືອງເທບ, ສະຫາຍ ພັນໂທ ສີ ວິໄລພົງ ເພົ້າວິໄລ ແລະ ສະຫາຍ ພັນເອກ ສູນທອນ ພົມມະເສນ ເປັນກໍາມະການຄະນະພັກ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງ ແລະ ຮອງຫ້ອງທີ່ ຂຶ້ນກັບກອງບັນຊາການທະຫານ ອາກາດຄື:

ສະຫາຍ ພັນໂທ ແສງ ຖະຫນອມ ບຸດຕະວົງ ເປັນຫົວ ໜ້າຫ້ອງການ, ສະຫາຍ ພັນໂທ ບຸນເລີດ ອຸດທະຈັກ, ສະຫາຍ ພັນໂທ ຄອນສະຫວັນ ພັນທະລາ ວົງ ເປັນຮອງຫ້ອງການ, ສະ ຫາຍ ພັນໂທ ສຸພັນ ເດດນໍລະສິນ, ສະຫາຍ ພັນໂທ ພອນສະຫວັດ ໄຊບຸນເຮືອງ, ສະຫາຍ ພັນໂທ ສິງພອນ ແກ້ວຈໍາປາ, ສະຫາຍ ພັນໂທ ແພງສີ ເສັງວິໄຊ, ສະ ຫາຍ ພັນໂທ ຄໍາສຸກ ຄໍາເລືອງ ເທບ, ສະຫາຍ ພັນໂທ ຄໍາປັນ ສຸ ດີ ແລະ ສະຫາຍ ພັນໂທ ສະຫງົບ ຈັນທະຫນອມ, ສະຫາຍ ພັນໂທ ສຸລິວົງ ໂຄດໂຍທາ ເປັນຮອງ ຫ້ອງເຕັກນິກ.

ນອກນັ້ນກໍຍັງ ຜ່ານຂໍ້ຕົກລົງກົມໃຫຍ່ການ ເມືອງກອງທັບວ່າດ້ວຍການ ແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງພະແນກທີ່ຂຶ້ນກັບກອງບັນ ຊາການທະຫານອາກາດອີກຈຳ ນວນໜຶ່ງ.

ການປະກາດແຕ່ງຕັ້ງໃນຄັ້ງນີ້ຖືເປັນການປະຕິບັດຕາມທິດ ທາງກ່ຽວກັບການປັບປຸງບູລະ ນະກົງຈັກການຈັດຕັ້ງນໍາພາ- ບັນຊາໃນກໍາລັງປະກອບອາວຸດ ໃຫ້ນັບມື້ເຂັ້ມແຂງສາມາດນຳ ພາກົມກອງເຮັດສໍາເລັດໜ້າທີ່ ປົກປັກຮັກສາ ແລະ ພັດທະນາ ປະເທດໃນໄລຍະໃໝ່ກໍຄືໜ້າທີ່ ການເມືອງຂອງກົມກອງທີ່ໄດ້ ຮັບມອບໝາຍໃຫ້. ສະຫາຍ ພົນໂທ ປອ ທອງ ລອຍ ສິລິວົງ ກໍໄດ້ໂອ້ລົມຕໍ່ນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງ ມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ວ່າ:

ພາບປະກອບ

ນີ້ແມ່ນຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນການມອບໝາຍ ໜ້າທີ່ອັນສໍາຄັນຂອງຄະນະນໍາ ກະຊວງປ້ອງກັນປະເທດ ທີ່ໃຫ້ ຄວາມໄວ້ເນື້ອເຊື່ອໝັ້ນໄວ້ວາງ ໃຈ ດັ່ງນັ້ນຈົ່ງຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍໃນການ ເປັນເສ ນາທິການທີ່ເຂັ້ມແຂງໃຫ້ແກ່ ພັກ-ລັດກໍຄືກະຊວງປ້ອງກັນປະເທດ, ສືບຕໍ່ຫັນກໍາລັງລົງກໍ່ສ້າງ ຮາກຖານການເມືອງພັດທະນາ ຊົນນະບົດຮອບດ້ານຕິດພັນກັບ ວຽກງານ 3 ສ້າງເພື່ອກໍາແໜ້ນ ສະພາບຮອບດ້ານຂອງຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນ ບັນດາປະກົດ ການຫຍໍ້ທໍ້ຕ່າງໆໃຫ້ທັນການ, ຕ້ອງເປັນແບບຢ່າງທີ່ດີ ໃນການເຄື່ອນໄຫວເຮັດໜ້າທີ່ ວຽກງານ ແລະ ການດໍາລົງຊີວິດ ທີ່ປອດໃສຂາວສະອາດ,

ພ້ອມກັນເສີມຂະຫຍາຍຄວາມສາມັກ ຄີພາຍໃນໝູ່ຄະນະໃຫ້ເລິກເຊິ່ງ, ມີແບບແຜນວິທີເຮັດວຽກນໍາພາ ໃຫ້ລະອຽດເປັນ ໝູ່ຄະນະ ແລະ ພ້ອມກັນສືບຕໍ່ນໍາພາກົມກອງ ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍດ້ວຍໝາກຜົນອັນດີ.

ໂດຍ: ເພັດ ສົມນໍວັນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.